ຊາຍອາຍຸ 49 ປີ ຢູ່ບ້ານສີວິໄລ ເມືອງຊະນະສົມບູນ ແຂວງຈໍາປາສັກ ໄດ້ມີການເຄື່ອນໄຫວພົວພັນກັບໝູ່ເພື່ອນ ລັກລອບຊື້-ຂາຍລົດໃຫຍ່ ບໍ່ມີເອກະສານທີ່ຖືກຕ້ອງຕາມກົດໝາຍ ( ລົດເຖື່ອນ ); ຈາກພຶດຕິກໍາດັ່ງກ່າວ ເຮັດໃຫ້ຜູ້ກ່ຽວສວຍໂອກາດລັກເອົາລົດວີໂກ້ຂອງໝູ່ທີ່ເຄີຍຮ່ວມຮຽນໜັງສືນໍາກັນ ໃນສະໄໝທີ່ຍັງເປັນໄວລຸ້ນ, ແຕ່ ເຈົ້າໜ້າທີ່ ປກສ ແຂວງຈໍາປາສັກ ກໍສາມາດເກັບກໍາຂໍ້ມູນຫຼັກຖານ ແລະ ສືບຮູ້ການກະທໍາຜິດໃນຄັ້ງນີ້ຂອງຜູ້ກ່ຽວ ແລ້ວຕິດຕາມຈັບໄດ້ພ້ອມໝູ່ອີກຄົນ ທີ່ຮ່ວມກັນເອົາລົດທີ່ລັກໄປຂາຍ ມາດໍາເນີນຄະດີຮ່ວມກັນ ໃນເດືອນທີ່ຜ່ານມາ.

ພະແນກຕຳຫຼວດສືບສວນ-ສອບສວນ ປກສ ແຂວງຈຳປາສັກ ໃຫ້ຮູ້ກ່ຽວກັບ ພຶດຕິກຳ ລັກລອບຊື້-ຂາຍລົດໃຫຍ່ ວ່າ:

ຜູ້ຖືກຫາທັງ 2 ຊື່ ທ້າວ ພົມມະວັນ ອາຍຸ 49 ປີ ຢູ່ບ້ານສີວິໄລ ເມືອງຊະນະສົມບູນ ແລະ ທ້າວ ປະຄອງ ອາຍຸ 48 ປີ ຢູ່ບ້ານສະໜາມໄຊ ນະຄອນປາກເຊ ທັງ 2 ຄົນ ແຂວງຈຳປາສັກ.

ຜູ້ຖືກຫາ ທີ່ເຄື່ອນໄຫວ ລັກລອບຊື້-ຂາຍລົດໃຫຍ່ ຊໍ້າຍັງລັກລົດວີໂກ້ໝູ່ໄປຂາຍນໍາອີກ
ຜູ້ຖືກຫາ ທີ່ເຄື່ອນໄຫວ ລັກລອບຊື້-ຂາຍລົດໃຫຍ່ ຊໍ້າຍັງລັກລົດວີໂກ້ໝູ່ໄປຂາຍນໍາອີກ

ຄະດີດັ່ງກ່າວນີ້, ໃນເບື້ອງຕົ້ນ ແມ່ນພາຍຫຼັງທີ່ໄດ້ຮັບແຈ້ງຄວາມຈາກ ຜູ້ເສຍຫາຍ ຊື່ ທ້າວ ບຸນຖັງ ຢູ່ບ້ານສະພານໄຊ ນະຄອນປາກເຊ ແຂວງຈຳປາສັກ ວ່າ: ເວລາປະມານ 18:30 ໂມງ ຂອງວັນທີ 21 ກໍລະກົດ 2019, ໄດ້ມີຄົນມາລັກລົດກະບະວີໂກ້ ສີປອນ ໝາຍເລກທະບຽນ ກຂ 5059 ຈຳປາສັກ ຂອງຜູ້ກ່ຽວທີ່ຈອດໄວ້ຢູ່ເຮືອນ.

ຈາກນັ້ນ, ເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງເກັບກໍາຂໍ້ມູນຫຼັກຖານ ເພື່ອຂັດຈ້ອນ ຈົນມາຮອດວັນທີ 29 ກໍລະກົດ 2019 ກໍສາມາດຕິດຕາມຈັບ ທ້າວ ພົມມະວັນ ແລະ ທ້າວ ປະຄອງ ໄປດໍາເນີນການສອບສວນ.

ເຈົ້າໜ້າທີ່ສອບສວນ ໃຫ້ຮູ້ຕື່ມອີກວ່າ:

ໃນເບື້ອງຕົ້ນປີ 2017, ພວກກ່ຽວໄດ້ລັກລອບຮັບຊື້-ຂາຍລົດເຖື່ອນ ແລະ ສ່ວນຫຼາຍແມ່ນຕິດຕໍ່ພົວພັນກັບ ທ້າວ ປາລະເມກ ອາຍຸ 38 ປີ ຢູ່ບ້ານທ່າສະໂນ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ເປັນຄົນສົ່ງລົດເຖື່ອນໃຫ້ຂາຍຢູ່ແຂວງຈຳປາສັກ ມາແລ້ວຫຼາຍຄັນ.

