ກອງປະຊຸມກວດກາປະເມີນພະນັກງານພະແນກຕຳຫຼວດກວດກາຄົນເຂົ້າ-ອອກເມືອງ ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ທີ່ຮຽນຈົບຫຼັກສູດບຳລຸງວິຊາສະເພາະ 206 ໄດ້ຈັດຂຶ້ນໃນວັນທີ 4 ມິຖຸນາ 2018 ໂດຍການເຂົ້າຮ່ວມຂອງ ພັທ ກອງແກ້ວ ສິງມີໄຊ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນໍ້າທາ, ມີ ພັທ ຄຳພອນ ສິງທິລາດ ຮອງກົມ ຕມ ກະຊວງ ປກສ ພ້ອມດ້ວຍຄະນະ, ມີຫົວໜ້າຄະນະຫ້ອງ, ຄະນະພະແນກ, ຫົວໜ້າຄະນະດ່ານ, ຕະຫຼອດຮອດພະນັກງານ-ນັກຮົບ ຕມ ທີ່ຈົບຫຼັກສູດດັ່ງກ່າວ ເຂົ້າຮ່ວມ 34 ສະຫາຍ ຍິງ 6 ສະຫາຍ.

ພັທ ສົມມີ ຄິດທະໄຊ ຫົວໜ້າຫ້ອງສັນຕິບານ ໄດ້ຂຶ້ນຜ່ານສະພາບການເຄື່ອນໄຫວວຽກງານວິຊາສະເພາະ ໄລຍະຜ່ານມາໂດຍຫຍໍ້ຂອງພະແນກ ຕມ ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ປະກອບມີ 5 ປະຕູດ່ານ. ໃນນັ້ນ, ມີດ່ານສາກົນ 1 ດ່ານ, ດ່ານທ້ອງຖິ່ນ 1 ດ່ານ, ດ່ານປະເພນີ 2 ດ່ານ, ປ້ອມກວດກາ 1 ປ້ອມຂຶ້ນກັບການຄຸ້ມຄອງເມືອງລອງ ແຂວງຫຼວງນໍ້າທາ ແລະ ດ່ານສະໜາມບິນ. ຕໍ່ກັບວຽກງານກວດກາຄົນເຂົ້າ-ອອກເມືອງ ໄດ້ຮັບການຈັດຕັ້ງປະຕິບັດດີຂຶ້ນເທື່ອລະກ້າວ ໂດຍອີງໃສ່ແນວທາງນະໂຍບາຍຂອງພັກ ແລະ ສົນທິສັນຍາ ລະຫວ່າງປະເທດການຮ່ວມມືກັບປະເທດໃກ້ຄຽງ ສປ ຈີນ, ສະຫະພາບມຽນມາ. ຜ່ານມາສາມາດເກັບກຳຕົວເລກ ແລະ ສະຖິຕິເຂົ້າ-ອອກເມືອງ ຄື: ຄົນເຂົ້າ-ອອກເມືອງທັງໝົດ 1.997.916 ຄົນ, ພາຫະນະເຂົ້າ-ອອກເມືອງທັງໝົດ 619.621 ຄັນ, ອອກປຶ້ມຜ່ານແດນ 50.656 ຫົວ, ອອກໃບຜ່ານແດນ 11.177 ໃບ, ແກ້ໄຂຄະດີ 22 ເລື່ອງ, ສຶກສາອົບຮົມພົນລະເມືອງລາວ-ຈີນ ທີ່ລະເມີດລະບຽບການເຂົ້າ-ອອກເມືອງ 101 ຄົນ, ສົ່ງຜູ້ຖືກຫາໃຫ້ເຈົ້າໜ້າທີ່ ສປ ຈີນ 53 ຄັ້ງ, ມີ 95 ຄົນ.

ພ້ອມດຽວກັນນັ້ນ, ກໍໄດ້ຮັບຟັງການອະທິບາຍຮ່າງປະເມີນພະນັກງານທີ່ຮຽນຈົບຫຼັກສູດບຳລຸງວິຊາສະເພາະ 206 ທີໃຊ້ໃນການຕອບ ຫຼື ໃຫ້ຂໍ້ມູນກວດກາ ແລະ ຕີລາຄາແຕ່ລະດ້ານ ເຊິ່ງປະກອບມີດ້ານການເມືອງ-ແນວຄິດ, ແບບແຜນການດຳລົງຊີວິດ, ດ້ານໜ້າທີ່ຮັບຜິດຊອບວິຊາສະເພາະ ແລະ ການປະຕິບັດລະບຽບປະກອບ ມີ 3 ວິຊາ, ວິຊາຄວາມຮູ້ພື້ນຖານວຽກງານສັນຕິບານມີ 9 ບົດ, ວິຊາບາງບັນຫາພື້ນຖານກ່ຽວກັບວຽກງານປ້ອງກັນຄວາມສະຫງົບແຫ່ງຊາດ ມີ 4 ບົດ ແລະ ວິຊາວຽກງານຄຸ້ມຄອງຄົນເຂົ້າ-ອອກ ສປປ ລາວ ມີ 5 ບົດ, ລວມທັງໝົດ 161 ຊົ່ວໂມງ. ການປະເມີນບົດຮຽນດັ່ງກ່າວກໍເພື່ອໃຫ້ມີຄວາມແທດເໝາະກັບວຽກງານວິຊາສະເພາະຕົວຈິງ. ເປັນການປັບປຸງບົດຮຽນໃໝ່ໃຫ້ແທດເໝາະກັບວິຊາສະເພາະ ແລະ ຊົ່ວໂມງທີ່ໄດ້ກຳນົດໃຫ້ເໝາະສົມກັບບົດຮຽນ. ພາຍຫຼັງຈົບມາແລ້ວໃຫ້ເຄື່ອນໄຫວຖືກຕ້ອງຕາມພາລະບົດບາດຂອງວຽກງານກວດກາຄົນເຂົ້າ-ອອກເມືອງ, ຮັບປະກັນໃຫ້ວຽກງານດັ່ງກ່າວມີຄວາມສະດວກ, ວ່ອງໄວ, ລະອຽດ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບໃຫ້ແກ່ຄົນລາວ-ຊາວຕ່າງປະເທດ ທີ່ມາໃຊ້ບໍລິການເຂົ້າ-ອອກຜ່ານປະຕູດ່ານ.