ໜ້າຫຼັກ Tags ຄະດີຢາເສບຕິດ

Tag: ຄະດີຢາເສບຕິດ

ຂອງກາງຢາເສບຕິດ ປະເພດເຮໂຣອິນ ຈຳນວນ 895 ແທ່ງ

ຕຳຫຼວດ ນະຄອນໂຮ່ຈິມິນ ຈັບໄດ້ພ້ອມຂອງກາງ ເຮໂຣອິນ ເກືອບ 900 ແທ່ງ ( ep 2/2 )

ຜ່ານການສອບສວນ ພວກກ່ຽວຮັບສາລະພາບວ່າ: ຢາເສບຕິດທັງໝົດທີ່ເຈົ້າໜ້າທີ່ກວດພົບ ແມ່ນກຽມສົ່ງເຂົ້າສະຖານທີ່ເກັບມ້ຽນ ທີ່ເມືອງຮັອກໂມນ, ເຊິ່ງສະຖານທີ່ດັ່ງກ່າວ ຖືກພວກກ່ຽວເຊົ່າເພື່ອເປີດເປັນບໍລິສັດ ຜະລິດສະກັອດໃສ ແລະ ຜະລິດຕະພັນກາວຕິດເຈ້ຍ. ໂດຍເມື່ອຜະລິດໄດ້ແລ້ວ, ສິນຄ້າຂອງພວກເຂົາ ຈະຖືກສົ່ງເຂົ້າປະເທດໄຕ້ຫວັນ ໂດຍຜ່ານທາງທະເລ ດ້ວຍການສວຍໃຊ້ການດຳເນີນທຸລະກິດເປັນສາກບັງໜ້າ ເຮັດຄືວ່າ:
ຂອງກາງຢາເສບຕິດ ປະເພດເຮໂຣອິນ ຈຳນວນ 895 ແທ່ງ

ຕຳຫຼວດ ນະຄອນໂຮ່ຈິມິນ ຈັບໄດ້ພ້ອມຂອງກາງ ເຮໂຣອິນ ເກືອບ 900 ແທ່ງ ( ep 1/2 )

ຕອນຄ່ຳຂອງວັນທີ 27 ມີນາ 2019 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດ ນະຄອນໂຮ່ຈິມິນ ສາມາດກວດພົບ ແລະ ຢຶດຂອງກາງຢາເສບຕິດ ປະເພດເຮໂຣອິນ ຈຳນວນ 895 ແທ່ງ ພ້ອມທັງຈັບຕົວເປົ້າໝາຍຂົນສົ່ງໃນຄັ້ງນີ້ໄດ້. ຢາເສບຕິດຈຳນວນດັ່ງກ່າວ ຖືກຊຸກເຊື່ອງໃນລົດແກ່ເຄື່ອງ ເຊິ່ງມີເປົ້າໝາຍ ຈາກເມືອງຖູດຶກ ມຸ່ງໜ້າໄປ ເມືອງຮັອກໂມນ.

ກວດພົບແປ້ງທີ່ເປັນສານເສບຕິດ 10 ໂຕ່ນ ຢູ່ເຮືອບັນທຸກສິນຄ້າ

ໃນທ້າຍເດືອນພຶດສະພາຜ່ານມາ, ເຈົ້າໜ້າທີ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງ ປະຈໍາດ່ານສາກົນບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ກວດຄົ້ນເຮືອບັນທຸກສິນຄ້າ ພົບແປ້ງຝຸ່ນສີຂາວ ທີ່ໃຊ້ເປັນສ່ວນປະສົມສານເສບຕິດ ຈໍານວນ 400 ເປົາ ມີນໍ້າໜັກ 10 ໂຕ່ນ ແລະ ສາມາດກັກຕົວຜູ້ເປັນເຈົ້າຂອງແປ້ງຝຸ່ນດັ່ງກ່າວໄປສືບສວນ-ສອບສວນ. ແປ້ງຝຸ່ນສີຂາວ ທີ່ໃຊ້ເປັນສ່ວນປະສົມສານເສບຕິດ...

