ນິວຢອກ ປະສົບໄພພິບັດໜັກ – ໄຟດັບ ຄື້ນຄວາມຮ້ອນ ນໍ້າຖ້ວມ

0
1239

ສຳນັກຂ່າວ ເດລີເມວ ລາຍງານ ໃນວັນທີ 23 ກໍລະກົດ ທີ່ຜ່ານມາ ວ່າ:

ມະຫານະຄອນນິວຢອກ ສະຫະລັດອາເມລິກາ ປະເຊີນກັບໄພທຳມະຊາດຢ່າງຮຸນແຮງ ຕໍ່ເນື່ອງ ຫຼັງຈາກທີ່ຄື້ນຄວາມຮ້ອນ ແຜ່ປົກຄຸມ ຈົນອຸນຫະພູມເພີ່ມຂຶ້ນສູງເກືອບ 38 ອົງສາເຊ ເຮັດໃຫ້ເກີດໄຟຟ້າດັບຫຼາຍພືນທີ່; ຫຼ້າສຸດ, ຖືກພາຍຸມໍລະສຸມ ພັດຖະຫຼົ່ມຈົນເກີດນໍ້າຖ້ວມ ກະທັນຫັນ.

ຝົນທີ່ຕົກລົງມາຢ່າງໜັກ ກໍ່ໃຫ້ເກີດນໍ້າຖ້ວມ ກະທັນຫັນ ໃນຫຼາຍພື້ນທີ່ ເຊິ່ງໄດ້ແກ່:

  • ເຂດບຣູກລິນ
  • ຄວີນ ສະເຕດ
  • ໄອສ໌ແລນ
  • ແລະ ບາງສ່ວນຂອງລັດນິວ ເຈີຊີ.

ໂດຍລະດັບນໍ້ານັ້ນ ຖ້ວມສູງເຖິງຫົວເຂົ່າ, ລົດຍົນຈົມເກືອບຖ້ວມຄັນ, ເສດຂີ້ເຫຍື້ອ ແລະ ຈວຍຈະລາຈອນ ລອຍກະຈັດກະຈາຍເຕັມຖະໜົນຫົນທາງ.

ນໍ້າຖ້ວມກະທັນຫັນດັ່ງກ່າວ ຍັງກໍ່ໃຫ້ເກີດຜົນກະທົບຕໍ່ ລະບົບຂົນສົ່ງລົດໄຟໃຕ້ດິນ ເຮັດໃຫ້ມີນໍ້າຖ້ວມຂັງລາງລົດໄຟ; ຂະນະທີ່ ຖະໜົນໄຮເວ ມີນໍ້າຖ້ວມຂັງພື້ນຜິວການຈະລາຈອນ ໃນເຂດຄວີນ ແລະ ທາງດ່ວນລອງ ໄອສ໌ແລນ ແລະ ຟຣານຊິສ ລູອິສ ບູເລີວາດ.

ທ່ານ ໂຄຣີ ຈອນສັນ ໂຄສົກຝ່າຍປົກຄອງ ມະຫານະຄອນນິວຢອກ ກ່າວວ່າ:

ນິວຢອກ ວິກິດ ຕ້ອງພົບກັບທັງ ນໍ້າຖ້ວມ-ໄຟດັບ-ຄື້ນຄວາມຮ້ອນ

ສຳນັກງານເທດສະບານ ສິ່ງແວດລ້ອມ ກຳລັງສົ່ງ ເຈົ້າໜ້າທີ່ ອອກປະຕິບັດການ ເພື່ອຈັດການກັບ ຂີ້ເຫຍື້ອທີ່ລອບປະປົນກັບກະແສນໍ້າ ເຊິ່ງເຮັດໃຫ້ທໍ່ລະບາຍນໍ້າມີບັນຫາ; ຂະນະທີ່ ຊາວນິວຢອກຫຼາຍຄົນ ບໍ່ລໍຖ້າແຕ່ເຈົ້າໜ້າທີ່ ແຕ່ຕ່າງຄົນຕ່າງຊ່ວຍກັນກຳຈັດຂີ້ເຫຍື້ອ ຕາມທໍ່ລະບາຍນໍ້າ ດ້ວຍມືຂອງຕົນເອງ.

ນິວຢອກ ວິກິດ ຕ້ອງພົບກັບທັງ ນໍ້າຖ້ວມ-ໄຟດັບ-ຄື້ນຄວາມຮ້ອນ