ອົງການປົກຄອງບ້ານໂນນສະຫວັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ສຶກສາອົບ ຮົມປຸກລະດົມພໍ່-ແມ່ປະຊາຊົນ ພາຍໃນບ້ານປະກອບສ່ວນແກ້ໄຂບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ໂດຍການເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ ເພື່ອເຮັດໃຫ້ບ້ານ ກໍຄືສັງຄົມມີຄວາມສະຫງົບປອດໄພ ທັງເຮັດໃຫ້ປະກົດການຫຍໍ້ທໍ້ຫຼຸດລົງ.

ທ່ານ ວິທະຍາໄລ ຈັນທະເສນີ
ທ່ານ ວິທະຍາໄລ ຈັນທະເສນີ

ທ່ານ ວິທະຍາໄລ ຈັນທະເສນີ ນາຍບ້ານໆ ໂນນສະຫວັນ ກ່າວ ໃນກອງປະຊຸມໃຫຍ່ ຄັ້ງທີ VI ຂອງບ້ານໂນນສະຫວັນ ທີ່ຈັດຂຶ້ນໃນອາທິດທີ່ຜ່ານມາ, ໂດຍມີ ທ່ານ ບຸນປີງ ປັນຍາຈິດ ຮອງເຈົ້າ ເມືອງໆ ໄຊເສດຖາ ພ້ອມດ້ວຍພໍ່-ແມ່ປະຊາຊົນພາຍໃນບ້ານເຂົ້າ ຮ່ວມວ່າ:

ໃນຊຸມ 5 ປີ (2014-2018) ຄະນະບ້ານໄດ້ປຸກລະດົມປະຊາຊົນ ພາຍໃນບ້ານປະກອບສ່ວນແກ້ໄຂບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນສາມາດເກັບກຳ ໄດ້ວ່າສະພາບພາຍໃນບ້ານໂນນສະຫວັນ ມີປະກົດການຫຍໍ້ທໍ້ເກີດ ຂຶ້ນ ທັງໝົດ 24 ເລື່ອງ, ອຸບັດຕິ ເຫດ 12 ເລື່ອງ, ຂີ້ລັກ 1 ເລື່ອງ, ມົ້ວສຸມຢາເສບຕິດ ມີ 2 ຄົນ, ມີ ເປົ້າໝາຍ ທັງໝົດ 35 ຄົນ, ຍິງ 2 ຄົນ; ໃນນັ້ນເປົ້າໝາຍປະເພດ I ມີ 33 ຄົນ; ປະເພດ II ມີ 1 ແລະ ປະເພດ III ມີ 1 ຄົນ, ໄດ້ຂຶ້ນບັນຊີຄຸ້ມຄອງຕິດຕາມເປົ້າໝາຍເຄື່ອນໄຫວກະທໍາຜິດຕໍ່ລະບຽບກົດໝາຍຂອງບ້ານມີເປົ້າໝາຍເສບຢາເສບ ຕິດ 35 ຄົນ ຍິງ 2 ຄົນ ໄດ້ສົ່ງໄປ ສູນບໍາບັດສົມສະຫງ່າ 19 ຄົນ; ໄດ້ສຶກສາອົບຮົມເປົ້າໝາຍ ມີ 17 ຄົນ ມີເປົ້າໝາຍເຂົ້າຮ່ວມ 52 ເທື່ອ ຄົນ, ຈັບຜູ້ຄ້າຂາຍຢາເສບຕິດ ໄດ້ 2 ຄົນ ຢຶດຂອງກາງຢາເສບຕິດໄດ້ 81 ເມັດ; ປັດຈຸບັນເປົ້າໝາຍຄຸ້ມ ຄອງມີ 11 ຄົນ ຍິງ 2 ຄົນ ຜ່ານການສຶກສາອົບຮົມເປົ້າໝາຍເຫັນວ່າສະພາບປະກົດການຫຍໍ້ທໍ້ ພາຍ ໃນບ້ານຫຼຸດລົງ.

ກອງປະຊຸມປຸກລະດົມປະຊາຊົນບ້ານໂນນສະຫວັນ ປະກອບສ່ວນແກ້ໄຂປະກົດການຫຍໍ້ທໍ້
ກອງປະຊຸມປຸກລະດົມປະຊາຊົນບ້ານໂນນສະຫວັນ ປະກອບສ່ວນແກ້ໄຂປະກົດການຫຍໍ້ທໍ້

ໃນກອງປະຊຸມຍັງໄດ້ປະກາດຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງນາຍ ບ້ານໂນນສະຫວັນຄົນໃໝ່ ໂດຍຕົກລົງແຕ່ງຕັ້ງ ທ່ານ ສະໄຫວ ສີຫາລາດ ເປັນນາຍບ້ານຄົນໃໝ່ ພ້ອມດ້ວຍຄະນະອີກ 3 ທ່ານ ເພື່ອສືບຕໍ່ປຸກລະດົມພໍ່-ແມ່ປະຊາຊົນ ພາຍໃນບ້ານປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຍົກສູງສະຕິລະວັງຕົວ ແລະ ເຂົ້າຮ່ວມຕ້ານສະກັດກັ້ນກົນອຸບາຍເລ່ລ່ຽມຂອງກຸ່ມຄົນບໍ່ດີ, ຕິດຕາມຄົນເຂົ້າຄົນອອກ, ຄຸ້ມຄອງສໍາມະໂນຄົວຄົນມາພັກເຊົາເອົາໃຈໃສ່ສຶກສາອົບຮົມ ແລະ ຈັດປະເພດເປົ້າໝາຍ ເພື່ອຄຸ້ມຄອງການເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍ, ຄຸ້ມກັນຈຸດຫຼ່ໍແຫຼມ ພ້ອມທັງບັນຈຸກຳລັງເວນຍາມຢ່າງເຄັ່ງຄັດ, ສ້າງກໍາລັງ ປກຊ-ປກສ ໃຫ້ ເປັນຫຼັກແຫຼ່ງໃນການຮັກສາຄວາມສະຫງົບປອດໄພ, ພ້ອມທັງເປັນເຈົ້າການໃນການປ້ອງກັນຮັກສາຄວາມສະຫງົບໃນງານບຸນຕ່າງໆ ຂອງພັກ-ຂອງຊາດ ໃຫ້ຮັບປະກັນໄດ້ຄວາມສະຫງົບປອດໄພ 100%.