ໃນວັນທີ 11 ກັນຍາ 2019 ເມືອງ ຫົງສາ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສໍາມະນາຜ່ານຮ່າງບົດລາຍງານການເມືອງ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ ກະກຽມເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກເມືອງ ໂດຍການເປັນກຽດເຂົ້າຮ່ວມເປັນ ປະທານ ຂອງສະຫາຍ ຄຳຫຼ້າ ຜິວວັນນາ ວ່າການເລຂາພັກເມືອງ ວ່າການເຈົ້າເມືອງໆຫົງສາ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ກົມກອງ, ພະນັກງານອາວຸໂສບໍານານ, ນາຍບ້ານ, ພະນັກງານຫຼັກແຫຼ່ງ, ມີຕາງ ໜ້າບໍລິສັດ, ລັດວິສາຫະກິດ, ຫົວໜ່ວຍທຸລະກິດ ເຂົ້າຮ່ວມ.

ສະຫາຍ ຄຳຫຼ້າ ຜິວວັນນາ ກ່າວວ່າ:

ກອງປະຊຸມເມືອງຫົງສາ ສຳມະນາຜ່ານຮ່າງບົດລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ
ກອງປະຊຸມເມືອງຫົງສາ ສຳມະນາຜ່ານຮ່າງບົດລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ

ກອງປະຊຸມຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນ ເຊິ່ງບັນດາສະຫາຍຄະນະພັກແຕ່ລະຂັ້ນ ໄດ້ພ້ອມກັນຄົ້ນຄວ້າປະກອບຄໍາຄິດຄໍາເຫັນ ແລະ ເປັນເອກະພາບ ກັນກ່ຽວກັບເນື້ອໃນຮ່າງບົດລາຍງານ ການເມືອງ ທີ່ຈະນຳໄປຜ່ານໃນກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະ ພັກເມືອງ ໃຫ້ບັນລຸຕາມຈຸດປະສົງຄາດໝາຍທີ່ວາງໄວ້, ແມ່ນເອກະສານທີ່ເປັນບົດຮຽນເຊີ່ງມີລັກສະນະທິດສະດີ ແລະ ພຶດຕິກຳຕົວຈິງໃນການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍຂອງພັກ; ຢູ່ບັນດາຂະແໜງການ ແລະ ທ້ອງຖີ່ນ, ເປັນແນວທາງຂອງພັກ-ລັດ ທີ່ສາມາດນໍາໄປຈັດຕັ້ງປະຕິບັດ ແລະ ນຳຜົນປະໂຫຍດຕົວຈິງມາສູ່ປະຊາຊົນ, ເປັນເນື້ອໃນລວມຍອດແຫ່ງສະຕິປັນຍາຂອງຄະນະບໍລິຫານງານພັກ ໃນແຕ່ລະຂັ້ນ; ສະແດງອອກຢ່າງຈະແຈ້ງຕາມອຸດົມການ ຂອງພັກຕາມຈຸດໝາຍ ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຂັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ, ເທື່ອລະກ້າວ.

ເຊິ່ງການສຳມະນາຄັ້ງນີ້, ບັນດາສະຫາຍທີ່ເຂົ້າຮ່ວມໄດ້ມີການປະກອບຄຳຄິດເຫັນຢ່າງກົງໄປກົງມາ ເພື່ອໃຫ້ຮ່າງບົດລາຍງານການເມືອງສະບັບດັ່ງກ່າວ ມີຄວາມຄົບຖ້ວນສົມບູນຍິ່ງໆຂຶ້ນ.