ໃນສົກຮຽນ 2019-2020 ເຊິ່ງເປັນຊ່ວງເປີດສົກຮຽນໃໝ່, ຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ເປີດເຜີຍວ່າ ແນ່ນອນພາຫະນະເພີ່ມຂຶ້ນຢູ່ຕາມໜ້າສາຍທາງ ແລະ ໜ້າໂຮງ ຮຽນແຫ່ງຕ່າງໆ ເນື່ອງຈາກວ່ານັກຮຽນ-ນັກສຶກສາ; ສ່ວນໃຫຍ່ນໍາໃຊ້ພາຫະນະສ່ວນຕົວທຽວຮຽນ ແລະ ລົດຂອງຜູ້ປົກຄອງນໍາສົ່ງລູກຫຼານ ເພື່ອຮັບມືກັບສະພາບທີ່ຈະເກີດຂຶ້ນນັ້ນ ພະແນກຕໍາ ຫຼວດຈະລາຈອນ ຈຶ່ງມີການວາງແຜນອັນລະອຽດໃນການຮັບມືກັບບັນຫາທີ່ຈະເກີດຂຶ້ນ.

ຕຳຫຼວດຈະລາຈອນ ສຸມໃສ່ປະຕິບັດ 5 ວຽກງານ ເພື່ອຮັບມືສົກຮຽນໃໝ່
ຕຳຫຼວດຈະລາຈອນ ສຸມໃສ່ປະຕິບັດ 5 ວຽກງານ ເພື່ອຮັບມືສົກຮຽນໃໝ່

ພັຕ ສັງຄົມ ພົມມະລາດ ຮອງຫົວໜ້າພະແນກຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:

ໃນໄລຍະເປີດສົກຮຽນໃໝ່ນີ້ ພະແນກຕໍາຫຼວດຈະລາຈອນ ສົມທົບກັບກອງຕໍາຫຼວດຈະລາຈອນແຕ່ລະເມືອງ ສຸມໃສ່ເຮັດໜ້າທີ່ຕາມແຜນຂອງພະແນກທີ່ວາງອອກ ເພື່ອຮັບປະກັນໄດ້ຫຼັກການວິຊາສະເພາະ ໂດຍຈັດຕັ້ງກໍາລັງຕາມສາຍທາງ, ຕາມປ້ອມ, ຕາມໜ້າໂຮງຮຽນ ແລະ ຈຸດຕ່າງໆທີ່ເຫັນວ່າສະພາບການສັນຈອນແອອັດ; ເຊິ່ງມີຈໍານວນ 100 ຈຸດ ບໍ່ລວມການເຮັດໜ້າທີ່ປະຈໍາປ້ອມຊົ່ວຄາວ ແລະ ຖາວອນ, ນໍາໃຊ້ກໍາລັງເປັນຈໍານວນຫຼວງຫຼາຍ ເພື່ອເຮັດໜ້າທີ່ອໍານວຍຄວາມສະດວກໃຫ້ພໍ່-ແມ່ປະຊາຊົນ ແລະ ພະນັກງານທີ່ທຽວການໃຫ້ມີຄວາມສະດວກ ແລະ ຄ່ອງຕົວດີ, ເຊິ່ງໄດ້ສຸມໃສ່ 5 ວຽກງານຄື:

