ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ພາຍໃນກອງບັນຊາການ ປກສ ເມືອງຈັນທະບູລີ ໄດ້ເຂົ້າຮ່ວມຮັບຟັງມູນເຊື້ອ 2 ວັນປະຫວັດສາດຂອງຊາດລາວ ເພື່ອເປັນການທົບທວນຫວນຄືນມູນເຊື້ອອັນດີງາມ ແລະ ສືບຕໍ່ເສີມຂະຫຍາຍທາດແທ້ ມູນເຊື້ອປະຕິວັດອັນດີງາມ ເພີ່ມທະວີຄວາມສາມັກຄີຮັກແພງພາຍໃນຖັນແຖວ ແລະ ສາມັກຄີກັບທຸກຊັ້ນຄົນໃນສັງຄົມ, ໃນວັນທີ 28 ສິງຫາ 2019; ໃຫ້ການປາຖະກະຖາໂດຍ ພັທ ຊຽງພັນ ອິນທະປັນຍາ ຮັກສາການຫົວໜ້າກອງບັນຊາການ ປກສ ເມືອງຈັນທະບູລີ.

ປກສ ເມືອງຈັນທະບູລີ ເສີມຂະຫຍາຍມູນເຊື້ອປະຫວັດສາດຂອງຊາດ
ປກສ ເມືອງຈັນທະບູລີ ເສີມຂະຫຍາຍມູນເຊື້ອປະຫວັດສາດຂອງຊາດ

ພັທ ຊຽງພັນ ອິນທະປັນຍາ ກ່າວວ່າ:

ມູນເຊື້ອທີ່ນຳມາເຊື່ອມຊຶມຄັ້ງນີ້, ມີວັນຍຶດອຳນາດ 23 ສິງຫາ ຄົບຮອບ 44 ປີ (23 ສິງຫາ 1975-23 ສິງຫາ 2019) ແລະ ວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 28 ປີ (15 ສິງຫາ 1991-15 ສິງຫາ 2019), ເຊິ່ງທ່ານໄດ້ຍົກໃຫ້ເຫັນມູນເຊື້ອ ວັນຍຶດອຳນາດ 23 ສິງຫາ ແມ່ນ ເຫດ ການທີ່ມີຄວາມໝາຍສໍາຄັນຍິ່ງຂອງ ຊາດລາວ, ເປັນການຕໍ່ສູ້ອັນພິລະອາດຫານ ແລະ ມີໄຊຊນະທີ່ເຂັ້ມແຂງ, ເຮັດໃຫ້ກໍາລັງຈັກກະພັດຜູ້ຮຸກຮານ ແລະ ພວກປະຕິການຂາຍຊາດສູນສິ້ນໄປ, ເປັນການໄຂເສັ້ນທາງສູ່ໄຊຊະນະອັນສົມບູນຂອງການປະຕິວັດປົດ ປ່ອຍຊາດ, ປະຊາທິປະໄຕ ແລະ ເປັນພື້ນຖານ ຫຼື ເປັນອາລຸນໃໝ່ຂອງ ການສ້າງຕັ້ງລະບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນໃນວັນທີ 2 ທັນວາ ປີ 1975, ທັງແມ່ນໝາກຜົນຂອງການຕໍ່ສູ້ປະຕິວັດ ອັນຍືດເຍື້ອຍາວນານ ທີ່ເຕັມໄປດ້ວຍຄວາມທຸກຍາກລໍາບາກ, ພິລະອາດຫານ, ການເສຍສະລະຊີວິດ ແລະ ເລືອດເນື້ອຂອງປະຊາຊົນລາວ ທີ່ບໍ່ຈັກ ວ່າເທົ່າໃດ; ທັງແມ່ນໝາກຜົນຂອງການນໍາໃຊ້ສາມບາດຄ້ອນຍຸດທະສາດບຸກໂຈມຕີສັດຕູ “”ແບບບົວບໍ່ຊໍ້າ ນ້ໍາບໍ່ຂຸ່ນ” ແມ່ນກຽດສັກສີອັນສູງສຸດ ຂອງນັກຮັກຊາດ, ຊົນຊັ້ນກໍາມະກອນ, ນັກຮຽນຮູ້ປັນຍາຊົນ ແລະ ຜູ້ອອກແຮງງານ.

ປກສ ເມືອງຈັນທະບູລີ ເສີມຂະຫຍາຍມູນເຊື້ອປະຫວັດສາດຂອງຊາດ

ຜົນສໍາເລັດຂອງວັນຍຶດອໍານາດ 23 ສິງຫາ ແມ່ນໄຊຊະນະຂອງ ແນວທາງປະຕິວັດອັນຖືກຕ້ອງ ແລະ ການນໍາພາອັນສະຫຼາດສ່ອງໃສຂອງພັກ ທີ່ຮູ້ໝູນໃຊ້ລັດທິມາກ-ເລນິນເຂົ້າໃນພຶດຕິກໍາຕົວຈິງຂອງການປະຕິວັດລາວຢ່າງປະດິດສ້າງ; ມັນແມ່ນໄຊຊະນະຂອງກໍາລັງແຮງແຫ່ງຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ ຂອງປວງຊົນທັງຊາດ, ຄວາມເປັນອັນໜຶ່ງອັນດຽວກັນຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ແລະ ແມ່ນໄຊຊະນະຂອງຄວາມສາມັກ ຄີຮ່ວມສໍາພັນສູ້ຮົບລະຫວ່າງປະຊາ ຊົນລາວ, ຫວຽດນາມ ແລະ ກໍາປູເຈຍທີ່ໄດ້ຄຽງບ່າຄຽງໄຫຼ່ກັນຕ້ານສັດຕູຕົວດຽວກັນ, ພ້ອມທັງໄດ້ຮັບການຊ່ວຍເຫຼືອ, ສະໜັບສະໝູນອັນແຂງແຮງ ແລະ ລໍ້າຄ່າຂອງບັນດາປະເທດສັງຄົມນິຍົມອ້າຍນ້ອງເປັນຕົ້ນແມ່ນ ອະດີດສະຫະພາບໂຊວຽດ, ສປ ຈີນ ແລະ ຂອງປະຊາຊົນຜູ້ກ້າວໜ້າໃນໂລກ.