ວັນທີ 28 ສິງຫາ 2019, ຄະນະພັກ, ຄະນະກົມ, ພະແນກ ແລະ ພະນັກງານ-ລັດຖະກອນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເຊື່ອມຊຶມ ບັນດາມະຕິ – ຄຳສັ່ງຂອງພັກ ເພື່ອກະ ກຽມເປີດກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ເຜີຍແຜ່ໂດຍ ຮສຈ ປອ ທອງສະລິດ ມັງໜໍ່ເມກ ກຳມະການສູນກາງພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກ ຄອງແຫ່ງຊາດ.

ເຊື່ອມຊຶມມະຕິ - ຄຳສັ່ງ ກຽມເປີດກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ
ເຊື່ອມຊຶມມະຕິ – ຄຳສັ່ງ ກຽມເປີດກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ

ຮສຈ ປອ ທອງສະລິດ ມັງໜໍ່ເມກ ກ່າວວ່າ: ເອກະສານທີ່ເຜີຍແຜ່ປະກອບມີມະຕິກອງປະ ຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ VIII ສະໄໝທີ 10, ມະຕິຕົກລົງຂອງກົມການເມືອງ ສູນກາງພັກ ເລກທີ 075/ກມສພ ລົງວັນທີ 30 ກໍລະກົດ 2019 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຄຳສັ່ງ ເລກທີ 03/ຄລສພ ລົງວັນທີ 15 ພຶດສະພາ 2019
ວ່າດ້ວຍການປັບປຸງຫຼັກສູດການຮຽນ-ການສອນທິດສະດີການເມືອງ ໃນລະບົບໂຮງຮຽນພັກ ແລະ ລະບົບການສຶກສາແຫ່ງຊາດ, ມະຕິເລກທີ 072/ກມສພ ລົງວັນທີ14 ພຶດສະພາ 2019 ວ່າດ້ວຍ ລະບອບການຮໍ່າ ຮຽນທິດສະດີການເມືອງ, ຂໍ້ກຳນົດເລກທີ 01/ຄລສພ ລົງວັນທີ 15 ພຶດສະພາ 2019 ວ່າດ້ວຍການຢັ້ງຢືນລະດັບທິດສະ ດີການເມືອງ, ດຳລັດເລກທີ 116/ລບ ລົງວັນທີ 22 ເມສາ 2019 ວ່າດ້ວຍການແຂ່ງຂັນ ແລະ ຍ້ອງຍໍ ແລະ ຄຳແນະນຳ ເລກທີ 03/ພນ ລົງວັນທີ 26 ກໍລະກົດ 2019 ກ່ຽວກັບການຈັດຕັ້ງປະຕິບັດດໍາລັດ ວ່າດ້ວຍການແຂ່ງຂັນ ແລະ ຍ້ອງຍໍ.

ເຊື່ອມຊຶມມະຕິ - ຄຳສັ່ງ ກຽມເປີດກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ
ເຊື່ອມຊຶມມະຕິ – ຄຳສັ່ງ ກຽມເປີດກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ

ການເຊື່ອມຊຶມບັນດາມະຕິຄຳສັ່ງຄັ້ງນີ້ ເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ກຳແໜ້ນບັນດາແນວທາງນະໂຍບາຍຂອງພັກ ເປັນຕົ້ນແມ່ນເນື້ອໃນກອງປະຊຸມຄົບຄະນະ ຄັ້ງທີ VIII ຂອງຄະນະບໍລິຫານງານສູນກາງພັກສະໄໝທີ 10, ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດມະຫາພາກ, ການພັດທະ ນາຊົນນະບົດ ແລະ ແກ້ໄຂຄວາມຫຍຸ້ງຍາກຂອງປະຊາຊົນ, ການແບ່ງຂັ້ນຄຸ້ມຄອງໃນລະບົບອົງການບໍລິ ຫານລັດ, ການດຳເນີນຄະດີຕາມຂະບວນຍຸດຕິທຳຢູ່ປະເທດເຮົາໃນປັດຈຸບັນ ທັງເປັນການຍົກສູງຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບການເມືອງ ຂອງອົງຄະນະພັກຂັ້ນຕ່າງໆ, ສະມາຊິກພັກແຕ່ລະສະຫາຍ ໃນ ການຊີ້ນຳ-ນຳພາ ແລະ ແກ້ໄຂໃຫ້ທົ່ວເຖິງໃນການປະຕິບັດຕົວຈິງ, ຮັບປະກັນການສືບຕໍ່ຈັດຕັ້ງບັນດາຄາດໝາຍສູ້ຊົນທີ່ໄດ້ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກຂັ້ນຕ່າງໆໃຫ້ບັນລຸເປົ້າໝາຍທີ່ວາງໄວ້.