ເຂົ້າຮ່ວມໂດຍ ພັອ ທອງໃບ ລໍວັນໄຊ ຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄຳໄຊ-ເປັນປະທານໂດຍ ພັທ ແກ້ວສຸວັນ ວັນນະແຝງ ຫົວໜ້າກອງບັນຊາການ ປກສ ເມືອງບໍລິຄັນ

ກອງບັນຊາການ ປກສ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປະຈຳປີ 2018 ແລະ ວາງທິດທາງແຜນການ ໃນປີ 2019 ໃນທ້າຍອາທິດທີ່ຜ່ານມາ, ເປັນປະທານໂດຍ ພັທ ແກ້ວສຸວັນ ວັນນະແຝງ ຫົວໜ້າກອງບັນຊາການ ປກສ ເມືອງບໍລິຄັນ, ເຂົ້າຮ່ວມໂດຍ ພັອ ທອງໃບ ລໍວັນໄຊ ຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄຳໄຊ, ມີ ເຈົ້າເມືອງໆບໍລິຄັນ, ຄະນະພັກ-ຄະນະກອງບັນຊາການ ຕະຫຼອດຮອດ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ກາດຳ ດາວແດນໃຕ້ ຮອງຫົວໜ້າກອງບັນຊາການ ປກສ ເມືອງບໍລິຄັນ ໃຫ້ຮູ້ວ່າ:

ກອງປະຊຸມສະຫຼຸບວຽກງານ ປະຈຳປີ 2018 ແລະ ວາງທິດທາງແຜນການ ໃນປີ 2019

ໃນໄລຍະ 1 ປີທີ່ຜ່ານມາ, ມີຄະດີເກີດຂຶ້ນທັງໝົດ 175 ເລື່ອງ, ມີຜູ້ຖືກຫາ 219 ຄົນ, ໃນນັ້ນຄະດີຄ້າ-ຂາຍຢາເສບຕິດ 16 ເລື່ອງ, ມີຜູ້ຖືກຫາ 21 ຄົນ, ຢຶດຂອງກາງຢາບ້າໄດ້ 4.521 ເມັດ, ຄະດີອາຍາເກີດຂຶ້ນ 111 ເລື່ອງ, ມີຜູ້ຖືກຫາ 137 ຄົນ, ຂອງກາງຄະດີມີໝໍ້ຊ໋ອດ 4 ເຄື່ອງ, ປືນລູກຊອງ 2 ກະບອກ, ປືນແກ໊ບ 5 ກະບອກ, ຈັກສະຕິນ 3 ເຄື່ອງ, ເລົາປືນແກ໊ບ 14 ເລົາ, ລະເບີດ 1 ໜ່ວຍ, ແກ້ໄຂຄະດີເສດຖະກິດເກີດຂຶ້ນ 48 ເລື່ອງ, ມີຜູ້ຖືກຫາ 51 ຄົນ, ຂອງກາງມີໄມ້ແປ້ນ ແລະ ໄມ້ແປຮູບ 12.856 ແມັດກ້ອນ, ຖ້າທຽບໃສ່ປີຜ່ານມາ ແມ່ນຫຼຸດລົງ 13 ເລື່ອງ, ບັນຫາທີ່ພົ້ນເດັ່ນແມ່ນ ບັນຫາການຄາດຕະກໍາ ເສຍຊີວິດ 6 ສົບ.

ນອກນັ້ນ, ຍັງໄດ້ເອົາໃຈໃສ່ແກ້ໄຂບັນຫາ 4 ເຖື່ອນ ແລະ ໄດ້ຮັບຜົນສໍາເລັດຢ່າງມີປະສິດທິຜົນ.

Visual Composer Website Builder

ຈາກນັ້ນ, ບັນດາຜູ້ແທນ ຍັງໄດ້ຜັນປ່ຽນກັນຂຶ້ນລາຍງານສະພາບການຕ່າງໆ ທີ່ເກີດຂຶ້ນໃນຂົງເຂດທີ່ຕົນຮັບຜິດຊອບ, ພ້ອມທັງປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການໃຫ້ສົມບູນຂຶ້ນ.