ວັນທີ 31 ພຶດສະພາ ທີ່ຜ່ານມາ, ບັນດາຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງກົມກອງອ້ອມຂ້າງກົມໃຫຍ່ການເມືອງ ກະຊວງ ປກສ ພ້ອມດ້ວຍຄູ-ອາຈານ, ຊາວໜຸ່ມ-ເຍົາວະຊົນ ແລະ ນ້ອງນັກຮຽນ ຮ ວ ດ ຫຼັກ 67 ໄດ້ພ້ອມກັນປູກຕົ້ນໄມ້ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ( 1 ມິຖຸນາ 2018 ) ຢູ່ໂຮງຮຽນວັດທະນະທໍາຊົນເຜົ່າເດັກກໍາພ້າຫຼັກ 67 ( ຮ ວ ດ ຫຼັກ 67 ) ເພື່ອເປັນການປູກຕົ້ນໄມ້ໃຫ້ເປັນປ່າສີຂຽວ, ປົກປັກຮັກສາ ແລະ ອານຸລັກພັນໄມ້ພື້ນບ້ານທີ່ມີຄຸນຄ່າໃຫ້ຄົນຮຸ່ນຫຼັງໄດ້ທ່ຽວຊົມ ແລະ ສຶກສາໄວ້ເປັນບົດຮຽນ.

ນຳພາປູກໂດຍ ພັອ ສີພັດອນ ຫວ່າງບົວຊົງ ຄະນະພັກກົມ ໃຫຍ່ ຫົວໜ້າຄະນະບັນນາທິການຂ່າວສານ ປກສ, ມີ ພັອ ຈັນດາ ແກ້ວພັກດີ ອຳນວຍການ ຮ ວ ດ ຫຼັກ 67; ເຊິ່ງ ພັອ ສີພັນດອນ ຫວ່າງບົວຊົງ ກ່າວວ່າ: ການປູກຕົ້ນໄມ້ຄັ້ງນີ້ເພື່ອເປັນການປູກຕົ້ນໄມ້ໃຫ້ເປັນປ່າສີຂຽວ, ເພີ່ມຄວາມອຸດົມສົມບູນທາງທຳມະຊາດ ພ້ອມທັງປົກປັກຮັກສາ ແລະ ອານຸລັກພັນໄມ້ພື້ນບ້ານທີ່ມີຄຸນຄ່າ ເພື່ອໃຫ້ຄົນຮຸ່ນຫຼັງໄດ້ທ່ຽວຊົມ ແລະ ສຶກສາ, ປັບປຸງທັດສະນະພາບ, ສ້າງສິ່ງແວດລ້ອມໃຫ້ມີຄວາມສວຍສົດງົດງາມ ແລະ ຮົ່ມເຢັນ; ເຊິ່ງຕົ້ນໄມ້ທີ່ນຳມາປູກປະກອບມີຕົ້ນໄມ້ອຸດສາຫະກຳ, ຕົ້ນໄມ້ປະດັບ ແລະ ຕົ້ນໄມ້ກິນໝາກ ຈໍານວນ 100 ກວ່າຕົ້ນ.

ໃນວັນດຽວກັນ, ພະນັກງານພາຍໃນຄະນະບັນນາທິການຂ່າວສານ ປກສ ແລະ ກົມໂຄສະນາອົບຮົມທີ່ຂຶ້ນກັບ ກົມໃຫຍ່ການເມືອງ ປກສ ກໍໄດ້ພ້ອມພາກັນປູກຕົ້ນໄມ້ເນື່ອງໃນວັນສຳຄັນດັ່ງກ່າວເຊັ່ນດຽວກັນ; ນຳພາປູກໂດຍ ພັທ ວັນຄຳ ສາຍຕາແກ້ວ ຮອງຫົວໜ້າຄະນະບັນນາທິການຂ່າວສານ ປກສ ແລະ ພັທ ບຸນປອນ ທະວີສຸກ ຮອງຫົວໜ້າກົມໂຄສະນາອົບຮົມ.

ຂ່າວຍັງໃຫ້ຮູ້ຕື່ມວ່າ: ໃນວັນທີ 1 ມິຖຸນາ ຜ່ານມາ, ກອງບັນຊາການປ້ອງກັນເຄື່ອນທີ່ ( ປທ ) ກະຊວງ ປກສ, ນໍາໂດຍ ພັອ ໄກສອນ ແກ້ວມະນີ ຮອງຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່ ພ້ອມດ້ວຍພະນັກງານຫຼັກແຫຼ່ງສ້າງຂະບວນການປູກຕົ້ນໄມ້ພາຍໃນ ປທ (ຫຼັງໃໝ່) ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ (1 ມິຖຸນາ) ເພື່ອເຮັດໃຫ້ມີຄວາມສວຍງາມ ແລະ ເປັນລະບຽບຈົບງາມ. ໃນນັ້ນ, ປະກອບມີຕົ້ນໄມ້ປະດັບ, ຕົ້ນໄມ້ໃຫ້ໝາກ ແລະ ຕົ້ນໄມ້ອຸດສາຫະກຳ ຈຳນວນ 120 ກວ່າຕົ້ນ.