ເມືອງນາຊາຍທອງເຜີຍແຜ່ເອກະສານເລີ່ມຕົ້ນທຸລະກິດ-ຂຶ້ນທະບຽນວິສາຫະກິດ

ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງເຜີຍແຜ່ເອກະສານເລີ່ມຕົ້ນທຸລະກິດ ແລະ ການຂຶ້ນທະບຽນວິສາຫະກິດຕາມຄຳສັ່ງ 02/ນຍ ແລະ ຂໍ້ຕົກລົງ 0023/ອຄ.ກທຄວ, ໃນວັນທີ 27 ມີນາ 2019 ໂດຍມີ ທ່ານ ພູວຽງ ເພຍເທບ ຮອງເຈົ້າເມືອງນາຊາຍທອງ, ທ່ານ ນາງ ວັນມະນີ ພິມມະສານ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນວ; ມີບັນດາແຂກຮັບເຊີນ, ຫ້ອງການອຸດສາຫະກຳ ແລະ ການຄ້າອ້ອມຂ້າງເມືອງ, ບັນດານາຍບ້ານ, ຕາງໜ້າຈາກຕະຫຼາດ ແລະ ພາກສ່ວນຫົວໜ່ວຍທຸລະກິດ ເຂົ້າຮ່ວມ.

ທ່ານ ນາງ ອຳພອນ ພັນນາມວົງ ຫົວໜ້າຂະແໜງທະບຽນ ແລະ ຄຸ້ມຄອງວິສາຫະກິດພະແນກອຸດສາຫະກຳ ແລະ ການຄ້າ ນວ ເຜີຍແຜ່ໃຫ້ຮູ້ວ່າ:

ຄຳສັ່ງຂອງ ນາຍົກລັດຖະມົນຕີ ເລກທີ 02/ນຍ ວັນທີ 1 ກຸມພາ 2018 ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດຳເນີນທຸລະກິດຢູ່ ສປປ ລາວ ໂດຍມີເນື້ອໃນລະບຸວ່າ: ນາຍົກລັດຖະມົນຕີອອກຄຳສັ່ງໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນໃນຂອບເຂດທົ່ວປະເທດ ທີ່ມີພາລະບົດບາດ, ໜ້າທີ່ຄວາມຮັບຜິດຊອບ ແລະ ຂອບເຂດສິດທີ່ຕິດພັນໂດຍກົງກັບບັນດາຕົວຊີ້ວັດຄວາມສະດວກຂອງການດຳເນີນທຸລະກິດຢູ່ ສປປ ລາວ ຈັດຕັ້ງປະຕິບັດການແກ້ໄຂ, ຫຼຸດຂອດຂັ້ນ ແລະ ໄລຍະເວລາຂອງການອອກອະນຸຍາດຕ່າງໆ ໃນປີ 2018   ແລະ ປີ 2019.

ສຳລັບຂໍ້ຕົກລົງ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ເລກທີ 0023/ອຄ.ກທຄວ ວັນທີ 9 ມັງກອນ 2019 ວ່າດ້ວຍການຂຶ້ນທະບຽນວິສາຫະກິດ ປະກອບມີ 7 ໝວດ 33 ມາດຕາ; ສະເພາະມາດຕາ 23 ຂໍ້ຫ້າມສຳລັບພະນັກງານ ແລະ ເຈົ້າໜ້າທີ່ທະບຽນວິສາຫະກິດລະບຸວ່າ: ຫ້າມພະນັກງານ ແລະ ເຈົ້າໜ້າທີ່ທະບຽນວິສາຫະກິດ ມີພຶດຕິກຳດັ່ງນີ້: ສວຍໃຊ້ອຳນາດ, ໜ້າທີ່, ຕຳແໜ່ງເພື່ອຫາຜົນປະໂຫຍດສ່ວນຕົວ; ຮຽກເອົາເອກະສານເພີ່ມເຕີມນອກຈາກທີ່ກຳນົດ; ຮັບສິນບົນຈາກຜູ້ແຈ້ງຂຶ້ນທະບຽນວິສາຫະກິດ ຫຼື ຜູ້ອື່ນໆໂດຍສວຍໃຊ້ໜ້າທີ່ຕຳແໜ່ງຂອງຕົນ; ແກ່ຍາວເວລາໃນການພິຈາລະນາ ເອກະສານແຈ້ງຂຶ້ນທະບຽນວິສາຫະກິດ; ມີພຶດຕິກຳອື່ນທີ່ເປັນຂໍ້ຫ້າມທີ່ກຳນົດໄວ້ໃນກົດໝາຍ-ລະບຽບການ.

ໃນກອງປະຊຸມ ທ່ານ ພອນທິບ ຍົກໄຊຍະຄຳ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງໃຫ້ຮູ້ວ່າ: ນັບແຕ່ວັນທີ 1 ສິງຫາ 2012 ເຖິງ 25 ມີນາ 2019 ທົ່ວເມືອງນາຊາຍທອງ, ມີບັນດາຫົວໜ່ວຍທຸ ລະກິດໄດ້ແຈ້ງຂຶ້ນທະບຽນ ຈຳນວນ 899 ຫົວໜ່ວຍ ທຶນຈົດທະບຽນ 191.459.288.900 ກີບ, ແຈ້ງຂຶ້ນທະບຽນຮູບແບບເກົ່າ ຈຳນວນ 892 ຫົວໜ່ວຍ ທຶນຈົດທະບຽນ 190.745.995.900 ກີບ, ແຈ້ງຂຶ້ນທະບຽບຮູບແບບໃໝ່ ຈຳນວນ 7 ຫົວໜ່ວຍ ທຶນຈົດທະບຽນ 713.333.000 ກີບ.