ຮຽກຮ້ອງໃຫ້ຜູ້ຂັບຂີ່ ເຂັ້ມງວດປະຕິບັດລະບຽບທ່າມກາງຈະລາຈອນແອອັດ

0
958

ປັດຈຸບັນນີ້, ການຂັບຂີ່ລົດຕາມທ້ອງຖະໜົນ ໃນນະຄອນຫຼວງວຽງຈັນ ຕອນໂມງໄປການ-ເລີກການພົບເຫັນລົດຕິດຂັດເປັນພິເສດຢູ່ຕາມເສັ້ນທາງສາຍຕ່າງໆ, ສືບເນື່ອງມາຈາກການເປີດສົກຮຽນໃໝ່ຂອງກະຊວງສຶກສາທິການ ແລະ ກິລາ ປະຈໍາປີ 2019-2020; ໃນໄລຍະເວລາດັ່ງກ່າວ ເຈົ້າໜ້າທີ່ໄດ້ຝາກ ເຕືອນມາຍັງຜູ້ໃຊ້ລົດ-ໃຊ້ຖະໜົນ ໃຫ້ ມີຄວາມລະມັດລະວັງໃນເວລາຂັບຂີ່ ໃນສະພາບການສັນຈອນບໍ່ປົກກະຕິ ຖ້າບໍ່ເຄົາລົບກົດລະບຽບຈະລາຈອນທີ່ວາງອອກຢ່າງເຂັ້ມງວດ ອາດສ່ຽງເກີດອຸບັດ ຕິເຫດໄດ້.

ຮຽກຮ້ອງໃຫ້ຜູ້ຂັບຂີ່ ເຂັ້ມງວດປະຕິບັດລະບຽບທ່າມກາງຈະລາຈອນແອອັດ
ຮຽກຮ້ອງໃຫ້ຜູ້ຂັບຂີ່ ເຂັ້ມງວດປະຕິບັດລະບຽບທ່າມກາງຈະລາຈອນແອອັດ

ພັຕ ສັງຄົມ ພົມມະລາດ ຮອງຫົວໜ້າພະແນກຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:

ໃນມື້ ເປີດສົກຮຽນໃໝ່ນີ້ ສະພາບການສັນ ຈອນໃນນະຄອນຫຼວງວຽງຈັນ ມີຄວາມ ແອອັດເພີ່ມຂຶ້ນເທົ່າຕົວສ້າງຄວາມຫຍຸ້ງ ຍາກໃຫ້ຜູ້ທຽວທາງ ໂດຍສະເພາະຢູ່ສະ ຖານທີ່ສຶກສາ ຈະພົບບັນຫາໃນເວລາເຂົ້າຮຽນ-ເລີກຮຽນ ເຖິງແມ່ນວ່າຈະມີລົດພຽງຄັນດຽວມາຈອດຂວາງທາງ ກໍສາ ມາດເຮັດໃຫ້ລົດຕິດຂັດຍາວຢຽດໄດ້ ຖ້າຜູ້ໃຊ້ລົດ-ໃຊ້ຖະໜົນບໍ່ປະຕິບັດຕາມ ກົດລະບຽບຈະລາຈອນວາງອອກ. ເຊິ່ງໃນການແກ້ໄຂບັນຫາດັ່ງກ່າວ ພະແນກ ສົມທົບກັບກອງຕໍາຫຼວດຈະລາຈອນ ບັນດາເມືອງ ໄດ້ແຕ່ງຕັ້ງເຈົ້າໜ້າທີ່ເຮັດໜ້າ ທີ່ອໍານວຍຄວາມສະດວກໃຫ້ຜູ້ຂັບຂີ່ຢູ່ຕາມຈຸດຕ່າງໆ ຈັດສັນຄວາມບໍ່ເປັນລະບຽບ ແລະ ລະບາຍການສັນຈອນ ໄປພ້ອມກັບການເຄື່ອນໄຫວໂຄສະນາກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ຜູ້ຂັບຂີ່ກໍາໄດ້ລະບຽບຫຼັກການ, ການຂັບຂີ່ປອດໄພໃນທ້ອງຖະໜົນ ແລະ ບັງຄັບໃຊ້ກົດໝາຍ ແຕ່ການຈັດຕັ້ງປະຕິບັດວຽກງານດັ່ງກ່າວສາມາດແກ້ໄຂບັນຫາການສັນຈອນແອອັດໄດ້ໃນລະດັບໜຶ່ງ ເທົ່ານັ້ນ ຖ້າຢາກໃຫ້ດີກວ່ານີ້ ຜູ້ຂັບຂີ່ກໍຄວນມີສ່ວນຮ່ວມໃຫ້ຫຼາຍຂຶ້ນ.

