ໃນວັນທີ 29 ສິງຫາ ທີ່ຜ່ານມາ, ແອອິນເດຍ ສາຍການບິນແຫ່ງຊາດຂອງອິນເດຍ ທີ່ມີບັນຫາໜີ້ສິນ ເປີດເຜີຍວ່າ: ຈະປ່ຽນນໍ້າດື່ມບັນຈຸກະຕຸກພຼາສຕິກ ຈາກ 200 ມິນລີລິດ ເປັນ 1.500 ມິນລີລິດ ໂດຍທັນທີ, ສ່ວນບ່ວງຊ້ອມ ແລະ ຖົງພຼາສຕິກຕ່າງໆ ທີ່ໃຊ້ຄັ້ງດຽວຖິ້ມ ຈະປ່ຽນເປັນວັດຖຸທີ່ເຮັດຈາກເຈ້ຍ ຫຼື ໄມ້; ເຊິ່ງຈະເລີ່ມຈາກທຸກຖ້ຽວບິນຂອງສາຍການບິນໃນກຣຸບຄື ແອອິນເດຍເອັກສ໌ເພຣສ ແລະ ອາລິອານສ໌ແອ ຕັ້ງແຕ່ວັນທີ 2 ຕຸລາ ເຊິ່ງເປັນວັນທີ່ ນາຍົກລັດຖະມົນຕີ ນະເຣນຊາ ໂມດີ ປະກາດເປັນວັນທີ່ ອິນເດຍຈະເລີ່ມຕົ້ນຍົກເລີກການໃຊ້ພຼາສຕິກແບບຄັ້ງດຽວຖິ້ມ ເພາະເປັນວັນຄ້າຍວັນເກີດຂອງ ມະຫາຕະມະ ຄານທີ ຈາກນັ້ນຈະຂະຫຍາຍໃຫ້ຄວບຄຸມທຸກຖ້ຽວບິນຂອງອິນເດຍ.

ລັດຖະບານອິນເດຍ ຈະລົນນະລົງທົ່ວປະເທດ ເລື່ອງການເລີກໃຊ້ພຼາສຕິກແບບໃຊ້ແລ້ວຖິ້ມ ປະມານກາງເດືອນກັນຍານີ້ ໂດຍແບ່ງອອກເປັນ 3 ໄລຍະ ຄື: ເລີ່ມຈາກການສ້າງຄວາມເອົາໃຈໃສ່, ການເກັບຮວບຮວມ ແລະ ການນຳໄປຣີໄຊໂຄ; ພ້ອມກັບຂໍໃຫ້ປະຊາຊົນໃຊ້ຖົງແພໃສ່ຂອງ ແທນ ຖົງພຼາສຕິກ ເພາະຖົງແພມີອາຍຸການໃຊ້ງານດົນນານເຖິງ 10 ປີ. ເຊິ່ງຕົກເລກຂອງລັດຖະບານ ເປີດເຜີຍວ່າ: ແຕ່ລະປີ ອິນເດຍຜະລິດຂີ້ເຫຍື້ອພຼາສຕິກ ຫຼາຍເຖິງ 5,6 ລ້ານໂຕນ.

ທັ້ງນີ້, ນະຄອນມຸມໄບ ເມືອງຫຼວງທາງການຄ້າ ທີ່ມີປະຊາກອນຫຼາຍເຖິງ 20 ລ້ານຄົນ ຫ້າມໃຊ້ພຼາສຕິກແບບຄັ້ງດຽວຖິ້ມ ເຊັ່ນ: ຖົງ, ຖ້ວຍຊາມ, ຊ້ອມ, ບ່ວງ, ແກ້ວ… ຕັ້ງແຕ່ປີຜ່ານມາ ແລະ ຜູ້ກະທຳຜິດຈະຖືກປັບເງິນ; ຂະນະທີ່ ນະຄອນຫຼວງ ນິວເດລີ ຫ້າມໃຊ້ຖົງພຼາສຕິກແບບຄັ້ງດຽວຖິ້ມ ຕັ້ງແຕ່ປີ 2009 ແລ້ວຂະຫຍາຍໃຫ້ຄວບຄຸມ ຜະລິດຕະພັນພຼາສຕິກທັງໝົດ ແຕ່ການບັງຄັບໃຊ້ບໍ່ເຂັ້ມງວດ ຈຶ່ງຍັງເຫັນຂີ້ເຫຍື້ອພຼາສຕິກຢູ່ເຕັມເມືອງ.