ໃນວັນທີ 28 ສິງຫາ 2019, ກະຊວງຍຸຕິທໍາ ໄດ້ຈັດ ພິທີປິດຊຸດຝຶກອົບຮົມ ກົດໝາຍ 45 ວັນ ຊຸດທີ I ຂອງເມືອງໄຊທານີ ນະຄອນຫຼວງວຽງຈັນ, ເປັນປະທານໂດຍ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີ ກະຊວງຍຸຕິທຳ, ທ່ານ ຄຳປະດິດ ເຂັມມານິດ ເຈົ້າເມືອງໆໄຊທານີ, ຫົວໜ້າພະແນກຍຸຕິທຳ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄູ-ອາຈານ, ນັກຝຶກອົບຮົມ 42 ທ່ານ, ພະນັກງານຫ້ອງການອ້ອມຂ້າງ ພາຍໃນເມືອງເຂົ້າຮ່ວມ.

ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີ ກະຊວງຍຸຕິທຳ
 ພິທີປິດຊຸດຝຶກອົບຮົມ ກົດໝາຍ 45 ວັນ ຊຸດທີ I ຂອງເມືອງໄຊທານີ ນະຄອນຫຼວງວຽງຈັນ
ພິທີປິດຊຸດຝຶກອົບຮົມ ກົດໝາຍ 45 ວັນ ຊຸດທີ I ຂອງເມືອງໄຊທານີ ນະຄອນຫຼວງວຽງຈັນ

ທ່ານ ນາງ ຄໍາໄຜ່ ໄຊຍະວົງ ຫົວໜ້າຫ້ອງການຍຸຕິທໍາ ເມືອງໄຊທານີ ກ່າວວ່າ: ວິຊາທີ່ນຳມາຝຶກ ອົບຮົມມີ 35 ວິຊາ, ມີ 23 ໜ່ວຍກິດ ມີ 368 ຊົ່ວໂມງ ຄື: ວິຊາພື້ນ ຖານກ່ຽວກັບການປ່ຽນແປງໃໝ່, ລັດທິມາກ-ເລນິນ, ຄວາມຮູ້ພື້ນຖານກ່ຽວກັບລັດ-ກົດໝາຍ, ລັດ ຖະທຳມະນູນ, ກົດໝາຍວ່າດ້ວຍ ລັດຖະບານ-ການປົກຄອງທ້ອງຖິ່ນ, ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ, ກົດໝາຍວ່າດ້ວຍຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ, ກົດໝາຍວ່າ ດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກນ້ອຍ, ກົດໝາຍ ວ່າດ້ວຍການເຂົ້າ-ອອກຄຸ້ມຄອງຄົນຕ່າງປະເທດໃນ ສປປ ລາວ ແລະ ກົດໝາຍສັນຊາດ, ກົດໝາຍ ວ່າດ້ວຍພາສີ ແລະ ກົດໝາຍວ່າ ດ້ວຍສ່ວຍສາອາກອນ, ກົດໝາຍ ວ່າດ້ວຍຊັບສິນຂອງລັດ, ກົດ ໝາຍ ວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍວ່າ ດ້ວຍທີ່ດິນ ແລະ ກົດໝາຍ ວ່າດ້ວຍບໍ່ແຮ່, ກົດໝາຍວ່າ ດ້ວຍກະສິກຳ ແລະ ກົດໝາຍວ່າ ດ້ວຍປ່າໄມ້, ກົດໝາຍວ່າດ້ວຍ ການປົກປັກຮັກສາແວດລ້ອມ, ກົດໝາຍວ່າດ້ວຍແຮງງານ, ກົດໝາຍວ່າດ້ວຍການສຶກສາ, ກົດໝາຍ ວ່າດ້ວຍການຈະລາຈອນທາງບົກ, ກົດໝາຍວ່າດ້ວຍຢາເສບຕິດ, ກົດໝາຍວ່າດ້ວຍພັນທະປ້ອງກັນຊາດ, ກົດໝາຍວ່າດ້ວຍທະບຽນສານ, ກົດໝາຍ ວ່າດ້ວຍອົງການໄອຍາການປະຊາຊົນ, ກົດໝາຍວ່າດ້ວຍສານປະຊາຊົນ, ຄວາມຮູ້ພື້ນຖານກ່ຽວກັບກົດໝາຍແພ່ງ, ກົດໝາຍວ່າດ້ວຍຄອບຄົວ ແລະ ກົດໝາຍວ່າດ້ວຍທະ ບຽນຄອບຄົວ, ກົດໝາຍວ່າດ້ວຍ ຂໍ້ຜູກພັນໃນສັນຍາ-ນອກສັນຍາ ແລະ ກົດໝາຍວ່າດ້ວຍການຄ້ຳປະກັນການປະຕິບັດສັນຍາ, ກົດໝາຍວ່າດ້ວຍການສືບທອດມູນມໍລະດົກ ແລະ ກົດໝາຍວ່າດ້ວຍກຳມະສິດ, ປະມວນກົດໝາຍອາຍາ, ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ, ກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ, ກົດໝາຍວ່າ ດ້ວຍການຈັດຕັ້ງປະຕິບັດຄຳຕັດສິນຂອງສານ, ວຽກງານຍຸຕິທຳຮາກ ຖານ, ເຕັກນິກການແຕ່ງເອກະສານທາງລັດຖະການ, ກົດໝາຍ ວ່າດ້ວຍສາທາລະນະສຸກ.

