ໜ້າຫຼັກ Tags ພັຕ ສັງຄົມ ພົມມະລາດ

Tag: ພັຕ ສັງຄົມ ພົມມະລາດ

ບູດໂຄສະນາລະບຽບການສັນຈອນ ໄດ້ຮັບຄວາມສົນໃຈສູງຈາກມວນຊົນ

ບູດໂຄສະນາລະບຽບການສັນຈອນ ທີ່ພະແນກ ຍທຂ, ພະແນກຈະລາຈອນຮ່ວມກັບບັນດາຫ້າງຮ້ານຕ່າງໆ ເປີດ ຂຶ້ນໃນບຸນອອກພັນສາ ແລະ ຊ່ວງເຮືອ ທ່າວັດຈັນ ປີ 2019

ປັບປ່ຽນໂມງເຂົ້າການຊ່ວຍແກ້ໄຂການສັນຈອນແອອັດໄດ້

ສົກຮຽນໃໝ່ 2019-2020 ພົບວ່າສະພາບການສັນຈອນຕາມທ້ອງຖະໜົນ ໃນນະຄອນຫຼວງວຽງຈັນ ເພີ່ມຂຶ້ນ ເທົ່າຕົວ ເຮັດໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນ ພົບຄວາມຫຍຸ້ງຍາກພໍສົມຄວນເສັ້ນທາງສາຍ 3 ແຍກ, 4 ແຍກ, ໄຟແດງ, ໜ້າສໍານັກງານອົງການ ແລະ ສະຖາບັນການ ສຶກສາຕ່າງໆ ເພາະຕາມການສໍາຫຼວດສະພາບການສັນຈອນທີ່ມີຄວາມແອອັດຢູ່ ຂອບເຂດບັນດາໂຮງຮຽນ; ສະຖາບັນການສຶກສາ, ແຕ່ກໍມີໂຮງຮຽນຫຼາຍແຫ່ງປັບປ່ຽນໂມງເຂົ້າຮຽນກໍສາມາດແກ້ໄຂ ບັນຫາການສັນຈອນແອອັດໄດ້.

ຮຽກຮ້ອງໃຫ້ຜູ້ຂັບຂີ່ ເຂັ້ມງວດປະຕິບັດລະບຽບທ່າມກາງຈະລາຈອນແອອັດ

ປັດຈຸບັນນີ້, ການຂັບຂີ່ລົດຕາມທ້ອງຖະໜົນ ໃນນະຄອນຫຼວງວຽງຈັນ ຕອນໂມງໄປການ-ເລີກການພົບເຫັນລົດຕິດຂັດເປັນພິເສດຢູ່ຕາມເສັ້ນທາງສາຍຕ່າງໆ, ສືບເນື່ອງມາຈາກການເປີດສົກຮຽນໃໝ່ຂອງກະຊວງສຶກສາທິການ ແລະ ກິລາ ປະຈໍາປີ 2019-2020; ໃນໄລຍະເວລາດັ່ງກ່າວ ເຈົ້າໜ້າທີ່ໄດ້ຝາກ ເຕືອນມາຍັງຜູ້ໃຊ້ລົດ-ໃຊ້ຖະໜົນ ໃຫ້ ມີຄວາມລະມັດລະວັງໃນເວລາຂັບຂີ່ ໃນສະພາບການສັນຈອນບໍ່ປົກກະຕິ ຖ້າບໍ່ເຄົາລົບກົດລະບຽບຈະລາຈອນທີ່ວາງອອກຢ່າງເຂັ້ມງວດ ອາດສ່ຽງເກີດອຸບັດ ຕິເຫດໄດ້.

ຕຳຫຼວດຈະລາຈອນ ສຸມໃສ່ປະຕິບັດ 5 ວຽກງານ ເພື່ອຮັບມືສົກຮຽນໃໝ່

ໃນສົກຮຽນ 2019-2020 ເຊິ່ງເປັນຊ່ວງເປີດສົກຮຽນໃໝ່, ຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ເປີດເຜີຍວ່າ ແນ່ນອນພາຫະນະເພີ່ມຂຶ້ນຢູ່ຕາມໜ້າສາຍທາງ

ການໂຄສະນາຄືປັດໄຈສຳຄັນທີ່ຈະຊ່ວຍຫຼຸດຜ່ອນຈະລາຈອນແອອັດ ແລະ ອຸບັດຕິເຫດໃນ ນວ

ກອງໂຄສະນາ ພະແນກຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ (ນວ) ໄດ້ຖືເອົາວຽກງານໂຄສະນາເປັນວຽກງາໜຶ່ງທີ່ສໍາຄັນເປັນປາຍແຫຼມຂອງຈະລາຈອນ, ໂດຍມີຈຸດປະສົງເພື່ອໂຄສະນາປູກຈິດສໍານຶກໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນຮັບຮູ້ເຖິງກົດລະບຽບຈະລາ ຈອນ, ກົດໝາຍຂົນສົ່ງທາງບົກ ແລະ ແຈ້ງການຕ່າງໆເຂົ້າສູ່ລວງເລິກ. ນອກນັ້ນທັງເປັນການຊີ້ແຈງໃຫ້ເຫັນເຖິງຜົນເສຍຫາຍຈາກການເກີດອຸບັດຕິເຫດ ໂດຍສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ ໂດຍມີການໂຄສະນາດ້ວຍຫຼາຍຮູບແບບຢ່າງກວ້າງຂວາງ.