ກວດພົບແປ້ງທີ່ເປັນສານເສບຕິດ 10 ໂຕ່ນ ຢູ່ເຮືອບັນທຸກສິນຄ້າ

0
1777

ໃນທ້າຍເດືອນພຶດສະພາຜ່ານມາ, ເຈົ້າໜ້າທີ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງ ປະຈໍາດ່ານສາກົນບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ກວດຄົ້ນເຮືອບັນທຸກສິນຄ້າ ພົບແປ້ງຝຸ່ນສີຂາວ ທີ່ໃຊ້ເປັນສ່ວນປະສົມສານເສບຕິດ ຈໍານວນ 400 ເປົາ ມີນໍ້າໜັກ 10 ໂຕ່ນ ແລະ ສາມາດກັກຕົວຜູ້ເປັນເຈົ້າຂອງແປ້ງຝຸ່ນດັ່ງກ່າວໄປສືບສວນ-ສອບສວນ.

ແປ້ງຝຸ່ນສີຂາວ ທີ່ໃຊ້ເປັນສ່ວນປະສົມສານເສບຕິດ ຈໍານວນ 400 ເປົາ ມີນໍ້າໜັກ 10 ໂຕ່ນ
ແປ້ງຝຸ່ນສີຂາວ ທີ່ໃຊ້ເປັນສ່ວນປະສົມສານເສບຕິດ ຈໍານວນ 400 ເປົາ ມີນໍ້າໜັກ 10 ໂຕ່ນ

ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ:

ເວລາປະມານ 10:00 ໂມງ ຂອງວັນທີ 29 ພຶດສະພາ 2019, ນາງ ພິມ ເຈົ້າຂອງເຮືອບັນທຸກສິນຄ້າທີ່ບັນທຸກແປ້ງຝຸ່ນດັ່ງກ່າວມາແຕ່ ສປ ຈີນ, ເມື່ອເດີນທາງມາຮອດດ່ານສາກົນບ້ານມອມ ໄດ້ເຂົ້າແຈ້ງປຶ້ມເຮືອ ພ້ອມທັງແຈ້ງບອກຈະເອົາແປ້ງຝຸ່ນສີຂາວ ຈໍານວນ 10 ໂຕນ ໄປສົ່ງຢູ່ບ້ານປຸງ ປະເທດມຽນມາ.

ເຈົ້າໜ້າທີ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງ ດ່ານສາກົນບ້ານມອມ
ເຈົ້າໜ້າທີ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງ ດ່ານສາກົນບ້ານມອມ

ຈາກນັ້ນ, ເຈົ້າໜ້າທີ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງ ດ່ານສາກົນບ້ານມອມ ໄດ້ເຂົ້າກວດກາພົບເຫັນແປ້ງທີ່ໃຊ້ປະສົມສານເສບຕິດ ຈໍານວນ 400 ເປົາ ມີນໍ້າໜັກ 10 ໂຕ່ນ ຈຶ່ງໄດ້ກັກຄົນທີ່ມານໍາເຮືອ 6 ຄົນ ຊື່ ທ້າວ ສົມນຶກ ອາຍຸ 34 ປີ ແລະ ນາງ ພິມ ອາຍຸ 32 ປີ (ຜົວເມຍ) ຢູ່ບ້ານດ່ານ ເມືອງຈອມເພັດ ແຂວງຫຼວງພະບາງ, ທ້າວ ໂຊນ ອາຍຸ 27 ປີ ຢູ່ບ້ານປາກເປັດ ເມືອງຊຽງຮ່ອນ ແຂວງໄຊຍະບູລີ, ນາງ ເຈິນທີຮອຍ ອາຍຸ 29 ປີ, ນາງ ເຈິນທີເຮີຍ ອາຍຸ 27 ປີ, ນາງ ເຈິນທີທູເຮືອງ ອາຍຸ 37 ປີ ທັງສາມເປັນຄົນສັນຊາດຫວຽດ ນາມ ແລະ ທ້າວ ຕີເວິນຄ່າ ບ້ານປ່າໂຄງ ເມືອງທ່າຂີ້ເຫຼັກ ແຂວງທ່າຂີ້ເຫຼັກ ປະເທດມຽນມາ (ຜູ້ມາຕິດຕໍ່ໂອ້ລົມເລື່ອງເອົາເຄື່ອງຂ້າມໄປຝັ່ງມຽນມາ) ໄປດຳເນີນການສອບສວນ.

ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ
ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ

ຜ່ານການສອບສວນໃນເບື້ອງຕົ້ນ, ທ້າວ ສົມນຶກ ຮັບສາລະພາບວ່າ:

ແປ້ງຈໍານວນ 400 ເປົາ ແມ່ນໄດ້ຮັບ ຈ້າງຂົນສົ່ງໃຫ້ ທ້າວ ແພງ ອາຍຸປະມານ 37 ປີ. ພໍມາຮອດດ່ານບ້ານມອມ ໄດ້ຂຶ້ນມາແຈ້ງເຄື່ອງຢູ່ດ່ານຮັບຂົນສົ່ງແປ້ງຝຸ່ນ ມາຈາກດ່ານສົບໂລຍ ເພື່ອຂ້າມໄປບ້ານປຸງ ປະເທດມຽນມາ ເຊິ່ງເຈົ້າໜ້າທີ່ໄດ້ເຂົ້າກວດເຄື່ອງ ແລ້ວບອກໃຫ້ຜູ້ກ່ຽວໂທຫາ ທ້າວ ແພງ ເຈົ້າຂອງແປ້ງຝຸ່ນຂ້າມມາຫາເຈົ້າໜ້າທີ່. ຈາກນັ້ນ, ທ້າວ ຕຽງວິນ ໄດ້ຂ້າມມາໄກ່ເກ່ຍ ຈຶ່ງຖືກເຈົ້າໜ້າທີ່ໄດ້ກັກຕົວ, ສ່ວນຄົນຫວຽດນາມທັງ 3 ຄົນ ທີ່ຂີ່ເຮືອມານໍາຜູ່ກ່ຽວ ແມ່ນໄດ້ເສຍຄ່າຈ້າງຄົນລະ 300 ຢວນ ເຊິ່ງບໍ່ມີສ່ວນພົວພັນກັບສານເສບຕິດດັ່ງກ່າວ.

ທ້າວ ຕຽງວິນ ໃຫ້ການຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ:

ແປ້ງຝຸ່ນ ຈໍານວນ 400 ເປົາ ແມ່ນຢູ່ໃນການຄອບຄອງຂອງຜູ້ກ່ຽວ, ໂດຍໃນວັນທີ 29 ພຶດສະພາ 2019 ໄດ້ມີ ທ້າວ ອ່ອງຈົວ ອາຍຸ 45 ປີ ຢູ່ບ້ານປາກຄຸກ ແຂວງທ່າຂີ້ເຫຼັກ ໄດ້ໂທຫາຜູ່ກ່ຽວບອກໃຫ້ໄປເບິ່ງເຄື່ອງຢູ່ຝັ່ງລາວ ທີ່ທ່າດ່ານບ້ານມອມ ແຕ່ຜູ່ກ່ຽວຍັງບໍ່ຮູ້ວ່າແມ່ນເຄື່ອງຫຍັງ, ມີແຕ່ ທ້າວ ອ່ອງຈົວ ບອກໃຫ້ໄປເອົາຢູ່ຝັ່ງລາວ ຂ້າມໄປບ້ານປຸ່ງ ຝັ່ງມຽນມາ ຫຼັງຈາກນັ້ນຜູ່ກ່ຽວໄດ້ຂ້າມມາຝັ່ງລາວ ທີ່ທ່າບ້ານມອມ ຮອດເວລາປະມານ 17 ໂມງ ຈຶ່ງຖືກເຈົ້າໜ້າທີ່ກັກຕົວ.

ທ້າວ ໂຊນ ຮັບສາລະພາບວ່າ:

ແປ້ງຈໍານວນ 10 ໂຕນ ຜູ້ກ່ຽວກໍ່ບໍ່ຮູ້ວ່າແມ່ນຂອງຜູ້ໃດເປັນພຽງກໍາມະກອນປະຈໍາຢູ່ເຮືອ ໄດ້ຄ່າຈ້າງ 1 ຖ້ຽວລະ 1.000 ບາດ; ສ່ວນ ນາງ ພິມ ໃຫ້ການວ່າ: ແປ້ງຈໍານວນ 10 ໂຕນ ແມ່ນຂອງ ທ້າວ ແພງ ຢູ່ສົບໂລຍ ໄດ້ມາຈ້າງໃຫ້ຂົນສົ່ງແປ້ງຈໍານວນດັ່ງກ່າວ ຈາກສົບໂລຍ ໄປສົ່ງຢູ່ບ້ານປຸ່ງ ໃນລາຄາ 1000 ຢວນ. ຈາກນັ້ນ, ຜູ້ກ່ຽວ ແລະ ຜົວ ຂັບເຮືອມາຮອດບ້ານມອມ ໄດ້ໄປແຈ້ງພາສີ ກັບຕໍາຫຼວດຢູ່ດ່ານ ວ່າຈະເອົາແປ້ງໄປສົ່ງຢູ່ບ້ານປຸ່ງ ຝັ່ງມຽນມາ ແຕ່ເຈົ້າໜ້າທີ່ກັກຕົວ ພ້ອມກັບຜົວ ແລະ ລູກຈ້າງອີກ 1 ຄົນ.

ເຈົ້າຂອງເຮືອບັນທຸກສິນຄ້າທີ່ບັນທຸກແປ້ງຝຸ່ນດັ່ງກ່າວມາແຕ່ ສປ ຈີນ
ເຈົ້າຂອງເຮືອບັນທຸກສິນຄ້າທີ່ບັນທຸກແປ້ງຝຸ່ນດັ່ງກ່າວມາແຕ່ ສປ ຈີນ

ຄະດີດັ່ງກ່າວ, ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ ພວມສືບຕໍ່ດໍາເນີນການສອບສວນ ພ້ອມທັງກວດຫາສານເສບຕິດໃຫ້ລະອຽດ ກ່ອນຂະຫຍາຍຜົນຕິດຕາມຫາຜູ້ຖືກຊັດທອດໄປດໍາເນີນຄະດີຕາມກົດໝາຍ.