ບັນຫາຢາເສບຕິດ (ໂຄເຄນ) ໃນປະເທດສີລັງກາ

ໃນວັນທີ 1 ເມສາ ທີ່ຜ່ານມາ, ທາງການສີລັງກາ ໄດ້ຈັດພິທີເຜົາທຳລາຍ ໂຄເຄນ 770 ກິໂລກຣາມ ເພື່ອປາບປາມຜູ້ລັກລອບໃຊ້ ສີລັງກາ ເປັນເສັ້ນທາງຜ່ານຂົນສົ່ງຢາເສບຕິດ ໃນພາກພື້ນ.

ເຈົ້າໜ້າທີ່ຕຳຫຼວດ ນຳເອົາຫໍ່ບັນຈຸ ໂຄເຄນ ຈຳນວນຫຼາຍກວ່າ 24 ຫໍ່ ມາສະແດງຕໍ່ໜ້າ ຄະນະເຈົ້າໜ້າທີ່ສາງສິນຄ້າ ໃນເຂດຊານເມືອງ ນະຄອນຫຼວງໂຄລຳໂບ ຈາກນັ້ນເຈົ້າໜ້າທີ່ໄດ້ນຳຫໍ່ໂຄເຄນ ໃສ່ລົງໄປໃນເຕົາເຜົາ; ສຳລັບ ໂຄເຄນດັ່ງກ່າວ ຖືກຕຳຫຼວກ ແລະ ພາສີອາກອນ ຢຶດມາໄດ້ລະຫວ່າງປີ 2016-2017.

ຂະນະທີ່ ປະທານາທິບໍດີ ສີລັງກາ ປະກາດວ່າ:

Visual Composer Website Builder

ໂທດປະຫານຊີວິດ ເປັນຄວາມຈຳເປັນເພື່ອປາບປາມການລັກລອບຄ້າຂາຍຢາເສບຕິດ ເຊິ່ງ ສີລັງກາ ມີບົດລົງໂທດ ແຕ່ບໍ່ໄດ້ບັງຄັບໃຊ້ ເຮັດໃຫ້ສະຖິຕິອາຊະຍາກຳ ໃນຄະດີຄ້າຂາຍຢາເສບຕິດ ແລະ ການຄ້າຢາເສບຕິດ ລະບາດໄປທົ່ວປະເທດ ດັ່ງນັ້ນຈະມີການໃຊ້ບົດລົງໂທດປະຫານຊີວິດ ໃນໄວໆນີ້.