ຕຳຫຼວດຈະລາຈອນ ສຸມໃສ່ປະຕິບັດ 5 ວຽກງານ ເພື່ອຮັບມືສົກຮຽນໃໝ່
ຕຳຫຼວດຈະລາຈອນ ສຸມໃສ່ປະຕິບັດ 5 ວຽກງານ ເພື່ອຮັບມືສົກຮຽນໃໝ່
  • ວຽກງານໂຄສະນາສຶກສາອົບຮົມ: ເຊິ່ງວຽກງານດັ່ງກ່າວ ທາງກອງໂຄສະນາພະແນກຕໍາຫຼວດຈະລາຈອນ ສົມທົບກັບໜ່ວຍງານໂຄສະນາເມືອງ ລົງໂຄສະນາຕາມທາງ 3 ແຍກ, 4 ແຍກ, ໂຮງຮຽນ, ສະຖານທີ່ຊຸມຊົນ ພ້ອມນັ້ນ ກໍໂຄສະນາຜ່ານສື່ໂທລະພາບ; ວິທະຍຸ ແລະ ໜັງສືພິມເປັນປະຈໍາ ເພື່ອແນໃສ່ເຮັດໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນ ຮັບຮູ້ເສັ້ນ ທາງທີ່ພາຫະນະແອອັດ ເພື່ອຫຼີກລ່ຽງນໍາໃຊ້ເສັ້ນທາງອື່ນ. ພ້ອມນັ້ນ; ກໍເນັ້ນໃສ່ໃຫ້ຜູ້ຂັບຂີ່ເປັນເຈົ້າການນໍາກັນໃນການປະຕິບັດກົດລະບຽບຈະລາຈອນ ທີ່ວາງອອກ ເພື່ອບໍ່ໃຫ້ລົດຕິດຂັດ ແລະ ອຸບັດຕິເຫດເກີດຂຶ້ນ.
  • ວຽກງານຈັດສັນຈະລາຈອນຕາມແຄມທາງ: ສຸມໃສ່ເຮັດໜ້າທີ່ປະຈໍາຈຸດ, ປະຈໍາປ້ອມ ເພື່ອອໍານວຍຄວາມສະ ດວກໃຫ້ນັກຂ ັບຂີ່ໃນເວລາຮີບດ່ວນ ແລະ ເຮັດໜ້າທີ່ຈັດສັນຄວາມເປັນລະບຽບຮຽບຮ້ອຍຕາມສາຍທາງ, ເຊິ່ງເຮັດໜ້າທີ່ແນະນໍາ ແລະ ຕັກເຕືອນຜູ້ທີ່ໃຊ້ ລົດ-ໃຊ້ຖະໜົນ, ຈອດປ້າຍຫ້າມ, ຈອດໃນເວລາຫ້າມຈອດ ແລະ ຈອດແຄມທາງໃນຊ່ວງຊົ່ວໂມງພາຫະນະເພີ່ມຂຶ້ນເບື້ອງຕົ້ນຖ້າພົບເຫັນເຈົ້າໜ້າທີ່ຕັກເຕືອນ ຜູ້ຂັບຂີ່ ແລະ ໃຫ້ນໍາເອົາລົດໄປຈອດ ຢູ່ທີ່ອື່ນໆທີ່ບໍ່ກີດຂວາງການສັນຈອນ, ຖ້າຍັງພົບເຫັນຈະລ໋ອກລໍ້ ພ້ອມປັບໃໝຕາມດໍາລັບ 188/ນຍ ກໍານົດໄວ້.
  • ວຽກງານທາງຫຼວງ: ສຸມໃສ່ອໍານວຍຄວາມສະດວກ 3 ແຍກ, 4 ແຍກ ພ້ອມທັງເຮັດໜ້າທີ່ກວດກາພາຫະນະທີ່ລະເມີດກົດລະບຽບຈະລາຈອນ ແລະ ກົດໝາຍ, ນອກນັ້ນຈັດລະບຽບຕາມສາຍທາງບ່ອນທີ່ມີການສັນຈອນແອອັດ ຕາມເສັ້ນທາງຫຼວງ.
  • ວຽກງານແກ້ໄຂອຸບັດຕິເຫດຕາມທ້ອງຖະໜົນ: ໃນສະພາບການສັນຈອນທີ່ແອອັດນີ້ ອາດຈະມີອຸບັດຕິເຫດ ທີ່ເກີດຂຶ້ນສິ່ງທີ່ຕາມມາບໍລິເວນດັ່ງກ່າວ ຈະມີລົດຕິດຂັດຍາວຢຽດອັນສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ຄົນອື່ນໆ, ເພື່ອຮັບມືກັບສະພາບນີ້ ຈຶ່ງແຕ່ງຕັ້ງພະນັກງານປະຈໍາການຄອຍເຫດ ເພື່ອມີ ເຫດການເກີດຂຶ້ນຢູ່ບ່ອນໃດໃຫ້ວ່ອງໄວລົງໄປສະຖານທີ່ເກີດເຫດທັນທີ; ເພື່ອແກ້ໄຂບໍ່ໃຫ້ຈະລາຈອນຕິດຂັດແກ່ຍາວ ພ້ອມທັງຍຸຕິທໍາໃນການດໍາເນີນຄະດີ ແລະ ຖືກຕ້ອງຕາມລະບຽບກົດໝາຍ.
  • ວຽກງານກ້ອງວົງຈອນປິດ: ສຸມໃສ່ເຮັດໜ້າທີ່ຕິດຕາມການສັນຈອນຕາມເສັ້ນທາງ ຖ້າພົບເຫັນການສັນຈອນແອອັດຢູ່ຈຸດໃດ ທາງກ້ອງວົງ ຈອນປິດແຈ້ງໄປຍັງຈຸງານທາງຫຼວງບ່ອນ ທີ່ຢູ່ໃກ້ຄຽງ ເພື່ອເຂົ້າໄປແກ້ໄຂລະບາຍການສັນຈອນໃຫ້ບໍລິເວນດັ່ງກ່າວມີຄວາມສະດວກ.
ຕຳຫຼວດຈະລາຈອນ ສຸມໃສ່ປະຕິບັດ 5 ວຽກງານ ເພື່ອຮັບມືສົກຮຽນໃໝ່
ຕຳຫຼວດຈະລາຈອນ ສຸມໃສ່ປະຕິບັດ 5 ວຽກງານ ເພື່ອຮັບມືສົກຮຽນໃໝ່

ຮອງຫົວໜ້າພະແນກ ກ່າວຕື່ມວ່າ: ໃນສົກຮຽນໃໜ່ນີ້ ແນ່ນອນສະພາບການສັນຈອນຕາມຖະໜົນຫົນທາງ ເພີ່ມຂຶ້ນ ເຮັດໃຫ້ການໄປມາບໍ່ສະດວກສະບາຍປານໃດ, ເຖິງຈະມີເຈົ້າໜ້າທີ່ ປະຈໍາຈຸດຕ່າງໆ ບໍ່ສາມາດຮັບປະກັນໄດ້ວ່າການສັນຈອນຈະດີຂຶ້ນ ຖ້າປາສະຈາກການຮ່ວມມືຈາກຜູ້ຂັບຂີ່ຄືເຄົາລົບກົດລະບຽບຈະລາຈອນທີ່ວາງອອກ, ໃຫ້ກຽດເຊິ່ງກັນແລະກັນ, ປະຕິບັດ ຕາມການແນະນໍາຂອງເຈົ້າໜ້າທີ່ ຖ້າພ້ອມການຈັດຕັ້ງປະຕິບັດເຊື່ອແນ່ວ່າສະການສັນຈອນເປັນໄປໃນທາງທີ່ດີ.