ໜ້າຫຼັກ Tags ຢາໄອສ໌

Tag: ຢາໄອສ໌

ເຈົ້າໜ້າທີ່ພາສີ ມອບຂອງກາງ ຢາໄອສ໌ 4,2 ກິໂລ ໃຫ້ເຈົ້າໜ້າທີ່ ປກສ ດຳເນີນຄະດີ

ເຈົ້າໜ້າທີ່ພາສີ ປະຈໍາດ່ານສາກົນ ສະໜາມບິນ ວັດໄຕ ໄດ້ມອບຢາເສບຕິດ ປະເພດຢາໄອສ໌ ( ICE ) ທີ່ຢຶດໄດ້ຈາກການກວດຄົ້ນກະເປົາເດີນທາງຂອງ ຊາວກໍາປູເຈຍ ນໍ້າໜັກ 4,2 ກິໂລກຼາມ ໃຫ້ ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ໃນວັນທີ...
ມ້າງໄດ້ຄະດີຢາເສບຕິດລາຍໃຫຍ່ໄດ້ ແລະ ກວດຢຶດຂອງກາງຢາເສບຕິດ ປະເພດຢາໄອສ໌ 300 ກິໂລກຼາມ

ຕຳຫຼວດ ນະຄອນໂຮ່ຈິມິນ ຈັບໄດ້ ຜູ້ລັກລອບຂົນສົ່ງ ພ້ອມຢາໄອສ໌ 300 ກິໂລ

ໜຶ່ງໃນບັ້ນການຕໍ່ສູ້ມ້າງລາຍຄະດີ ຂອງ ກຳລັງຕຳຫຼວດ ກອງບັນຊາການຕຳຫຼວດ ນະຄອນໂຮ່ຈິມິນ ທີ່ໄດ້ປະຕິບັດຜ່ານມານັ້ນ ແມ່ນ ການປະສານສົມທົບຮ່ວມກັບ ກົມຕຳຫຼວດອາຍາ ຂອງ ກະຊວງຕຳຫຼວດ ສາມາດມ້າງໄດ້ຄະດີຢາເສບຕິດລາຍໃຫຍ່ໄດ້ ໃນວັນທີ 30 ມີນາ 2019 ຜ່ານມາ ແລະ ກວດຢຶດຂອງກາງຢາເສບຕິດ ປະເພດຢາໄອສ໌ 300 ກິໂລກຼາມ.
ຂອງກາງຢາເສບຕິດ ປະເພດເຮໂຣອິນ ຈຳນວນ 895 ແທ່ງ

ຕຳຫຼວດ ນະຄອນໂຮ່ຈິມິນ ຈັບໄດ້ພ້ອມຂອງກາງ ເຮໂຣອິນ ເກືອບ 900 ແທ່ງ ( ep 2/2 )

ຜ່ານການສອບສວນ ພວກກ່ຽວຮັບສາລະພາບວ່າ: ຢາເສບຕິດທັງໝົດທີ່ເຈົ້າໜ້າທີ່ກວດພົບ ແມ່ນກຽມສົ່ງເຂົ້າສະຖານທີ່ເກັບມ້ຽນ ທີ່ເມືອງຮັອກໂມນ, ເຊິ່ງສະຖານທີ່ດັ່ງກ່າວ ຖືກພວກກ່ຽວເຊົ່າເພື່ອເປີດເປັນບໍລິສັດ ຜະລິດສະກັອດໃສ ແລະ ຜະລິດຕະພັນກາວຕິດເຈ້ຍ. ໂດຍເມື່ອຜະລິດໄດ້ແລ້ວ, ສິນຄ້າຂອງພວກເຂົາ ຈະຖືກສົ່ງເຂົ້າປະເທດໄຕ້ຫວັນ ໂດຍຜ່ານທາງທະເລ ດ້ວຍການສວຍໃຊ້ການດຳເນີນທຸລະກິດເປັນສາກບັງໜ້າ ເຮັດຄືວ່າ:
ຂອງກາງຢາເສບຕິດ ປະເພດເຮໂຣອິນ ຈຳນວນ 895 ແທ່ງ

ຕຳຫຼວດ ນະຄອນໂຮ່ຈິມິນ ຈັບໄດ້ພ້ອມຂອງກາງ ເຮໂຣອິນ ເກືອບ 900 ແທ່ງ ( ep 1/2 )

