ເຈົ້າໜ້າທີ່ພາສີ ປະຈໍາດ່ານສາກົນ ສະໜາມບິນ ວັດໄຕ ໄດ້ມອບຢາເສບຕິດ ປະເພດຢາໄອສ໌ ( ICE ) ທີ່ຢຶດໄດ້ຈາກການກວດຄົ້ນກະເປົາເດີນທາງຂອງ ຊາວກໍາປູເຈຍ ນໍ້າໜັກ 4,2 ກິໂລກຼາມ ໃຫ້ ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ໃນວັນທີ 18 ກໍລະກົດ ທີ່ຜ່ານມາ ເພື່ອເປັນຫຼັກຖານໄປດໍາເນີນຄະດີກັບ ຜູ້ຖືກຫາ ທີ່ທາງ ເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະ ພວມດໍາເນີນການສືບສວນ – ສອບສວນ.

ມອບໂດຍ ທ່ານ ວິດາວອນ ໂສມສະເຫຼົາ ຮອງຫົວໜ້າດ່ານພາສີສາກົນ ສະໜາມບິນ ວັດໄຕ ແລະ ຕາງໜ້າຮັບແມ່ນ ເຈົ້າໜ້າທີ່ ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ເຊິ່ງມີພະນັກງານຫຼັກແຫຼ່ງທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ຢາເສບຕິດ ປະເພດຢາໄອສ໌ ຈໍານວນດັ່ງກ່າວ ແມ່ນເຈົ້າໜ້າທີ່ພາສີປະຈຳສະໜາມບິນສາກົນ ວັດໄຕ ຢຶດໄດ້ຈາກ ການກວດຄົ້ນສິນຄ້າເຄື່ອງຂອງ ປະເພດເກືອດຫ້າມ ແລະ ຈັບກຸມຜູ້ຖືກຫາໄດ້ ໃນວັນທີ 30 ພຶດສະພາ 2019 ໃນເວລາ 10:10 ໂມງ.

ເຊິ່ງຜູ້ຖືກຫາ ຊື່ Ms. Sen Sopheap ສັນຊາດກໍາປູເຈຍ ຖືໜັງສືປັດສະປອດ ເລກທີ N1715164 ລົງວັນທີ 11 ມິຖຸນາ 2014 ຜູ້ກ່ຽວຈະເດີນທາງໄປຕ່າງປະເທດນໍາຖ້ຽວບິນ WE573 Vientiane – Bangkok ແລ້ວຕໍ່ເຮືອບິນໄປ ມາເລເຊຍ ຖ້ຽວບິນ TG24 Bangkok – Manila ໄດ້ນໍາກະເປົາເຄື່ອງນຸ່ງຫົ່ມມາແຈ້ງຕໍ່ ເຈົ້າໜ້າທີ່ປະຈຳສະໜາມບິນ.

ເມື່ອເຈົ້າໜ້າທີ່ນໍາກະເປົາໄປສະແກນ ກໍເຫັນວ່າ:

ໃນກະເປົາດັ່ງກ່າວ ມີວັດຖຸທີ່ສົງໄສ, ຈຶ່ງໄດ້ປະສານຫາ ເຈົ້າໜ້າທີ່ພາສີ, ໜ່ວຍງານກວດກາ, ຕໍາຫຼວດທີ່ຕັ້ງປະຈຳດ່ານ ກວດຄົ້ນກະເປົາດັ່ງກ່າວ; ຈາກການກວດຄົ້ນຕົວຈິງ ພົບເຫັນ ຢາເສບຕິດ ປະເພດຢາໄອສ໌ ( ICE ) ຊຸກເຊື່ອງໃນກະເປົາເດີນທາງ ຈໍານວນ 1 ຫໍ່ ລວມນໍ້າໜັກ 4,2 ກິໂລກຼາມ.

ດັ່ງນັ້ນ, ເຈົ້າໜ້າທີ່ພາສີ ແລະ ເຈົ້າໜ້າທີ່ຕໍາຫຼວດ ຈຶ່ງຢຶດ ຢາໄອສ໌ ແລະ ຈັບກຸມຜູ້ຖືກຫາ ມອບໃຫ້ ເຈົ້າໜ້າທີ່ ປກສ ໄປດໍາເນີນຄະດີຕາມລະບຽບກົດໝາຍ.