ພະແນກຊັບພະຍາກອນຊັບທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ນະຄອນຫຼວງວຽງຈັນ ມອບສິດນໍາໃຊ້ ທີ່ດິນໃຫ້ພໍ່-ແມ່ປະຊາຊົນບ້ານບົວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຈໍານວນ 99 ຕອນ; ເຊິ່ງພີທີຈັດຂຶ້ນ ໃນວັນທີ 28 ສິງຫາ 2019 ມີພາກ ສ່ວນກ່ຽວຂ້ອງຕະຫຼອດຮອດພໍ່-ແມ່ ປະຊາຊົນ ເຂົ້າຮ່ວມ.

ທ່ານ ຄໍາຕັນ ແກ້ວຫາວົງ
ທ່ານ ຄໍາຕັນ ແກ້ວຫາວົງ

ທ່ານ ຄໍາຕັນ ແກ້ວຫາວົງ ຮອງຫົວ ໜ້າພະແນກ ກຊສ ໃຫ້ຮູ້ວ່າ:

ການມອບສິດນໍາໃຊ້ໃຫ້ປະຊາຊົນບ້ານບົວ ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການຂຶ້ນທະບຽນ ແລະ ມອບໃບຕາດິນຖາວອນ ຂອງນະຄອນຫຼວງວຽງຈັນ ວາງອອກ. ໃນນີ້ບ້ານບົວ ເມືອງນາຊາຍທອງ ກໍເປັນອີກບ້ານໜຶ່ງພາຍຫຼັງໄດ້ດໍາເນີນຈັດ ຕັ້ງປະຕິບັດມາໄດ້ໄລຍະດົນພໍສົມຄວນ; ເຊິ່ງມີທີ່ດິນ ທັງໝົດ 113 ຕອນ ແລະ ອອກໃບຕາດິນຖາວອນ 99 ຕອນ, ສ່ວນ 14 ຕອນ ຍັງຈະສືບຕໍ່ຈັດຕັ້ງປະຕິບັດຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຄາດ ວ່າຈະໃຫ້ສໍາເລັດພາຍໃນປີ 2020.

ມອດສິດນຳໃຊ້ທີ່ດິນ ໃຫ້ປະຊາຊົນບ້ານບົວ 99 ຕອນ
ມອດສິດນຳໃຊ້ທີ່ດິນ ໃຫ້ປະຊາຊົນບ້ານບົວ 99 ຕອນ

ໂອກາດນີ້, ຮອງຫົວໜ້າພະແນກ ກຊສ ກໍໄດ້ໂອ້ລົມພໍ່-ແມ່ປະຊາຊົນນໍາ ໃຊ້ສິດທີ່ດິນຢ່າງຖືກຕ້ອງ ໃນເວລາເອົາ ໄປຈໍານອງ ຈະຕ້ອງໃຫ້ເຮັດຖືກຕ້ອງ ຕາມລະບຽບກົດໝາຍທີ່ວາງອອກ; ເພື່ອບໍ່ໃຫ້ມີປະກົດການຫຍໍ້ທໍ້ກ່ຽວກັບບັນ ຫາທີ່ດິນຊໍ້າຊ້ອນເກີດຂຶ້ນ.