ສະມາຄົມນໍ້າດື່ມ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ມອບນໍ້າດື່ມ ຈໍານວນ 345 ແພັກ ມູນຄ່າ 4.750.000 ກີບ, ໃຫ້ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ (ນວ) ໃນວັນທີ 28 ສິງຫາ 2019, ກ່າວມອບໂດຍ ທ່ານ ວຽງສະຫວັນ ດິດພາວົງ ຫົວໜ້າສະມາຄົມນໍ້າດື່ມ ເມືອງໄຊເສດຖາ; ກ່າວຮັບໂດຍ ທ່ານ ດຣ ບຸນ ທະວີ ເດດບັນດິດ ຮອງຫົວໜ້າພະແນກສາທາລະນະສຸກ ນະຄອນ ຫຼວງວຽງຈັນ, ມີພະນັກງານທັງ ສອງຝ່າຍເຂົ້າຮ່ວມ.

ພິທີມອບນ້ຳດື່ມ 300 ກວ່າແພັກ ໃຫ້ພະແນກສາທາລະນະສຸກ ນວ
ພິທີມອບນ້ຳດື່ມ 300 ກວ່າແພັກ ໃຫ້ພະແນກສາທາລະນະສຸກ ນວ

ທ່ານ ວຽງສະຫວັນ ດິດພາວົງ ກ່າວວ່າ:

ນໍ້າດື່ມທີ່ນໍາມາມອບຄັ້ງນີ້, ແມ່ນໄດ້ມາຈາກການລະດົມ ຂໍຄວາມຊ່ວຍເຫຼືອຈາກບັນດາ ໂຮງງານນໍ້າດື່ມຕ່າງໆໃນນະຄອນ ຫຼວງວຽງຈັນ ໂດຍສະເພາະແມ່ນ ຢູ່ເມືອງໄຊເສດຖາ ຈໍານວນ 19 ໂຮງງານນໍາມາມອບໃຫ້ພະແນກ ສາທາລະນະສຸກ ນວ ແຈກຢາຍໃຫ້ບັນດາໂຮງໝໍຕ່າງໆທົ່ວນະ ຄອນຫຼວງວຽງຈັນ; ເພື່ອແຈກຢາຍໃຫ້ຜູ້ທີ່ຕິດເຊື້ອໄຂ້ຍຸງລາຍທີ່ນອນປິ່ນປົວຢູ່ໂຮງໝໍໄດ້ດື່ມ ເພື່ອເປັນການທົດແທນນໍ້າທີ່ສູນເສຍ ຈາກຮ່າງກາຍໃນໄລຍະນອນປິ່ນ ປົວພະຍາດດັ່ງກ່າວ ແລະ ຫາຍດີ ເປັນປົກກະຕິໂດຍໄວ.

ພິທີມອບນ້ຳດື່ມ 300 ກວ່າແພັກ ໃຫ້ພະແນກສາທາລະນະສຸກ ນວ
ພິທີມອບນ້ຳດື່ມ 300 ກວ່າແພັກ ໃຫ້ພະແນກສາທາລະນະສຸກ ນວ

ທ່ານ ດຣ ບຸນທະວີ ເດດບັນດິດ ໄດ້ກ່າວສະແດງຄວາມຂອບ ໃຈຕໍ່ສະມາຄົມນໍ້າດື່ມເມືອງໄຊ ເສດຖາ ທີ່ໄດ້ນໍາເອົານໍ້າດື່ມມາມອບໃຫ້ພະແນກສາທາລະນະ ສຸກ ນວ ໄປແຈກຢາຍຊ່ວຍເຫຼືອຄົນເຈັບຈາກໄຂ້ຍຸງລາຍຢູ່ບັນດາ ໂຮງໝໍຕ່າງໆໄດ້ດື່ມ; ເພາະວ່າຜູ້ທີ່ ຕິດເຊື້ອພະຍາດໄຂ້ລຸງລາຍເປັນໄລຍະທີ່ຮ່າງກາຍຄົນເຮົາຕ້ອງການນໍ້າດື່ມຫຼາຍທີ່ສຸດ ເພື່ອດື່ມທົດແທນນໍ້າທີ່ສູນເສຍໄປຈາກ ຮ່າງກາຍ. ນອກນັ້ນ, ທ່ານກໍໄດ້ຢືນຢັນວ່າຈະນໍາເອົານໍ້າດັ່ງກ່າວນີ້ໄປແຈກຢາຍໃຫ້ໂຮງໝໍຕ່າງໆ ຕາມຄວາມຕ້ອງການຂອງໂຮງໝໍແຕ່ລະແຫ່ງໂດຍໄວ. ພ້ອມທັງໄດ້ ມອບໃບກຽດຕິຄຸນ ໃຫ້ສະມາຄົມນໍ້າດື່ມ ເມືອງໄຊເສດຖາ ເພື່ອເປັນການຮູ້ບຸນຄຸນໃນການມອບນໍ້າດື່ມຄັ້ງນີ້.