ຕຳຫຼວດ ນະຄອນໂຮ່ຈິມິນ ຈັບໄດ້ ຜູ້ລັກລອບຂົນສົ່ງ ພ້ອມຢາໄອສ໌ 300 ກິໂລ

0
1948

ໜຶ່ງໃນບັ້ນການຕໍ່ສູ້ມ້າງລາຍຄະດີ ຂອງ ກຳລັງຕຳຫຼວດ ກອງບັນຊາການຕຳຫຼວດ ນະຄອນໂຮ່ຈິມິນ ທີ່ໄດ້ປະຕິບັດຜ່ານມານັ້ນ ແມ່ນ ການປະສານສົມທົບຮ່ວມກັບ ກົມຕຳຫຼວດອາຍາ ຂອງ ກະຊວງຕຳຫຼວດ ສາມາດມ້າງໄດ້ຄະດີຢາເສບຕິດລາຍໃຫຍ່ໄດ້ ໃນວັນທີ 30 ມີນາ 2019 ຜ່ານມາ ແລະ ກວດຢຶດຂອງກາງຢາເສບຕິດ ປະເພດຢາໄອສ໌ 300 ກິໂລກຼາມ.

ການປະຕິບັດໜ້າທີ່ຂອງ ພະນັກງານຕຳຫຼວດອາຍາພິເສດ ຈາກ ຫ້ອງຕຳຫຼວດອາຍາ ກອງບັນຊາການຕຳຫຼວດ ນະຄອນໂຮ່ຈິມິນ
ການປະຕິບັດໜ້າທີ່ຂອງ ພະນັກງານຕຳຫຼວດອາຍາພິເສດ ຈາກ ຫ້ອງຕຳຫຼວດອາຍາ ກອງບັນຊາການຕຳຫຼວດ ນະຄອນໂຮ່ຈິມິນ

ພົຈວ ຟາມວັນກາກ ຫົວໜ້າກົມຕຳຫຼວດສືບສວນ – ສອບສວນ ກ່ຽວກັບ ຄະດີຢາເສບຕິດ ກະຊວງຕຳຫຼວດ ໃຫ້ຮູ້ວ່າ:

ພວກເຮົາໄດ້ຄັດເລືອກເອົາ ພະນັກງານຕຳຫຼວດອາຍາພິເສດ ຈາກ ຫ້ອງຕຳຫຼວດອາຍາ ກອງບັນຊາການຕຳຫຼວດ ນະຄອນໂຮ່ຈິມິນ ເພື່ອສົມທົບກັບກຳລັງຈາກກົມ ລົງມ້າງລາຍຄະດີຢາເສບຕິດລາຍໃຫຍ່ຄັ້ງນີ້ ເພາະພະນັກງານທີ່ຄັດເລືອກມານັ້ນ ລ້ວນແຕ່ແມ່ນ ພະນັກງານທີ່ມີຄວາມຊຳນານ ແລະ ລື້ງເຄີຍກັບ ວຽກງານການປາບປາມຢາເສບຕິດ, ມີຄວາມຮັບຜິດຊອບສູງ ແລະ ເຮັດສຳເລັດທຸກວຽກ ທີ່ການຈັດຕັ້ງມອບໝາຍໃຫ້.

ເປົ້າໝາຍ 3 ຄົນ ໄດ້ແກ່: ທ້າວ ວູຈ້ອງເຫງຍ - ທ້າວ ຟາມວັນເຊີ້ນ - ທ້າວ ຫງວຽນວັນວຸຍ
ເປົ້າໝາຍ 3 ຄົນ ໄດ້ແກ່: ທ້າວ ວູຈ້ອງເຫງຍທ້າວ ຟາມວັນເຊີ້ນທ້າວ ຫງວຽນວັນວຸຍ

ພັທ ຫງວຽນດັງນາມ ຫົວໜ້າຫ້ອງ ຕຳຫຼວດອາຍາ ກອງບັນຊາການຕຳຫຼວດ ນະຄອນໂຮ່ຈິມິນ ໄດ້ຖະແຫຼງການ ວ່າ: ເພື່ອຄວາມສະຫງົບ ແລະ ເປັນການປົກປ້ອງປະຊາຊົນ ເຖິງຈະລຳບາກພຽງໃດ ພວກຕົນກໍຈະປະຕິບັດ.

