ໜ້າຫຼັກ Tags ເມືອງໄຊທານີ

Tag: ເມືອງໄຊທານີ

ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງໄຊທານີ ປູກຕົ້ນໄມ້

ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງໄຊທານີ ໄດ້ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ພ້ອມທັງເປັນການສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວທີ່ໄດ້ໝູນວຽນມາຮອດອີກໄລຍະໜຶ່ງ ໂດຍການເປັນປະທານຂອງ ທ່ານ ຈັນທະລາ ອິນທະລັງສີ ເຈົ້າເມືອງໆໄຊທານີ, ທ່ານ ບຸນທອງ ພົມມະຈັນ ຄະນະປະຈໍາພັກນະຄອນຫຼວງ ຫົວໜ້າຄະນະຈັດຕັ້ງ ນວ, ມີຮອງເຈົ້າເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ເຍົາວະຊົນ-ຊາວໜຸ່ມ...

ເມືອງໄຊທານີ ຝຶກອົບຮົມວຽກງານຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮວຕໍ່ແມ່ຍິງ ແລະ ເດັກນ້ອຍ

ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈັດຝຶກອົບຮົມການນໍາໃຊ້ປຶ້ມຄູ່ມື ຂໍ້ແນະນໍາສໍາລັບຜູ້ເຮັດວຽກກ່ຽວກັບຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ໃນລະຫວ່າງວັນທີ 8-11 ພຶດສະພາ 2018 ເພື່ອເຜີຍແຜ່, ແນະນໍາປຶ້ມຄູ່ມືທັງເປັນການປ້ອງກັນ ແລະ ລົບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ເຂົ້າຮ່ວມເປັນປະທານຂອງທ່ານ ບຸນວັນ ຈະສົ້ວເກົ້າ ຮອງເຈົ້າເມືອງໆໄຊທານີ, ມີຕາງໜ້າຈາກອົງການປົກຄອງເມືອງ, ສະຫະພັນແມ່ຍິງເມືອງ,...

ຫ້ອງການເງິນ ສະຫຼຸບວຽກງານປະຈຳປີ

ຫ້ອງການ-ການເງິນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈັດກອງປະຊູມສະຫຼຸບວຽກງານການຈັດຕັ້ງປະຕິບັດວຽກງານການເງິນ ປະຈໍາປີ 2017 ແລະ ວາງທິດທາງແຜນການປີ 2018 ຂຶ້ນໃນວັນທີ 4 ພຶດສະພາ 2018 ເພື່ອເຮັດໃຫ້ລະບົບການຈັດຕັ້ງຂະແໜງການເງິນມີການປັບປຸງດີຂຶ້ນກວ່າເກົ່າ ແລະ ຮັບປະກັນຄວາມເປັນເອກະພາບພາຍໃນການຈັດຕັ້ງ ເຂົ້າຮ່ວມເປັນປະທານຂອງ ທ່ານ ອິນທະລາ ອິນທະລັງສີ ເຈົ້າເມືອງໆໄຊທານີ, ບັນດາຫົວໜ້າພະແນກ, ນາຍບ້ານ 104...