ບັນຫາຢາເສບຕິດຄັ້ງໃຫຍ່ ໃນຫວຽດນາມ ທີ່ເກີດຂຶ້ນໃນເວລາໄລ່ເລ່ຍກັນ

ໃນວັນທີ 28 ມີນາ ທີ່ຜ່ານມາ, ຕຳຫຼວດຫວຽດນາມ ຈັບກຸມຕົວຊາຍຊາວຈີນຄົນໜຶ່ງໄດ້ ພ້ອມກັບ ເຮໂຣອິນ ໜັກ 313 ກິໂລກຣາມ ທີ່ນະຄອນໂຮຈີມິນ ທາງໃຕ້ຂອງປະເທດ ຫຼັງຈາກທີ່ອາທິດຜ່ານມາ ໄດ້ທຳລາຍແກ້ງຄ້າຢາເສບຕິດໃນເມືອງດຽວກັນ ທີ່ໃຊ້ທຸລະກິດຕໍ່າຜ້າແພບັງໜ້າ ໂດຍຈັບກຸມໄດ້ຊາວຈີນ ແລະ ຊາວຫວຽດນາມ ເກືອບ 20 ຄົນ.

ສື່ຂອງ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ລາຍງານວ່າ:

ກໍລະນີຫຼ້າສຸດ ເກີດຂຶ້ນ ເມື່ອຕຳຫຼວດຂໍກວດຄົ້ນລົດບັນທຸກຕ້ອງສົງໄສຄັນໜຶ່ງ ໃນນະຄອນໂຮຈີມິນ ໃນວັນທີ 27 ມີນາ ຜ່ານມາ ພົບວ່າມີກ໋ອງເຈ້ຍຈຳນວນຫຼາຍ, ພາຍໃນບັນຈຸເຮໂຣອິນ ໜັກ 313 ກິໂລກຣາມ ມູນຄ່າປະມານ 8,6 ລ້ານໂດລາສະຫະລັດ, ຈັບກຸມຜູ້ຖືກສົງໄສໄດ້ 2 ຄົນ ເປັນຊາວຈີນຄົນໜຶ່ງ, ຕຳຫຼວດໄດ້ກວດສອບສະຖານທີ່ອີກຫຼາຍແຫ່ງໃນເມືອງ ແລະ ຈະຂະຫຍາຍຜົນການສອບສວນຕໍ່ໄປ.

ຜູ້ເຫັນເຫດການເລົ່າວ່າ:

ກຳລັງຕຳຫຼວດ ປິດພື້ນທີ່ເປັນວົງກວ້າງ ແລະ ລຳລຽງກ໋ອງຈຳນວນຫຼາຍ ລົງຈາກລົດຄັນນັ້ນ.

ເຫດການນີ້ ເກີດຂຶ້ນຫຼັງຈາກໃນອາທິດຜ່ານມາ, ຕໍາຫຼວດຈັບກຸມ ຊາວຈີນ 16 ຄົນ ແລະ ຊາວຫວຽດນາມ 3 ຄົນ ທີ່ເປີດທຸລະກິດຕໍ່າຜ້າແພບັງໜ້າ ການຄ້າຢາເສບຕິດ ໂດຍຢຶດໄດ້ເມັດແອມເຟຕາມີນ 300 ກິໂລກຣາມ ໃນບ້ານຫຼູຫຼັງໜຶ່ງ, ສັນນິຖານວ່າ ກຸ່ມນີ້ແຜ່ສາຂາໄປໃນຫຼາຍເມືອງຂອງປະເທດ; ຫຼັງຈາກນັ້ນ ບໍ່ເທົ່າໃດມື້ ຕຳຫຼວດຟິລິບປິນ ຟຶດໄດ້ເມັດແອມເຟຕາມີນ ຫຼາຍກວ່າ 200 ກິໂລກຣາມ ທີ່ກ່ຽວໂຍງກັບແກ້ງນີ້.

ທັ້ງນີ້, ຫວຽດນາມ ເປັນປະເທດທີ່ມີກົດໝາຍຢາເສບຕິດຮຸນແຮງທີ່ສຸດ ແຫ່ງໜຶ່ງຂອງໂລກ, ຜູ້ທີ່ມີເຮໂຣອິນ ໃນຄອບຄອງ ຕັ້ງແຕ່ 600 ກຣາມ ຂຶ້ນໄປ ຫຼື ເມັດແອມເຟຕາມີນ ຕັ້ງແຕ່ 2,5 ກິໂລກຣາມ ຂຶ້ນໄປ ແມ່ນມີໂທດປະຫານຊີວິດ ແຕ່ວ່າບັນຫາຢາເສບຕິດ ກໍຍັງຮຸນແຮງ ໂດຍສະເພາະ ໃນກຸ່ມເຍົາວະຊົນ.