ເກີດເຫດຄາດຕະກຳ ທີ່ຮ້ານຄາຣາໂອເກະ – ep 2/2

0
989

ຈາກນັ້ນ, ກຸ່ມຂອງ ທ້າວ X ຍັງສືບຕໍ່ນຳທຳຮ້າຍ ທ້າວ ຈຸ້ງ ແລະ ທ້າວ ບານ, ທ້າວ ຈຸ້ງ ໄດ້ຂຸກເຂົ່າລົງຂໍຮ້ອງກັບ ທ້າວ X ເພື່ອຂໍຍອມ ແລ້ວໄປເຈ່ຍເອົາ ທ້າວ ບານ ລົງມາຈາກຊັ້ນເທິງ ເພື່ອສົ່ງໄປໂຮງໝໍດ່ວນ ແຕ່ປະຕູຮ້ານຄາຣາໂອເກະ ປິດຢ່າງແໜ້ນໜາ; ທ້າວ ຈຸ້ງ ຈຶ່ງຕ້ອງໄດ້ຂໍຮ້ອງນຳ ທ້າວ X ເປັນເວລາດົນ ຜູ້ກ່ຽວຈຶ່ງສັ່ງໃຫ້ປ້ອງກັນ ເປີດປະຕູຮົ້ວໃຫ້ ເພື່ອນຳເອົາ ທ້າວ ບານ ໄປໂຮງໝໍ.

ສ່ວນ ທ້າວ ແທ່ງ ແມ່ນຖືກກຸ່ມຂອງ ທ້າວ X ແທງ ໄດ້ຮັບບາດເຈັບສາຫັດ ແຕ່ສາມາດແລ່ນເອົາຕົວຫຼົບໜີອອກມານອກທາງໄດ້ ແລະ ລັດລົດແທັກຊີໄປໂຮງໝໍກ່ອນ; ຍ້ອນທັງ 2 ( ທ້າວ ແທ່ງ ແລະ ທ້າວ ບານ ) ໄດ້ຮັບບາດເຈັບສາຫັດ, ບາດແຜໃຫຍ່ ແລະ ເສຍເລືອດຫຼາຍ, ຈຶ່ງເຮັດໃຫ້ທັງສອງ ອົດຕໍ່ຄວາມເຈັບປວດບໍ່ໄດ້ ແລ້ວເສຍຊີວິດ ໃນເວລາຕໍ່ມາ.

ເຫດການຄາດຄະກຳ ເກີດຂຶ້ນທີ່ ຮ້ານຄະລະໂອເກະ ກິ່ງຕອນ
ເຫດການຄາດຄະກຳ ເກີດຂຶ້ນທີ່ ຮ້ານຄະລະໂອເກະ ກິ່ງຕອນ

ຫຼັງຈາກເກີດເຫດຂຶ້ນ, ທາງດ້ານ ພະນັກງານສືບສວນ – ສອບສວນ ຂອງ ກອງບັນຊາການຕຳຫຼວດ ເມືອງຮັອກໂມນ ແລະ ພະແນກຕຳຫຼວດອາຍາ ກອງບັນຊາການ ນະຄອນໂຮ່ຈີມິນ ໄດ້ລົງເກັບກຳຂໍ້ມູນ ແລະ ໄດ້ໃຫ້ຮູ້ວ່າ:

ກ້ອງວົງຈອນປິດທຸກໜ່ວຍ ແມ່ນຖືກຕັດສັນຍານ ໃນຂະນະທີ່ເກີດເຫດ. ແຕ່ເຖິງແນວນັ້ນກໍຕາມ, ມີກ້ອງໜ່ວຍໜຶ່ງ ສາມາດເກັບກູ້ໄດ້ບາງບ່ອນທີ່ກ່ຽວຂ້ອງ ໃນຂະນະທີ່ເກີດເຫດ. ເມື່ອ ເຈົ້າໜ້າທີ່ຕຳຫຼວດວິຊາສະເພາະ ເຂົ້າກວດກາສະຖານທີ່ເກີດເຫດ ສາມາດເກັບຢຶດໄດ້ອາວຸດຫຼາຍຊະນິດ ໃນນັ້ນມີປືນສັ້ນ 2 ກະບອກ.

