ເມືອງຫີນບູນ ອົບຮົມຫັດແອບສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົມຕິດລຽນ

ໃນວັນທີ 26 ມີນາ 2019 ເມືອງຫີນບູນ ແຂວງຄໍາມ່ວນ ໄດ້ເປີດຝຶກອົບຮົມຫັດແອບສ້າງທ່າສະໜາມສູ້ຮົບບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບຕິດລຽນ ເພື່ອປ້ອງກັນບໍລິເວນ, ໂດຍການເຂົ້າຮ່ວມໃນພິທີຂອງ ທ່ານ ບຸນມີ ພີມມະສອນ ຮອງເຈົ້າແຂວງໆຄຳມ່ວນ, ພົຕ ສີດາລໍ ຈົ່ງເຕັງເຈ້ຍຊ້າ ຮອງຫົວໜ້າກົມໃຫຍ່ ເສນາທິການກອງທັບ, ເຈົ້າເມືອງໆຫີນບູນ, ກໍາລັງ ປກຊ-ປກສ ເມືອງອຳນາດການປົກຄອງບ້ານ, ກຳລັງ ປກຊ-ປກສ ບ້ານ ພ້ອມດ້ວຍນັກສຳມະນາກອນ ແລະ ແຂກຮັບເຊີນເຂົ້າຮ່ວມ.

ພັທ ບຸນທັນ ວິໄລຈີດ ຫົວໜ້າຫ້ອງເສນາທິການທະຫານແຂວງ ໄດ້ຂຶ້ນຜ່ານແຜນການຝຶກອົບຮົມຫັດແອບສ້າງທ່າສະໜາມສູ້ຮົບປ້ອງກັນບໍລິເວນເມືອງຫີນບູນ ບົດຮຽນທີ່ນຳມາຝຶກຫັດແອບໃນຄັ້ງນີ້ ມີທິດສະດີສູ້ຮົບປ້ອງກັນບໍລິເວນຂອງເມືອງ ແລະ ສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບຕິດລຽນ, ຫຼັກການວຽກງານເສນາ-ບັນຊາ, ຫຼັກການສ້າງແຜນການ ກໍ 2 ຂອງເມືອງ, ຫຼັກການກຽມພ້ອມສູ້ຮົບ,  ຫຼັກການວິທີສ້າງແຜນການສູ້ຮົບປ້ອງກັນບໍລິເວນເມືອງ, ວິທີສ້າງຄວາມຕັດສິນໃຈປ້ອງກັນບໍລິເວນ ເມືອງ, ວຽກງານກຳລັງພົນໃນແຕ່ລະພາວະ, ວຽກງານພັກ-ວຽກງານການເມືອງ ໃນແຕ່ລະພາວະ,   ວຽກງານພະລາທິການ ແລະ ເຕັກນິກໃນແຕ່ລະພາວະ, ວິທີສ້າງແຜນຮັບປະກັນແຕ່ລະພາກສ່ວນ ແລະ ວິທີສ້າງແຜນຍົກຍ້າຍອົງການສຳນັກງານ ແລະ ປະຊາຊົນສູ່ເຂດຫຼົບໄພ. ວິທີສ້າງ ແຜນຮັບປະກັນຂອງແຕ່ລະບັນດາຫ້ອງການ ແລະ ການແກ້ໄຂກໍລະນີ ເພື່ອກອບກູ້ເອົາຕົວປະກັນ.

ການເປີດຝຶກອົບຮົມຄັ້ງນີ້ ເພື່ອເຮັດໃຫ້ຄະນະພັກ-ຄະນະບັນຊາ, ອຳນາດການປົກຄອງບ້ານ ແລະ ອົງການຈັດຕັ້ງມະຫາຊົນ ກຳລັງປະກອບອາວຸດທ້ອງຖິ່ນ ໄດ້ເຊື່ອມຊຶມຕໍ່ກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງພັກໃນສະພາບການໃໝ່, ຍົກສູງລະດັບຄວາມຮູ້ຄວາມສາມາດໃນການຊີ້ນຳ ນຳພາບັນຊາບັນດາດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ສູງຂຶ້ນອີກເທື່ອລະກ້າວ.