ເຈົ້າພໍ່ຢາເສບຕິດ ປົກປິດຄວາມລັບມາດົນ ຈົນລວຍຜິດປົກກະຕິ ສຸດທ້າຍກໍຖືກຈັບ ( ຕອນທີ 3 )

ນອກນີ້, ຍັງມີອີກໜຶ່ງເປົ້າໝາຍຊື່ ທ້າວ ຫງວຽນກິ້ມຫຽວ ອາຍຸ35 ປີ ຢູ່ເຂດຮາຍບາຈຶ້ງ ຮ່າໂນ້ຍ ເຊິ່ງເປັນອີກຄົນທີ່ເປັນຫົວຈັກໃຫຍ່ ໃນຂະບວນການຄ້າຂາຍຢາເສບຕິດຂອງ ທ້າວ ບາເຊີ້ນ. ດັ່ງນັ້ນ, ເຈົ້າໜ້າທີ່ຕໍາຫຼວດສືບສວນ-ສອບສວນ ແລະ ປາບປາມຢາເສບຕິດ ຕ້ອງໄດ້ມ້າງນັບແຕ່ກຸ່ມນ້ອຍນີ້ຂຶ້ນຮອດຫົວໜ້າໃຫຍ່. ຕາມການລາຍງານຂອງພະນັກງານສືບສວນ...

ເຈົ້າພໍ່ຢາເສບຕິດ ປົກປິດຄວາມລັບມາດົນ ຈົນລວຍຜິດປົກກະຕິ ສຸດທ້າຍກໍຖືກຈັບ ( ຕອນທີ 2 )

ການວາງແຜນການມ້າງລາຍຄະດີ ເຄື່ອນໄຫວຄ້າຂາຍຢາເສບຕິດ ທີ່ພົວພັນກັບ ທ້າວ ບາເຊີ້ນ ແມ່ນໄດ້ຮັບການຂຶ້ນແຜນການຢ່າງຮີບດ່ວນ, ແຕ່ວ່າເຮັດແນວໃດຈະຈັບຕົວ ທ້າວ ບາເຊີ້ນ ໄດ້ນັ້ນ ມັນເປັນເລື່ອງທີ່ເຈົ້າໜ້າທີ່ພົບຄວາມຫຍຸ້ງຍາກທີ່ສຸດ, ເຊິ່ງໄດ້ຮຽກຮ້ອງໃຫ້ອົງການສືບສວນ-ສອບສວນ ມີແບບແຜນການທີ່ລະອຽດ ໂດຍຕ້ອງໄດ້ສຸມໃສ່ການຕັດສິນໃຈສູງຂອງພະນັກງານສືບຂ່າວ ແລະ ຕິດຕາມເປົ້າໝາຍຢ່າງເດັດຂາດ. ຕາງໜ້າພະນັກງານທີ່ມີປະສົບການສູງຂອງ ພະແນກສືບສວນ-ສອບສວນ...

ເຈົ້າພໍ່ຢາເສບຕິດ ປົກປິດຄວາມລັບມາດົນ ຈົນລວຍຜິດປົກກະຕິ ສຸດທ້າຍກໍຖືກຈັບ ( ຕອນທີ 1 )

ເປັນໂສດແຕ່ຢູ່ເຮືອນຫຼັງໃຫຍ່, ຂີ່ລົດຫຼູລາລາຄາແພງ ແຖມຍັງເປັນຜູ້ບໍລິຫານຮ້ານຄາຣາໂອເກະ, ເປັນຜູ້ບໍລິຫານສູນອອກກຳລັງກາຍ ແຖມຍັງມີສາວງາມເຂົ້າ-ອອກເຮືອນເປັນປະຈຳ, ນັ້ນມັນເປັນເອກະລັກ ແລະ ເປັນນິດໄສຂອງເຈົ້າພໍ່ຢາເສບຕິດລາຍໃຫຍ່ ເຊິ່ງຖືກໃສ່ອັນດັບເປັນເບີ 1 ຂອງນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ເຊິ່ງຜູ້ກ່ຽວມີຊື່ວ່າ ທ້າວ ຟາມ ບາເຊີ້ນ; ດ້ວຍຄວາມຮັ່ງມີແບບບໍ່ມີໃຜຮູ້ວ່າ ຜູ້ກ່ຽວເຮັດຫຍັງ ແລະ ຜູ້ກ່ຽວຍັງເຊື່ອໝັ້ນຕົນເອງອີກວ່າ ອີກດົນຈຶ່ງຈະຮູ້ວ່າ...

