ຫ້ອງການ-ການເງິນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈັດກອງປະຊູມສະຫຼຸບວຽກງານການຈັດຕັ້ງປະຕິບັດວຽກງານການເງິນ ປະຈໍາປີ 2017 ແລະ ວາງທິດທາງແຜນການປີ 2018 ຂຶ້ນໃນວັນທີ 4 ພຶດສະພາ 2018 ເພື່ອເຮັດໃຫ້ລະບົບການຈັດຕັ້ງຂະແໜງການເງິນມີການປັບປຸງດີຂຶ້ນກວ່າເກົ່າ ແລະ ຮັບປະກັນຄວາມເປັນເອກະພາບພາຍໃນການຈັດຕັ້ງ ເຂົ້າຮ່ວມເປັນປະທານຂອງ ທ່ານ ອິນທະລາ ອິນທະລັງສີ ເຈົ້າເມືອງໆໄຊທານີ, ບັນດາຫົວໜ້າພະແນກ, ນາຍບ້ານ 104 ບ້ານ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ທິບພາພອນ ສີສະໝຸດ ຫົວໜ້າຫ້ອງການ-ການເງິນ ກ່າວວ່າ: ໃນໄລຍະ 1 ປີຜ່ານມາ ໄດ້ຖືເອົາວຽກງານການເກັບລາຍຮັບສ່ວຍສາອາກອນເປັນໜ້າທີ່ການເມືອງຕົ້ນຕໍ ແລະ ເຄື່ອນໄຫວວຽກງານທາງດ້ານວິຊາສະເພາະ ເພື່ອເກັບລາຍຮັບເຂົ້າງົບປະມານເມືອງ ຄື: ທົ່ວເມືອງມີພື້ນຖານທຸລະກິດ ທັງໝົດ 5.094 ຫົວໜ່ວຍ, ໄດ້ແບ່ງຂັ້ນຄຸ້ມຄອງເປັນ 2 ຂັ້ນ: ເມືອງຄຸ້ມຄອງ 1.352 ຫົວໜ່ວຍ, ແຈ້ງເສຍຕາມລາຍຮັບຕົວຈິງ 61 ຫົວໜ່ວຍ, ເສຍຕາມຄາດໝາຍ 254 ຫົວໜ່ວຍ; ມອບໃຫ້ບ້ານຄຸ້ມຄອງ 3.742 ຫົວໜ່ວຍ, ອອກທະບຽນໄດ້ 565 ຫົວໜ່ວຍ ແລະ ມີເຮືອນໃຫ້ເຊົ່າ 676 ຫົວໜ່ວຍ. ໃນນີ້, ມີດິນປຸກສ້າງ 27.076 ຕອນ, ດິນໂຮງງານ 179 ຕອນ, ດິນຮ້ານຄ້າ-ບໍລິການ 1.161 ຕອນ, ດິນເປົ່າຫວ່າງ 506 ຕອນ, ດິນກະສິກໍາ 16.660 ຕອນ ລວມເນື້ອທີ່ທັງໝົດມີ 25.841.526 ຕາແມັດ; ດິນລັດຄຸ້ມຄອງມີ 3.633 ຫົວໜ່ວຍ, ເນື້ອທີ່ 25.841.526 ຕາແມັດ, ສາມາດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 35.645.260.124 ກີບ ເທົ່າກັບ 88,89% ທຽບໃສ່ປີຜ່ານມາຫຼຸດລົງ 6% ຫຼື 2.271.956.739 ກີບ; ໃນນັ້ນ, ການເງິນບ້ານເກັບໄດ້ 7.894.879.889 ກີບ ເທົ່າກັບ 99% ສະແດງອອກເປັນລາຍຮັບ ຄື: ລາຍຮັບສ່ວຍສາອາກອນ 22.062.792.142 ກີບ ເທົ່າກັບ 83,41%, ອາກອນລາຍໄດ້ຈາກການໂອນສິດນໍາໃຊ້ທີ່ດິນ 1.982.344.000 ກີບ ເທົ່າ 44,05%, ລາຍຮັບພາສີທີ່ດິນ 6.018,254.982 ກີບ ເທົ່າກັບ 103,41%, ຄ່າທໍານຽມຈົດທະບຽນທີ່ດິນ 1.272.854.000 ກີບ ເທົ່າ 96,43%, ຄ່າທໍານຽມບໍລິຫານອາກອນ 3.202.033.000 ກີບ ເທົ່າກັບ 246,31%, ລາຍຮັບວິຊາການຂອງຊັບພະຍາກອນ 260.000.000 ກີບ ເທົ່າກັບ 100% ແລະ ລາຍຮັບຈາກຄຸ້ມຄອງຊັບສິນຂອງລັດ 846.982.000 ກີບ ເທົ່າກັບ 188,22%.

ໃນຕໍ່ໜ້າຫ້ອງການ-ການເງິນ ຈະສຸມໃສ່ປະຕິບັດການເດີນສໍາຫຼວດຖານຂໍ້ມູນໃຫ້ຄົບຖ້ວນ, ແນໃສ່ການຄຸ້ມຄອງເກັບລາຍຮັບໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ມີປະສິດທິພາບ ແລະ ບັນລຸເປົ້າໝາຍ; ປັບປຸງບັນດານິຕິກໍາ, ກົນໄກການຄຸ້ມຄອງເກັບລາຍຮັບໃຫ້ມີປະສິດທິຜົນສູງ ແລະ ບໍ່ຮົ່ວໄຫຼ່ດ້ວຍການຕິດຕາມກວດກາຖານຂໍ້ມູນລາຍຮັບທີ່ມີການເຄື່ອນໄຫວຢ່າງເປັນປົກກະຕິ, ລົງປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອກະຕູກຊຸກຍູ້ລາຍຮັບທີ່ບົ່ມຊ້ອນ ແລະ ຍັງຄ້າງມອບໃຫ້ຖືກຕາມລະບຽບການຄົບຖ້ວນ ແລະ ຖືກຕາມ.