ຮອງຫົວໜ້າ ປກສ ແຂວງສະຫວັນນະເຂດ ຊີ້ນຳວຽກງານຢູ່ບັນດາ ປກສ ເມືອງ

ພັອ ລໍາຄູນ ວໍລະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ພ້ອມຄະນະໄດ້ລົງກວດກາ ຊຸກຍູ້ຊີ້ນຳວຽກງານວິຊາສະເພາະຢູ່ ປກສ ເມືອງວິລະບູລີ, ປກສ ເມືອງພະລານໄຊ ແລະ ຄ້າຍຄຸມຂັງ-ດັດສ້າງຂັງແກ້ງຄັນ ໃນວັນທີ 21-22 ມີນາ 2019 ພະນັກງານການນຳຂັ້ນເມືອງ, ຄະນະກອງບັນຊາການ ປກສ ເມືອງ, ຄະນະຄ້ານຄຸມຂັງ-ດັດສ້າງ, ຄະນະກອງຮ້ອຍປ້ອງກັນບໍ່ຄຳ-ທອງແດງເຊໂປນ ແລະ ພະນັກງານວິຊາສະເພາະພາຍໃນເມືອງດັ່ງກ່າວເຂົ້າຮ່ວມ.

ທ່ານຮອງຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ຮັບຟັງລາຍງານຫຍໍ້ ໃນໄລຍະ 3 ເດືອນຜ່ານມາສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເອົາໃຈໃສ່ປະຕິບັດວຽກວິຊາສະເພາະຂອງຕົນຢ່າງເຂັ້ມງວດ ສະແດງອອກໃນຜ່ານມາ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳ ພາແນວຄິດໃຫ້ກຳລັງພະນັກງານ-ນັກຮົບພາຍໃນກົມກອງຢ່າງຕໍ່ເນື່ອງ ແລະ ເປັນປະຈຳດ້ວຍເນື້ອໃນທີ່ສົມບູນຫຼາຍຮູບການ ເຊັ່ນ: ສຶກສາທາງກົງ ແລະ ທາງອ້ອມ ສຶກສາອົບຮົມຕິດພັນກັບການເຄື່ອນໄຫວວຽກງານວິຊາສະເພາະ ຕິດພັນກັບ ການຊຸກຍູ້ຂະບວນການຕ່າງໆ ເຫັນວ່າ:

ກຳລັງພະນັກງານ-ນັກຮົບ ສ່ວນຫຼາຍມີຄວາມຮັບຮູ້ເຂົ້າໃຈຕໍ່ບັນຫາມີອຸດົມການ, ຫຼັກໝັ້ນການເມືອງດີເຖິງແມ່ນມີເຫດການເກີດຂຶ້ນ ກໍສາມາດຄວບຄຸມໄດ້ຢ່າງທັນເຫດການ ຍ້ອນພະນັກງານ-ນັກຮົບມີຄວາມຕື່ນຕົວສູງ ໃນຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ມີຫົວຄິດປະດິດສ້າງ ແລະ ແບບແຜນວິທີເຮັດວຽກຂອງ ຕົນກໍໄດ້ຕັ້ງອົກຕັ້ງໃຈປະຕິບັດໜ້າທີ່ສຳເລັດເປັນຢ່າງດີ.

ຈາກນັ້ນ, ພັອ ລໍາຄູນ ວໍລະວົງ ໄດ້ຍ້ອງຍໍຊົມເຊີຍກອງບັນຊາການບັນດາເມືອງ, ຄ້າຍຄຸມຂັງ-ດັດສ້າງຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໃຫ້ຄະນະຄ້າຍ ຈົ່ງພ້ອມກັນຍົກສູງຕໍ່ວຽກງານປ້ອງກັນເວນຍາມໃຫ້ເຂັ້ມງວດ, ຕັ້ງໜ້າເຮັດວຽກວິຊາສະເພາະທີ່ໄດ້ຮັບມອບໝາຍໃຫ້ສຳເລັດຜົນ, ຍາດໄດ້ຜົນງານຍິ່ງໃຫຍ່ກວ່າເກົ່າ, ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ເອົາໃຈໃສ່ຕໍ່ວຽກງານປູກຝັງ-ລ້ຽງສັດ, ຫັດຖະກຳ ເພື່ອເຮັດໃຫ້ຊີວິດການເປັນຢູ່ນັບມື້ດີຂຶ້ນເລື້ອຍໆ.