ພິທີປິດຊຸດຝຶກອົບຮົມ ກົດໝາຍ 45 ວັນ ຊຸດທີ I ຂອງເມືອງໄຊທານີ ນະຄອນຫຼວງວຽງຈັນ
ພິທີປິດຊຸດຝຶກອົບຮົມ ກົດໝາຍ 45 ວັນ ຊຸດທີ I ຂອງເມືອງໄຊທານີ ນະຄອນຫຼວງວຽງຈັນ

ຜ່ານການຮຽນ ສາມາດປະເມີນຜົນບັນດານັກຝຶກອົບຮົມທີ່ເຂົ້າຮຽນໄດ້ດັ່ງນີ້: ມີນັກຮຽນດີເດັ່ນຈຳນວນ 38 ທ່ານຍິງ 9 ທ່ານ ສະເລ່ຍ 100%, ຜ່ານການຮຽນ-ການສອນ ສາມາດປະເມີນຜົນບັນດາຄູ-ອາຈານທີ່ຂຶ້ນສິດ ສອນໄດ້ດັ່ງນີ້: ມີອາຈານສອນດີ-ສອນເກັ່ງ ຈຳນວນ 31 ທ່ານ ຍິງ 4 ທ່ານ ສະເລ່ຍ 100% ໄດ້ສຳເລັດການຝຶກອົບຮົມກົດໝາຍ 45 ວັນ ຊຸດທີ I ຂອງເມືອງໄຊທາ ນີ ໃນວັນທີ 13 ສິງຫາ 2019, ໃນນັ້ນໄດ້ຕີລາຄາຈັດປະ ເພດນັກ ຝຶກອົບຮົມກົດໝາຍ 45 ວັນ ໄດ້ ປະເພດຍ້ອງຍໍ ທັງໝົດ 38 ທ່ານ ຍິງ 9 ທ່ານ ແລະ ປະເພດຊົມ, ທິດທາງແຜນການໃນຕໍ່ໜ້າຈະສືບຕໍ່ ສ້າງບຸກຄະລາກອນກົດໝາຍ 45 ວັນໃຫ້ຮາກຖານບ້ານ 104 ບ້ານ ປະຈໍາ ປີ 2020 ໃຫ້ສໍາເລັດຜົນຕາມແຜນການ.