ໃນໂອກາດເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2018 ແລະ ທິດທາງແຜນການປີ 2019 ຂອງສະພາທະນາຍຄວາມທົ່ວປະເທດ ທ່ານ ປອ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ໄດ້ເນັ້ນໃຫ້ສະພາທະນາຍຄວາມສືບຕໍ່ຍົກສູງຄຸນນະພາບຂອງການຈັດຕັ້ງປະຕິບັດວຽກງານຂອງສະພາທະນາຍຄວາມໃຫ້ສູງຂຶ້ນ.

ທ່ານກ່າວວ່າ: ເພື່ອຮັບປະກັນໃຫ້ການຍົກສູງຄຸນນະພາບການເຄື່ອນໄຫວວຽກງານໃຫ້ສູງຂຶ້ນ ກ່ອນອື່ນໝົດຕ້ອງເລີ່ມຈາກການຍົກສູງຄຸນນະພາບການນໍາພາຂອງໜ່ວຍພັກ, ຄວາມເປັນແບບຢ່າງໃນທຸກດ້ານຂອງສະມາຊິກ ພັກ, ຄຸນນະພາບ ແລະ ຄວາມເປັນ ເຈົ້າການຂອງຄະນະປະຈໍາ, ຄະນະບໍລິຫານງານ ແລະ ສະມາຊິກທະນາຍຄວາມທຸກໆຄົນໃຫ້ສູງຂຶ້ນທຽບທັນກັບຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ ໂດຍຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ເປັນປົກກະຕິ, ເຮັດດ້ວຍຄວາມຕັ້ງໜ້າ ແລະ ຖືເອົາວຽກງານນີ້ເປັນບັນຫາກົກ.

ນອກນີ້, ສະພາທະນາຍຄວາມຕ້ອງເອົາໃຈໃສ່ເພີ່ມທະວີຕໍ່ການຈັດຕັ້ງ ແລະ ການປະຕິບັດກົດໝາຍ, ລະບຽບການພາຍໃນໃຫ້ເຂັ້ມງວດ ແລະ ມີຈັນຍາບັນທີ່ດີ ເພື່ອຮັບໃຊ້ສັງຄົມ, ປະຊາຊົນບັນດາເຜົ່າ, ເຮັດໃຫ້ປະກົດ ການຫຍໍ້ທໍ້ຫຼຸດໜ້ອຍຖອຍລົງ. ເຖິງແມ່ນວ່າພາລະບົດບາດ ແລະ ໜ້າທີ່ຂອງສະພາທະນາຍຄວາມແມ່ນການເຄື່ອນໄຫວຂອງອົງກອນວິຊາຊີບທີ່ເປັນອິດສະຫຼະ. ແຕ່ການເຄື່ອນໄຫວວຽກງານແມ່ນຕິດພັນກັບການຮັບໃຊ້ໜ້າທີ່ການເມືອງຂອງພັກ, ແມ່ນການໃຫ້ບໍລິການດ້ານກົດໝາຍ ແລະ ການເຂົ້າເຖິງຂະບວນການຍຸຕິທໍາຂອງປະຊາຊົນບັນດາເຜົ່າ ຕິດພັນກັບການຮັບໃຊ້ປະເທດຊາດ ແລະ ປະກອບສ່ວນເຂົ້າໃນການພັດທະນາປະເທດ ຊາດ, ການເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງດີຂຶ້ນ.

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 29 ມີນາ 2019 ໂດຍການເປັນປະທານຂອງ ທ່ານ ຄໍາໃສ ສຸລິນທອນ ປະທານສະພາທະນາຍຄວາມ; ມີແຂກຮັບເຊີນ ແລະ ຕາງໜ້າສະພາທະນາຍຄວາມແຕ່ລະແຂວງໃນທົ່ວປະ ເທດເຂົ້າຮ່ວມ.