ສີລັງກາ ເຜົາທຳລາຍ ໂຄເຄນ 770 ກິໂລ

ໃນວັນທີ 1 ເມສາ ທີ່ຜ່ານມາ, ທາງການສີລັງກາ ໄດ້ຈັດພິທີເຜົາທຳລາຍ ໂຄເຄນ 770 ກິໂລກຣາມ ເພື່ອປາບປາມຜູ້ລັກລອບໃຊ້ ສີລັງກາ ເປັນເສັ້ນທາງຜ່ານຂົນສົ່ງຢາເສບຕິດ ໃນພາກພື້ນ. ເຈົ້າໜ້າທີ່ຕຳຫຼວດ ນຳເອົາຫໍ່ບັນຈຸ ໂຄເຄນ ຈຳນວນຫຼາຍກວ່າ 24 ຫໍ່...

ຫວຽດນາມ ຈັບຊາຍຊາວຈີນ ພ້ອມເຮໂຣອິນ ກວ່າ 300 ກິໂລ ມູນຄ່າ 8,6 ລ້ານໂດລາ

ໃນວັນທີ 28 ມີນາ ທີ່ຜ່ານມາ, ຕຳຫຼວດຫວຽດນາມ ຈັບກຸມຕົວຊາຍຊາວຈີນຄົນໜຶ່ງໄດ້ ພ້ອມກັບ ເຮໂຣອິນ ໜັກ 313 ກິໂລກຣາມ ທີ່ນະຄອນໂຮຈີມິນ ທາງໃຕ້ຂອງປະເທດ ຫຼັງຈາກທີ່ອາທິດຜ່ານມາ ໄດ້ທຳລາຍແກ້ງຄ້າຢາເສບຕິດໃນເມືອງດຽວກັນ ທີ່ໃຊ້ທຸລະກິດຕໍ່າຜ້າແພບັງໜ້າ ໂດຍຈັບກຸມໄດ້ຊາວຈີນ ແລະ ຊາວຫວຽດນາມ ເກືອບ 20 ຄົນ.

ເລັ່ງຕິດຕາມເຈົ້າຂອງລົດຣີໂວ ຂົນຢາໄອສ໌ 302 ຫໍ່ ເອົາຕົວຫຼົບໜີ ກ່ອນເກີດອຸບັດຕິເຫດ

ລົດກະບະຣີໂວ ສີຂາວ ບໍ່ຕິດໝາຍເລກທະບຽນ ທີ່ເກີດອຸບັດຕິເຫດລະຫວ່າງຫຼົບໜີ ວັນທີ 19 ມີນາ ຜ່ານມາ, ເຈົ້າໜ້າທີ່ພະແນກຕຳຫຼວດຈະລາຈອນ ແຂວງບໍ່ແກ້ວ ປະຕິບັດໜ້າທີ່ໄລ່ສະກັດກັກລົດກະບະຣີໂວ ຂົນຢາໄອສ໌ ຈຳນວນ 302 ຖົງ ໜັກ 302 ກິໂລກຼາມ...

ເຈົ້າຂອງໂຮງງານເຟີນີເຈີ ພົບຢາໄອສ໌ ເກືອບ 2 ກິໂລກຼາມ ຫວັງເອົາໄປຂາຍ ແຕ່ບໍ່ລອດສາຍຕາເຈົ້າໜ້າທີ່

ຮັບຂົນເຄື່ອງຊ່ວຍຄົນຮູ້ຈັກເທິງເຮືອບິນ, ເຈົ້າຂອງໂຮງງານເຟີນິເຈີ ທ້າວ ຫງວຽນຟອງເຕິ່ນ ລັກເປີດເບິ່ງແກັດເຄື່ອງດັ່ງກ່າວ ເລີຍຮູ້ວ່ານັ້ນແມ່ນຢາໄອສ໌ ແລ້ວກໍເກີດແນວ ຄິດຢາກລັກເອົາມາເປັນຂອງຕົນເອງ ຈຶ່ງຕິດຕໍ່ຫາກຸ່ມຊື້-ຂາຍຢາເສບຕິດ ແລະ ນັດສົ່ງກັນໃນສະຖານທີ່ແຫ່ງໜຶ່ງ ໃນຮ່າໂນ້ຍ ແຕ່ເມື່ອທັງສອງຝ່າຍມາເຖິງຈຸດນັດສົ່ງ ຈຶ່ງຖືກເຈົ້າໜ້າທີ່ເຂົ້າຈັບຕົວ. ທ້າວ ຫງວຽນຟອງເຕິ່ນ ອາຍຸ 46 ປີ...