5 ປີຕໍ່ໜ້າ, ຄະນະໜ່ວຍພັກຮາກຖານຫ້ອງການເມືອງ ກົມໃຫຍ່ສັນຕິບານ ກະຊວງ ປກສ ຈະສືບຕໍ່ກໍ່ສ້າງພັກ-ພະນັກງານໃຫ້ເຂັ້ມແຂງ, ສາມາດບັນຈຸສັບຊ້ອນ ແລະ ນຳໃຊ້ພະ ນັກງານໃຫ້ຖືກເປົ້າໝາຍ, ສອດຄ່ອງກັບໜ້າທີ່ວຽກງານຕົວຈິງ ເພື່ອເຄື່ອນໄຫວປະຕິບັດໜ້າທີ່ ໃຫ້ມີຜົນສຳເລັດ ແລະ ມີປະສິດ ທິພາບສູງ.

ກອງປະຊຸມຄະນະພັກຮາກຖານຫ້ອງການເມືອງ ຈະສືບຕໍ່ສ້າງພັກ-ພະນັກງານໃຫ້ເຂັ້ມແຂງ
ກອງປະຊຸມຄະນະພັກຮາກຖານຫ້ອງການເມືອງ ຈະສືບຕໍ່ສ້າງພັກ-ພະນັກງານໃຫ້ເຂັ້ມແຂງ

ໃນກອງປະຊຸມໃຫຍ່ ຄັ້ງທີ IV ຂອງຄະນະໜ່ວຍພັກຮາກຖານຫ້ອງການເມືອງ, ຄັ້ງວັນທີ 18 ກັນຍາ 2019 ເຂົ້າຮ່ວມໂດຍ ພັອ ຈູມມະນີ ວົງມະນີ ຄະນະປະຈຳພັກ, ຮອງຫົວໜ້າກົມໃຫຍ່ສັນຕິບານ, ມີບັນດາສະມາຊິກ ພັກເຂົ້າຮ່ວມ, ພັອ ວົງດາລາ ຄຳຮຸ່ງ ເລຂາໜ່ວຍພັກຮາກຖານ, ຫົວໜ້າຫ້ອງການເມືອງ ໃຫ້ຮູ້ທິດທາງແຜນການໃນຕໍ່ໜ້າວ່າ: ຄະນະໜ່ວຍພັກຮາກຖານ ຈະເອົາໃຈໃສ່ກໍ່ສ້າງພັກ-ພະນັກງານ ໃຫ້ເຂັ້ມແຂງ ໂດຍການສຸມໃສ່ສ້າງແຜນກໍານົດພະນັກງານສືບ ທອດປ່ຽນແທນຕໍາແໜ່ງນໍາພາ-ບັນຊາຂັ້ນກົມ; ຂັ້ນຫ້ອງ, ຂັ້ນພະແນກໃຫ້ເປັນລະບົບຄົບຊຸດ, ນໍາພາບໍາລຸງ-ກໍ່ສ້າງພະນັກງານ ຖືກຕາມທິດຊີ້ນໍາ, ຖືກເປົ້າໝາຍຮັບປະກັນລັກສະນະສືບທອດຕໍ່ເນື່ອງຍາວນານ ໃຫ້ສົມສ່ວນທາງ ດ້ານໂຄງປະກອບ, ເຜົ່າ, ເພດ ແລະ ອາຍຸກະສຽນ. ພ້ອມທັງເປັນເຈົ້າການຊຸກຍູ້ພະນັກງານ-ນັກຮົບ ໄປຄົ້ນຄວ້າຮ່ໍາຮຽນຍົກລະດັບທາງດ້ານຄວາມຮູ້-ຄວາມສາມາດວຽກງານວິຊາສະເພາະ; ທິດສະດີການເມືອງ, ກົດໝາຍ, ພາສາຕ່າງປະເທດ, ເຕັກນິກວິຊາ ການຕ່າງໆທັງບໍາລຸງ, ກໍ່ສ້າງຢູ່ພາຍໃນ ແລະ ຕ່າງປະເທດ, ສົມທົບແໜ້ນລະຫວ່າງການກໍ່ສ້າງຢູ່ໂຮງຮຽນກັບການກໍ່ສ້າງໃນຂະບວນການເຄື່ອນໄຫວວຽກງານຕົວຈິງຢູ່ກົມກອງ ແລະ ຮາກຖານ.

ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຮາກຖານຊຸດໃໝ່
ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຮາກຖານຊຸດໃໝ່

ໃນໄລຍະຜ່ານມາ, ຄະນະໜ່ວຍພັກຮາກຖານ ໄດ້ນໍາພາປັບປຸງກໍ່ສ້າງພັກ, ປັບປຸງການຈັດຕັ້ງພັກພາຍໃນຫ້ອງການເມືອງ ໄດ້ມີການປັບປຸງເຮັດໃຫ້ການຈັດຕັ້ງພັກມີຄວາມໜັກແໜ້ນເຂັ້ມແຂງຂຶ້ນເລື້ອຍໆ, ຮັບປະກັນທາງ ດ້ານປະລິມານ ແລະ ຄຸນນະພາບ ສະແດງອອກ ຄື: ໄດ້ຈັດຕັ້ງເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ແລະ ຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນອ້ອມຂ້າງກົມໃຫຍ່ສັນຕິບານ ຈໍານວນ 149 ສະຫາຍ ຍິງ 43 ສະຫາຍ ແລະ ຮຽນກົດລະບຽບພັກ ຈໍານວນ 181 ສະຫາຍ ຍິງ 69 ສະຫາຍ, ຂະຫຍາຍມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ຈໍານວນ 155 ສະຫາຍ ຍິງ 46 ສະຫາຍ ແລະ ເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນ 132 ສະຫາຍ ຍິງ 35 ສະຫາຍ, ເລື່ອນຊັ້ນພະນັກງານ-ນັກຮົບ ທົ່ວກົມໃຫຍ່ສັນຕິບານແຕ່ຂັ້ນນາຍສິບຫານາຍພົນ ຈຳນວນ 35 ຄັ້ງ ມີ 610 ສະຫາຍ ຍິງ 170 ສະຫາຍ, ສົ່ງພະນັກງານໄປຮຽນຢູ່ພາຍໃນປະເທດ 70 ສະຫາຍ ຍິງ 10 ສະຫາຍ ແລະ ສົ່ງພະນັກງານໄປຮຽນຢູ່ ພາຍໃນປະເທດ 216 ສະຫາຍ ຍິງ 40 ສະຫາຍ.

ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຮາກ ຖານຊຸດໃໝ່, ໃນນີ້ເລືອກໄດ້ ພັທ ທອງສ່ຽນ ສຸນແຄນ ເປັນເລຂາ, ພັທ ເປົາລີ ພູສາ ເປັນຮອງ ແລະ ພັທ ສີທັນ ຄຳສົມ ເປັນປະທານກວດກາພັກ ແລະ ອີກ 2 ສະຫາຍເປັນຄະນະ.