ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ນໍາກໍາລັງຕໍາຫຼວດເຂົ້າປິດລ້ອມຮ້ານອິນເຕີເນັດ ( ຮ້ານເກມ ) ຕັ້ງຢູ່ບ້ານໂນນສະຫງ່າ ເມືອງໄຊເສດຖາ ທີ່ໃຊ້ເປັນ ບ່ອນມົ້ວສຸມຢາເສບຕິດ ສາມາດກັກຕົວຜູ້ມົ້ວສຸມໄດ້ 25 ຄົນ ຍິງ 2 ແລະ ໃນນີ້, ມີຄົນຫວຽດນາມ 2 ຄົນ ພົບຢາບ້າຕົກເຮ່ຍຈຳນວນ 8 ເມັດ ແລະ ກັກຕົວຜູ້ຂາຍໄດ້ 1 ຄົນ ຊື່ ທ້າວ ຈັນສຸກ ຫຼື ກາງ ອາຍຸ 27 ປີ ຢູ່ບ້ານຮ່ອງສຸພາບ ເມືອງໄຊເຊດຖາ ພ້ອມຂອງກາງຢາບ້າ 37 ເມັດ ແລະ ຢຶດຄອມພິວເຕີ 11 ຊຸດ ໃນວັນທີ 27 ສິງຫາ 2019.

ຈັບໄວລຸ້ນມົ້ວສຸມຢາ ໄດ້ທັງໝົດ 25 ຄົນ ຍິງ 2 ຄົນ ຄົນຫວຽດນາມ 2 ຄົນ ຢູ່ຮ້ານອິນເຕີເນັດ
ຈັບໄວລຸ້ນມົ້ວສຸມຢາ ໄດ້ທັງໝົດ 25 ຄົນ ຍິງ 2 ຄົນ ຄົນຫວຽດນາມ 2 ຄົນ ຢູ່ຮ້ານອິນເຕີເນັດ

ເຈົ້າໜ້າທີ່ ປກສ ໄຊເສດຖາ ໃຫ້ຮູ້ກ່ຽວກັບ ການລົງແກ້ໄຂ ບ່ອນມົ້ວສຸມຢາເສບຕິດ ວ່າ:

ຮ້ານດັ່ງກ່າວຊື່ຮ້ານອິນເຕີເນັດ 99 ຫຼື ອິນເຕີເນັດກາເຟ, ອອກໃບອະນຸຍາດໂດຍ ໂທລະຄົມມະນາຄົມ ເລກທີ 363/ພປທຊ ອອກຊື່ ນາງ ກາຫຼົງ ສີນະຄອນ ອາຍຸ 47 ປີ ຢູ່ບ້ານທົ່ງຂັນຄຳ ເມືອງຈັນທະບູລີ ນະຄອນຫຼວງ ວຽງຈັນ; ເຊິ່ງໄດ້ສ້າງຄວາມບໍ່ສະຫງົບໃຫ້ສັງຄົມ ໂດຍການເປີດບໍລິການກາຍໂມງເວລາ ບໍ່ຖືກຕາມໃບອະນຸຍາດ ຕັ້ງແຕ່ 7 ໂມງເຊົ້າ ຫາ 2 ໂມງກາງຄືນ, ບາງມື້ 3-4 ໂມງກໍມີ ເພື່ອອຳນວຍຄວາມສະດວກໃຫ້ໄວລຸ້ນມົ້ວສຸມຢາບ້າ.

ເຈົ້າໜ້າທີ່ ຈັບໄວລຸ້ນມົ້ວສຸມຢາ ໄດ້ໃນວັນທີ 27 ສິງຫາ 2019
ເຈົ້າໜ້າທີ່ ຈັບໄວລຸ້ນມົ້ວສຸມຢາ ໄດ້ໃນວັນທີ 27 ສິງຫາ 2019

ພວກມົ້ວສຸມຢາເສບຕິດ ໄດ້ຮັບສາລະພາບວ່າ:

ໃນແຕ່ລະວັນ, ມີໄວລຸ້ນ ຫຼື ກຸ່ມຄົນທີ່ມົ້ວສຸມ ແລະ ຂາຍຢາເສບຕິດ ເຂົ້າໄປໃຊ້ບໍລິການເປັນຈຳນວນຫຼວງຫຼາຍ ເພາະຮ້ານເກມເປັນບ່ອນພະນັນແບບອອນລາຍ ດ້ວຍຮູບການນຳເງິນໃນວົງເງິນຕໍ່າສຸດ 10.000 ກີບຂຶ້ນໄປ ເພື່ອໄປເຕີມເງິນເພື່ອຫຼິ້ນເກມປະເພດເປີດໄພ້, ສະລັອດ, ໄຮໂລ ແລະ ມີການເສບ, ມົ້ວສຸມ ແລະ ຄ້າຂາຍຢາເສບຕິດຢູ່ໃນຮ້ານເລີຍ; ເຊິ່ງຮ້ານເກມດັ່ງກ່າວ ຍັງເຄີຍຖືກພາກສ່ວນທີ່ກ່ຽວຂ້ອງ ສຶກສາອົບຮົບມາແລ້ວ 1 ຄັ້ງ.

ຕໍ່ກັບຜູ້ມົ້ວສຸມຈຳນວນ 25 ຄົນ ຍິງ 2 ຄົນ ແລະ ຄົນຫວຽດນາມ 2 ຄົນ ພ້ອມຢາບ້າ 8 ເມັດ ທາງເຈົ້າໜ້າທີ່ກຳລັງສອບສວນ ຢ່າງລະອຽດ ເພື່ອຊອກຫາເຈົ້າຂອງຢາເສບຕິດ ແລະ ສຶກສາອົບຮົມເຮັດບົດບັນທຶກກ່າວເຕືອນຜູ້ມົ້ວສຸມ ພ້ອມທັງສະເໜີຂັ້ນເທິງປິດຮ້ານດັ່ງກ່າວ. ສຳລັບ ທ້າວ ຈັນສຸກ ຫຼື ກາງ ທາງເຈົ້າໜ້າທີ່ຈະໄດ້ສອບສວນຂະຫຍາຍຜົນເພີ່ມເຕີມ ກ່ຽວກັບທີ່ມາຂອງຢາບ້າຈຳນວນດັ່ງກ່າວ ແລະ ຈະດໍາເນີນຄະດີກັບຜູ້ກ່ຽວ ຕາມກົດໝາຍ.

ໄວລຸ້ນມົ້ວສຸມຢາ