ໜ້າເສົ້າ! ຊາກປາວານ ຕາຍເພາະກິນຂີ້ເຫຍື້ອພຼາສຕິກ ເຂົ້າໄປຫຼາຍ - ມັນຕາຍທັ້ງທີຕັ້ງຄັນຢູ່

ກອງທຶນສັດປ່າໂລກ (WWF) ເປີດເຜີຍ ໃນວັນທີ 2 ເມສາ ວ່າ: ຂະນະນີ້ ທະເລເມດີເຕີເຣນຽນ ກຳລັງປະສົບບັນຫາຂີ້ເຫຍື້ອພຼາສຕິກ ໃນທະເລ ຫຼັງຈາກໃນອາທິດທີ່ຜ່ານມາ ພົບວ່າມີຊາກປາວານ ເພດເມຍໂຕໜຶ່ງ ຄວາມຍາວ 26 ແມັດ ທີ່ເສຍຊີວິດ ແລ້ວຖືກຄື້ນພັດເຂົ້າຝັ່ງ ຢູ່ເຂດປົກຄອງຊາດິເນຍ ໃນອີຕາລີ.

ຈາກການພິສູດຊາກປາວານ ພົບວ່າ:

ໃນທ້ອງມີຂີ້ເຫຍື້ອພຼາສຕິກເຖິງ 22 ກິໂລກຣາມ ເຊິ່ງຂີ້ເຫຍື້ອທີ່ພົບ ມີທັງອຸປະກອນທໍ່ພຼາສຕິກທີ່ໃຊ້ໃນງານໄຟຟ້າ, ຈານພຼາສຕິກ, ຖົງໃສ່ເຄື່ອງ, ສາຍເອັນເບັດ ແລະ ຖົງນໍ້າຢາຊັກເຄື່ອງ.

ຂີ້ເຫຍື້ອພຼາສຕິກ ທີ່ພົບໃນທ້ອງຂອງຊາກປາວານ

ທັ້ງນີ້, WWF ເປີດເຜີຍວ່າ: ຂີ້ເຫຍື້ອພຼາສຕິກ ເປັນໜຶ່ງໃນໄພຄຸກຄາມທີ່ຮ້າຍແຮງຕໍ່ສັດທະເລ ແລະ ພົບວ່າ ໃນໄລຍະ 2-3 ປີຜ່ານມານີ້ ມີປາວານທົ່ວໂລກ ຕ້ອງຕາຍຈາກການກິນຂີ້ເຫຍື້ອພຼາສຕິກແລ້ວ ຢ່າງໜ້ອຍ 6 ໂຕ.

Visual Composer Website Builder