ກຳລັງຕຳຫຼວດອາຍາ ກອງບັນຊາການຕຳຫຼວດ ນະຄອນໂຮ່ຈິມິນ ໄດ້ເຂົ້າຮ່ວມ ການມ້າງລາຍຄະດີລາຍໃຫຍ່ນີ້ ແລະ ອີກຫຼາຍກໍລະນີທີ່ເກີດຂຶ້ນ ໃນຂົງເຂດທ້ອງຖິ່ນທີ່ຮັບຜິດຊອບ; ໂດຍສະເພາະແມ່ນ ຄະດີທີ່ກ່າວມາຂ້າງເທິງ. ເຊິ່ງຜູ້ຄ້າຂາຍລາຍນີ້ ໄດ້ນຳໃຊ້ລົດຍົນຍີ່ຫໍ້ ເມີຊີເດັດ ເບັນ ສີເຫຼືອງ ໝາຍເລກທະບຽນ BKS 68A-104.74 ແລະ ສັງເກດເຫັນວ່າ ມີພຶດຕິກຳໜ້າສົງໄສ;

ມີດຍາວອີກ 3 ດວງ ທີ່ເຈົ້າໜ້າທີ່ ກວດຢຶດມາໄດ້
ມີດຍາວອີກ 3 ດວງ ທີ່ເຈົ້າໜ້າທີ່ ກວດຢຶດມາໄດ້

ໂດຍຢູ່ໃນລົດຄັນດັ່ງກ່າວ ມີ 3 ເປົ້າໝາຍ ຄື:

  • ທ້າວ ວູຈ້ອງເຫງຍ ເກີດປີ 1995 ຢູ່ແຂວງຫາຍຟ່ອງ
  • ທ້າວ ຟາມວັນເຊີ້ນ ເກີດປີ 1982 ຢູ່ແຂວງ ຖາຍບິ່ງ
  • ທ້າວ ຫງວຽນວັນວຸຍ ເກີດປີ 1988 ຢູ່ແຂວງເກິ່ນເທີ.

ຜ່ານການເຂົ້າກວດຄົ້ນ ແລະ ຈັບຕົວພວກກ່ຽວ, ເຈົ້າໜ້າທີ່ ກວດພົບ ປືນສັ້ນສີດຳ ລຸ້ນ Pietro Beretta 1 ກະບອກ ພ້ອມລູກ 11 ລູກ, ມີດເຫຼັກຍາວ ປະມານ 50 ຊັງຕີແມັດ 1 ດວງ ແລະ ກ່ອງທີ່ບັນຈຸທາດສີຂາວ 1 ກ່ອງ ເຊິ່ງສົງໄສວ່າເປັນ ຢາໄອສ໌; ຈາກນັ້ນ, ເຈົ້າໜ້າທີ່ ໄດ້ສືບສວນດ່ວນ ແລະ ສາມາດຈັບຕົວເປົ້າໝາຍທີ່ຢູ່ໃນກຸ່ມດຽວກັນ ເພີ່ມອີກ 5 ຄົນ ພ້ອມທັງກວດຢຶດປືນສັ້ນ ລຸ້ນ Grzzly ພ້ອມລູກ 6 ລູກ ອີກ 1 ກະບອກ, ມີດຍາວອີກ 3 ດວງ ແລະ ຢາເສບຕິດອີກຈຳນວນຫຼາຍ.

ກຸ່ມເຄືອຂ່າຍນີ້ ແມ່ນ ທ້າວ ວູຈ້ອງເຫງຍ ແລະ ນາງ ເຈິ່ນທິຈ້າງ ເປັນຫົວໂປ່ໃຫຍ່, ນາງ ຈ້າງ ເກີດປີ 1992 ທີ່ ແຂວງເກິ່ນເທີ ເຊິ່ງແມ່ນເມຍຂອງ ທ້າວ ເຫງຍ; ສ່ວນບັນດາລູກຄ້າ ທີ່ມາຊື້ຢາເສບຕິດນຳພວກກ່ຽວ ສ່ວນຫຼາຍແມ່ນ ມາແຕ່ປະເທດກຳປູເຈຍ ແລະ ມອບໃຫ້ບັນດາລູກນ້ອງໃນກຸ່ມຂາຍເອງ ເພື່ອຫາເງິນເພີ່ມອີກ.

ປັດຈຸບັນ, ຄະດີດັ່ງກ່າວ ເຈົ້າໜ້າທີ່ຕຳຫຼວດ ກຳລັງດຳເນີນການສືບສວນ – ສອບສວນ ຂະຫຍາຍຜົນ ເພື່ອຕິດຕາມຈັບຕົວ ບຸກຄົນທີ່ມີສ່ວນກ່ຽວພັນ ແລະ ກຽມປະກອບສຳນວນສົ່ງໃຫ້ ໄອຍະການ ສັ່ງຟ້ອງສານຕັດສິນ ຕາມລະບຽບກົດໝາຍ ຕໍ່ໄປ.