ກອງປະຊຸມຖອດຖອນບົດຮຽນ ວຽກງານຕ້ານປະກົດການຫຍໍ້ທໍ້ ໃນຂົງເຂດເມືອງສິງ ແຂວງຫຼວງນໍ້າທາ ໄດ້ຈັດຂຶ້ນໃນວັນທີ 20 ມິຖຸນາ 2018 ເຂົ້າຮ່ວມໂດຍ ພັທ ສົມສັກ ສີປະເສີດ ຫົວໜ້າກອງບັນຊາການ ປກສ ເມືອງສິງ ມີບັນດາຫ້ອງການອ້ອມຂ້າງເມືອງ ແລະ ແຂກຮັບເຊີນເຂົ້າຮ່ວມ.

ໃນກອງປະຊຸມ, ຜູ້ແທນກອງປະຊຸມໄດ້ຟັງຜົນການຕ້ານປະກົດການຫຍໍ້ທໍ້ ແລະ ທິດທາງແຜນການໃນຕໍ່ໜ້າວ່າ: ພາຍຫຼັງໄດ້ຮັບແຕ່ງຕັ້ງຄະນະສະເພາະກິດ ກໍໄດ້ປະຊຸມເອກະພາບກັນລົງຕິດຕາມກວດກາເຄື່ອນໄຫວ ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍສະເພາະແມ່ນການແກ້ໄຂ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນພາຍໃນເມືອງ ມີຄວາມສະຫງົບໂດຍພື້ນຖານ, ບັນດາປະກົດການຫຍໍ້ທໍ້ປະເພດຕ່າງໆຫຼຸດລົງ ຖ້າທຽບໃສ່ປີຜ່ານມາ ເປັນຕົ້ນແມ່ນບັນຫາການມົ້ວສຸມຕ່າງໆ, ອາລະວາດຕີກັນ, ຂັບຂີ່ລົດບໍ່ປະຕິບັດຕາມກົດລະບຽບການສັນຈອນ ແລະ ການມົ້ວສຸມສິ່ງເສບຕິດປະເພດຢາບ້າ; ພ້ອມທັງເອົາໃຈໃສ່ຕິດຕາມກວດກາບັນດາຫ້າງຮ້ານທີ່ບໍ່ປະຕິບັດຕາມລະບຽບທີ່ທາງເມືອງ ໄດ້ກຳນົດໄວ້ ເປັນຕົ້ນແມ່ນການຈຳໜ່າຍບັ້ງໄຟດອກ, ເຄື່ອງຊ໋ອດປາ ແລະ ປະເພດທີ່ຜິດລະບຽບຕໍ່ກົດໝາຍບ້ານເມືອງ ໂດຍການຢຶດໄວ້ເປັນຂອງກາງ ພ້ອມທັງກ່າວເຕື່ອນ ແລະ ສຶກສາອົບຮົມ.

ພ້ອມດຽວກັນນີ້, ຜູ້ແທນກອງປະຊຸມ ກໍໄດ້ພ້ອມກັນຄົ້ນຄວ້າປຶກສາຫາລືຖອດຖອນບົດຮຽນ ແລະ ບັນຫາທີ່ເຫັນວ່າ ຍັງເປັນຈຸດອ່ອນຂໍ້ຄົງຄ້າງທີ່ຈະໄດ້ພ້ອມກັນແກ້ໄຂໃນຕໍ່ໜ້າ ໂດຍເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການເຄື່ອນໄຫວວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມໃຫ້ເຂັ້ມງວດກວ່າເກົ່າ, ສືບຕໍ່ຖອດຖອນບົດຮຽນບາງອັນທີ່ເຫັນວ່າຍັງບໍ່ເໝາະສົມ ເພື່ອພ້ອມກັນແກ້ໄຂທັນເວລາ, ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ມີຄວາມເດັດຂາດ ແລະ ເຂັ້ມແຂງເຮັດສຳເລັດໜ້າທີ່-ທີ່ໄດ້ຮັບມອບໝາຍ.