ສະຖານທີ່ເກີດເຫດ
ສະຖານທີ່ເກີດເຫດ

ໃນຂັ້ນເບື້ອງຕົ້ນ, ເຈົ້າໜ້າທີ່ ໄດ້ຂຶ້ນບັນຊີເປົ້າໝາຍໄວລຸ້ນ 16 ຄົນ ທີ່ມີສ່ວນກ່ຽວພັນກັບຄະດີ ມາໃຫ້ການທີ່ ກອງບັນຊາການ, ພ້ອມທັງໄດ້ກັກຕົວ ທ້າວ ຫງວຽນຫີວຟຸກ ອາຍຸ 18 ປີ ຢູ່ເມືອງຮັອກໂມນ, ເຮັດວຽກປ້ອງກັນສະຖານທີ່ ຮ້ານຄາຣາໂອເກະດັ່ງກ່າວ ແລະ ກຳລັງຕິດຕາມຈັບຕົວເປົ້າໝາຍອື່ນອີກ 3 ຄົນ ທີ່ມີສ່ວນກ່ຽວພັນກັບເຫດການທີ່ເກີດຂຶ້ນ ໂດຍສະເພາະແມ່ນ ບຸກຄົນທີ່ລົງມືທຳຮ້າຍ ທ້າວ ແທ່ງ ແລະ ທ້າວ ບານ ຈົນເຖິງຂັ້ນເສຍຊີວິດ; ສ່ວນສະພາບການກ່ຽວກັບ ທ້າວ X ເຈົ້າຂອງຮ້ານຄາຣາໂອເກະ ທີ່ເປັນຄົນໃຊ້ປືນກໍ່ເຫດ, ປັດຈຸບັນ ເຈົ້າໜ້າທີ່ ແມ່ນກຳລັງແກ້ໄຂ ຢ່າງເຄັ່ງຄັດ.

ນາງ ໂດຼທິກ້າວ ເມຍ ທ້າວ ແທ່ງ ( ຜູ້ເສຍຊີວິດ ) ໄດ້ລົມກັບ ເຈົ້າໜ້າທີ່ ວ່າ:

ທາງຄອບຄົວຂອງທັງສອງຄົນທີ່ເສຍຊີວິດ ແມ່ນໄດ້ປະຕິບັດການສົ່ງສະການ, ມ້ຽນສົບເປັນທີ່ຮຽບຮ້ອຍ ແຕ່ຄວາມເສຍໃຈ ບວກກັບ ຄຳຖາມທີ່ຄາໃຈ, ມັນຍັງຝັງເລິກໄວ້ໃນສະໝອງ ເພາະວ່າພວກເຂົາບໍ່ໄດ້ເຮັດຜິດຫຍັງ ພຽງແຕ່ການຜິດຖຽງກັນເລັກໜ້ອຍ ເຊິ່ງເປັນເລື່ອງທີ່ສາມາດແກ້ໄຂໄດ້ ແຕ່ກຸ່ມດັ່ງກ່າວກໍພາກັນລົງໄມ້ລົງມື ຈົນເຖິງຂັ້ນເອົາເປັນເອົາຕາຍ ແລະ ທີ່ສຳຄັນ ຜູ້ເສຍຊີວິດທັງສອງນັ້ນ ລ້ວນແຕ່ແມ່ນເສົາຫຼັກຂອງຄອບຄົວ.

ອາວຸດ ທີ່ຜູ້ກໍ່ເຫດນຳມາໃຊ້ ມີຫຼາຍຊະນິດ ເຊັ່ນ: ສະປາຕາ, ມີດ, ຄ້ອນຕ່ອງ ລວມໄປເຖິງ ປືນສັ້ນ ແລະອື່ນໆອີກ
ອາວຸດ ທີ່ຜູ້ກໍ່ເຫດນຳມາໃຊ້ ມີຫຼາຍຊະນິດ ເຊັ່ນ: ສະປາຕາ, ມີດ, ຄ້ອນຕ່ອງ ລວມໄປເຖິງ ປືນສັ້ນ ແລະອື່ນໆອີກ

ໃນການຜິດຖຽງກັນຂັ້ນຮຸນແຮງ ທີ່ເກີດຂຶ້ນ ຄັ້ງຫຼ້າສຸດນີ້, ກຸ່ມກໍ່ເຫດແມ່ນ ລ້ວນແຕ່ນຳໃຊ້ອາວຸດທີ່ອັນຕະລາຍ, ຮ້າຍແຮງ ລວມເຖິງໃຊ້ປືນ ເພື່ອແກ້ໄຂບັນຫາ, ເຊິ່ງບໍ່ເກງກົວຕໍ່ລະບຽບກົດໝາຍ. ບັນຫາເຫຼົ່ານີ້, ມັນໄດ້ກາຍເປັນ ບັນຫາທີ່ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງ ຕ້ອງໄດ້ຈັດການແກ້ໄຂ ຢ່າງຮີບດ່ວນ ເພື່ອເຮັດໃຫ້ສັງຄົມ ມີຄວາມສະຫງົບ – ປອດໄພ.

ແປ ແລະ ຮຽບຮຽງໂດຍ: ສ.ວົງໄຊ