ຕອນຄ່ຳຂອງວັນທີ 27 ມີນາ 2019 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດ ນະຄອນໂຮ່ຈິມິນ ສາມາດກວດພົບ ແລະ ຢຶດຂອງກາງຢາເສບຕິດ ປະເພດເຮໂຣອິນ ຈຳນວນ 895 ແທ່ງ ພ້ອມທັງຈັບຕົວເປົ້າໝາຍຂົນສົ່ງໃນຄັ້ງນີ້ໄດ້. ຢາເສບຕິດຈຳນວນດັ່ງກ່າວ ຖືກຊຸກເຊື່ອງໃນລົດແກ່ເຄື່ອງ ເຊິ່ງມີເປົ້າໝາຍ ຈາກເມືອງຖູດຶກ ມຸ່ງໜ້າໄປ ເມືອງຮັອກໂມນ.

ເລັ່ງຕິດຕາມເຈົ້າຂອງລົດຣີໂວ ຂົນຢາໄອສ໌ 302 ຫໍ່ ເອົາຕົວຫຼົບໜີ ກ່ອນເກີດອຸບັດຕິເຫດ

ລົດກະບະຣີໂວ ສີຂາວ ບໍ່ຕິດໝາຍເລກທະບຽນ ທີ່ເກີດອຸບັດຕິເຫດລະຫວ່າງຫຼົບໜີ ວັນທີ 19 ມີນາ ຜ່ານມາ, ເຈົ້າໜ້າທີ່ພະແນກຕຳຫຼວດຈະລາຈອນ ແຂວງບໍ່ແກ້ວ ປະຕິບັດໜ້າທີ່ໄລ່ສະກັດກັກລົດກະບະຣີໂວ ຂົນຢາໄອສ໌ ຈຳນວນ 302 ຖົງ ໜັກ 302 ກິໂລກຼາມ...

ເຈົ້າຂອງໂຮງງານເຟີນີເຈີ ພົບຢາໄອສ໌ ເກືອບ 2 ກິໂລກຼາມ ຫວັງເອົາໄປຂາຍ ແຕ່ບໍ່ລອດສາຍຕາເຈົ້າໜ້າທີ່

ຮັບຂົນເຄື່ອງຊ່ວຍຄົນຮູ້ຈັກເທິງເຮືອບິນ, ເຈົ້າຂອງໂຮງງານເຟີນິເຈີ ທ້າວ ຫງວຽນຟອງເຕິ່ນ ລັກເປີດເບິ່ງແກັດເຄື່ອງດັ່ງກ່າວ ເລີຍຮູ້ວ່ານັ້ນແມ່ນຢາໄອສ໌ ແລ້ວກໍເກີດແນວ ຄິດຢາກລັກເອົາມາເປັນຂອງຕົນເອງ ຈຶ່ງຕິດຕໍ່ຫາກຸ່ມຊື້-ຂາຍຢາເສບຕິດ ແລະ ນັດສົ່ງກັນໃນສະຖານທີ່ແຫ່ງໜຶ່ງ ໃນຮ່າໂນ້ຍ ແຕ່ເມື່ອທັງສອງຝ່າຍມາເຖິງຈຸດນັດສົ່ງ ຈຶ່ງຖືກເຈົ້າໜ້າທີ່ເຂົ້າຈັບຕົວ. ທ້າວ ຫງວຽນຟອງເຕິ່ນ ອາຍຸ 46 ປີ...

ຈັບໄດ້ທີ່ດ່ານ 44 ພ້ອມຢາໄອສ໌ 8 ກິໂລກຼາມ

ເຈົ້າໜ້າທີ່ ປກສ ແຂວງຈຳປາສັກ ກັກຕົວ ທ້າວ ໄຊວິໄລ ອາຍຸ 50 ປີ ອາຊີບຄ້າຂາຍ ຢູ່ບ້ານສາຍນ້ຳເງິນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຄາລົດເກັງໂຕໂຢຕ້າ ສີດຳ ຢູ່ດ່ານຫຼັກ 44 ເມືອງຊະນະສົມບູນ ພ້ອມຂອງກາງຢາເສບຕິດ ປະເພດຢາໄອສ໌ ໜັກ 8 ກິໂລກຼາມ ໃນວັນທີ...