ຮຽກຮ້ອງໃຫ້ຜູ້ຂັບຂີ່ ເຂັ້ມງວດປະຕິບັດລະບຽບທ່າມກາງຈະລາຈອນແອອັດ
ຮຽກຮ້ອງໃຫ້ຜູ້ຂັບຂີ່ ເຂັ້ມງວດປະຕິບັດລະບຽບທ່າມກາງຈະລາຈອນແອອັດ

ໃນທ່າມກາງສະພາບຜູ້ຂັບຂີ່ກໍາລັງປະເຊີນໜ້າກັບການສັນຈອນແອອັດ, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ໄດ້ແນະນໍາຜູ້ຂັບຂີ່ປັບປ່ຽນພຶດຕິກໍາໄປວຽກໄວ ຂຶ້ນ ເພື່ອຫຼີກເວັ້ນຊົ່ວໂມງຮີບດ່ວນ ທີ່ ມີການສັນຈອນແອອັດ ພ້ອມນັ້ນ ນັກ ຂັບຂີ່ທຸກຄົນຕ້ອງປະຕິບັດຕາມກົດລະບຽບ ເມື່ອຮູ້ວ່າລົດຕິດ ຕ້ອງຈອດຕໍ່ທ້າຍຕາມກັນ ບໍ່ໃຫ້ບຽດຊີງຂຶ້ນໜ້າເພາະຈະເຮັດໃຫ້ມີລົດຕິດຂັດເພີ່ມຂຶ້ນ ແລະ ຢ່າຈອດລົດຊະຊາຍບ່ອນທີ່ມີປ້າຍຫ້າມຈອດ, ຂອບທາງຂາວ-ແດງ, ໃກ້ທາງແຍກ, ຈອດຕັນທາງກີດຂວາງການສັນຈອນ, ຈອດລົດຊ້ອນກັນ ເຮັດໃຫ້ເສັ້ນທາງຕີບຕັນຖ້າທຸກຄົນໃນສັງຄົມພ້ອມໃຈກັນປະຕິບັດ ກໍສາມາດແກ້ໄຂບັນຫາ ລົດຕິດຂັດໄດ້ ແລະ ເພື່ອຫຼຸດຜ່ອນອຸບັດຕິເຫດ ຜູ້ຂັບຂີ່ທຸກຄົນບໍ່ຄວນຂັບລົດ ໄວເກີນກໍານົດທີ່ກົດໝາຍກໍານົດໄວ້, ເມື່ອໃດມີການດື່ມສິ່ງມຶນເມົາ ຫ້າມຂັບລົດເດັດຂາດ, ກ່ອນຈະລ້ຽວຊ້າຍ, ລ້ຽວຂວາທຸກຄັ້ງ ຕ້ອງເປີດໄຟສັນຍານເຕືອນໃຫ້ຄົນອື່ນຮັບຮູ້ລ່ວງໜ້າກ່ອນລ້ຽວ ແລະ ໃນເວລາຂັບຂີ່ຢ່າໃຈຮ້ອນ ໃຫ້ມີຄວາມຮອບຄອບໃນທຸກດ້ານ ຄິດເຖິງກົດຈະລາຈອນ ແລະ ບັນຫາຄວາມປອດໄພເປັນຫຼັກ ຖ້ານັກຂັບຂີ່ປະຕິບັດໄດ້ຈະເຮັດໃຫ້ການສັນຈອນສະດວກຂຶ້ນ.