ຈາກນັ້ນ, ມາວັນທີ 21 ກໍລະກົດ 2019, ທ້າວ ພົມມະວັນ ໄດ້ຂັບຂີ່ລົດຈັກໄປແປງຢູ່ບ້ານສະພານໄຊ ນະຄອນປາກເຊ ພໍໄປຮອດໄດ້ໄປຫຼິ້ນນຳ ທ້າວ ບຸນຖັງ ( ຜູ້ເສຍຫາຍ ) ເຊິ່ງເປັນໝູ່ທີ່ເຄີຍຮຽນນຳກັນມາກ່ອນ. ໃນເວລານັ້ນ, ຜູ້ກ່ຽວໄດ້ສັງເກດເຫັນລົດກະບະໂຕໂຢຕ້າ ວີໂກ້ ສີປອນ ໝາຍເລກທະບຽນ ກຂ 5059 ຈຳປາສັກ ຈອດໄວ້ຢູ່ເຮືອນ ຈຶ່ງເກີດມີແນວຄິດຢາກລັກເອົາລົດຄັນດັ່ງກ່າວໄປຂາຍ ຜູ້ກ່ຽວຈຶ່ງໄດ້ລັກເອົາກະແຈລົດທີ່ວາງຢູ່ໜ້າໂຕະໃນເຮືອນ ກ່ອນຈະຄອບລາຜູ້ເສຍຫາຍກັບເຮືອນ ແລະ ເຮັດຄືບໍ່ມີຫຍັງເກີດຂຶ້ນ.

ເຈົ້າໜ້າທີ່ຕຳຫຼວດ ແຂວງຈຳປາສັກ ມອບລົດວີໂກ້ທີ່ຖືກລັກໄປ ຄືນເຈົ້າຂອງເດີມ
ເຈົ້າໜ້າທີ່ຕຳຫຼວດ ແຂວງຈຳປາສັກ ມອບລົດວີໂກ້ທີ່ຖືກລັກໄປ ຄືນເຈົ້າຂອງເດີມ

ຮອດເວລາປະມານ 18:00 ໂມງ ຂອງວັນດຽວກັນ, ຜູ້ກ່ຽວກໍຂັບຂີ່ລົດຈັກກັບມາສັງເກດການຢູ່ເຮືອນຂອງ ທ້າວ ບຸນຖັງ ເຫັນວ່າບໍ່ມີຄົນຢູ່ ແລ້ວຜູ້ກ່ຽວກໍເຂົ້າໄປລັກເອົາລົດກະບະຄັນດັ່ງກ່າວອອກມາ; ຈາກນັ້ນ, ກໍເອົາລົດຈັກຂອງຜູ້ກ່ຽວຂຶ້ນໃສ່ກະບະກ່ອນຂັບຂີ່ອອກໄປ ເມື່ອຮອດເດີ່ນຍົນປາກເຊ ຈຶ່ງໂທລະສັບຫາ ທ້າວ ປະຄອງ ເຊິ່ງເປັນໝູ່ທີ່ຮ່ວມກັນຂາຍລົດເຖື່ອນ.

ຫຼັງຈາກນັ້ນ, ພວກກ່ຽວທັງ 2 ກໍພາກັນໄປຫາ ທ້າວ ປາລະເມກ ຢູ່ບ້ານທ່າສະໂນ ແລ້ວພາກັນໄປຂາຍລົດວີໂກ້ທີ່ລັກມານັ້ນໃຫ້ ທ້າວ ສອນສະຫວັນ ອາຍຸ 38 ປີ ຢູ່ບ້ານໂພນສະອາດ ເມືອງທ່າແຂກ ແຂວງຄຳມ່ວນ ໃນລາຄາ 240.000 ບາດ; ຈາກນັ້ນ, ທ້າວ ສອນສະຫວັນ ກໍໄດ້ເອົາລົດຄັນດັ່ງກ່າວໄປຂາຍຕໍ່ໃຫ້ ນາງ ສົມຄາມ ອາຍຸ 44 ປີ ຢູ່ບ້ານໂພນສະອາດ ເມືອງທ່າແຂກ ໃນລາຄາ 250.000 ບາດ.

ສຸດທ້າຍ, ມາຮອດເວລາປະມານ 16:00 ໂມງຂອງວັນທີ 29 ກໍລະກົດ 2019, ທ້າວ ພົມມະວັນ ແລະ ທ້າວ ປະຄອງ ກໍຖືກ ເຈົ້າໜ້າທີ່ຕຳຫຼວດ ແຂວງຈຳປາສັກ ກັກຕົວໄປດຳເນີນຄະດີ ພ້ອມທັງເກັບກູ້ລົດວີໂກ້ຄັນດັ່ງກ່າວ ໄປມອບຄືນໃຫ້ເຈົ້າຂອງເດີມ ໃນອາທິດຜ່ານມາ.