ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງໄຊທານີ ໄດ້ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ພ້ອມທັງເປັນການສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວທີ່ໄດ້ໝູນວຽນມາຮອດອີກໄລຍະໜຶ່ງ ໂດຍການເປັນປະທານຂອງ ທ່ານ ຈັນທະລາ ອິນທະລັງສີ ເຈົ້າເມືອງໆໄຊທານີ, ທ່ານ ບຸນທອງ ພົມມະຈັນ ຄະນະປະຈໍາພັກນະຄອນຫຼວງ ຫົວໜ້າຄະນະຈັດຕັ້ງ ນວ, ມີຮອງເຈົ້າເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ເຍົາວະຊົນ-ຊາວໜຸ່ມ ແລະ ປະຊາຊົນບ້ານທົ່ງມັ່ງ ເຂົ້າຮ່ວມ.

ທ່ານເຈົ້າເມືອງກ່າວວ່າ: ປ່າໄມ້ເປັນຊັບພະຍາກອນທໍາມະຊາດ ທີ່ມີຄວາມໝາຍຄວາມສໍາຄັນຫຼາຍຕໍ່ສິ່ງທີ່ມີຊີວິດ, ເປັນບ່ອນອາໄສຂອງສັດສານາໆຊະນິດ ແລະ ເປັນບ່ອນພັກຜ່ອນຢ່ອນໃຈຂອງຄົນເຮົາດັ່ງນັ້ນ, ທັງນີ້ກໍເພື່ອເປັນການປູກຈິດສໍານຶກໃຫ້ແກ່ທຸກຊັ້ນຄົນໄດ້ຮັບຮູ້ ແລະ ເຫັນໄດ້ຄວາມສໍາຄັນກ່ຽວກັບວຽກງານການປູກຕົ້ນໄມ້, ການຟື້ນຟູປ່າໄມ້ ແລະ ການຄຸ້ມຄອງປົກປັກຮັກສາປ່າໄມ້ໃຫ້ມີຄວາມຍືນຍົງ ເພື່ອເພີ່ມຄວາມປົກຫຸ້ມສີຂຽວຂອງປ່າໄມ້ຄືນສູ່ສິ່ງແວດລ້ອມ ກໍຄືທາງດ້ານເສດຖະກິດ-ສັງຄົມ. ສະນັ້ນ, ການປົກປັກຮັກສາຈຶ່ງກາຍເປັນນະໂຍບາຍຕົ້ນຕໍຂອງເມືອງໄຊທານີ ໃນການພັດທະນາ, ປຸກລະດົມປູກປ່າຄືນສູ່ທໍາມະຊາດໃຫ້ເຕັມໄປດ້ວຍສໍສີຂຽວ ພ້ອມທັງເປັນການປະຕິບັດຕາມຄໍາຂວັນ 6 ສໍ ທີ່ພັກ-ລັດເຄີຍກ່າວໄວ້, ເຊິ່ງເບ້ຍໄມ້ທີ່ນໍາມາປູກມີທັງໝົດ 3.000 ກວ່າຕົ້ນ ລວມເນື້ອທີ່ 2 ເຮັກຕາ.

ນອກນີ້, ວິທະຍານກອງທັບໄກສອນພົມວິຫານ ແລະ ກອງພັນໃຫຍ່ 941 ກະຊວງປ້ອງກັນປະເທດ ກໍໄດ້ນໍາເບ້ຍໄມ້ ຈໍານວນ 5.000 ກວ່າຕົ້ນ ຄື: ໄມ້ດູ່ລາຍ, ໄມ້ດູ່ເລືອດ, ໄມ້ດູທໍາມະດາ, ໄມ້ແຄນເຮືອ, ໄມ້ຂະຍຸງ, ໄມ້ແຕ້ຂ່າ, ໄມ້ແຄນຂະຍອມ, ລວມເນື້ອທີ່ 5 ເຮັກຕາ ໃນປ່າສະຫງວນແຫ່ງຊາດ ພູເຂົາຄວາຍ ເພື່ອແນໃສ່ປູກໃຫ້ກາຍເປັນປ່າ ແລະ ເປັນແຫຼ່ງເພາະພັນເບ້ຍ ເພື່ອສະໜອງແກ່ນໄມ້ໃຫ້ແກ່ການປູກໄມ້ໃນອານາຄົດ.