ເຈົ້າຂອງຮ້ານ ແລະ ພະນັກງານສຸດໂຫດ ຈັບອາວຸດໄລ່ຂ້າ ລູກຄ້າທີ່ມາໃຊ້ບໍລິການ ເພາະຜິດຖຽງດຽວທີ່ລູກຄ້າ ເຮັດຊັບສິນແຕກ
ເຈົ້າຂອງຮ້ານ ແລະ ພະນັກງານສຸດໂຫດ ຈັບອາວຸດໄລ່ຂ້າ ລູກຄ້າທີ່ມາໃຊ້ບໍລິການ ເພາະຜິດຖຽງດຽວທີ່ລູກຄ້າ ເຮັດຊັບສິນແຕກ

ເຫດການຄາດຕະກຳ ເກີດຂຶ້ນທ່ີຮ້ານບັນເທີງ ຄະຣາໂອເກະ Kington ຖະໜົນຈິ້ງທິໂຢຍ ຕາແສງດົ້ງແທ້ງ ເມືອງຮັອກໂມນ ນະຄອນໂຮ່ຈິມິນ ສສ ຫວຽດນາມ ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ; ເຊິ່ງເວົ້າລວມແລ້ວ ສະຖານທີ່ບັນເທີງດັ່ງກ່າວ ມັນບໍ່ໄດ້ເປັນພຽງແຕ່ສະຖານທີ່ໃຫ້ການບໍລິການຄວາມບັນເທີງເທົ່ານ້ັນ ມັນແອບແຝງດ້ວຍເງື່ອນງຳ, ອຳນາດ, ຄວາມຮນຸແຮງ ເພາະສັງເກດໄດ້ວ່າ ຂະນະທີ່ເກີດເຫດ ແມ່ນປະກົດມີອາວຸດ ທີ່ຜູ້ກໍ່ເຫດນຳມາໃຊ້ຫຼາຍຊະນິດ ເຊັ່ນ: ສະປາຕາ, ມີດ, ຄ້ອນຕ່ອງ ລວມໄປເຖິງ ປືນສັ້ນ ແລະອື່ນໆອີກ.

ອາວຸດ ທີ່ຜູ້ກໍ່ເຫດນຳມາໃຊ້ ມີຫຼາຍຊະນິດ ເຊັ່ນ: ສະປາຕາ, ມີດ, ຄ້ອນຕ່ອງ ລວມໄປເຖິງ ປືນສັ້ນ ແລະອື່ນໆອີກ
ອາວຸດ ທີ່ຜູ້ກໍ່ເຫດນຳມາໃຊ້ ມີຫຼາຍຊະນິດ ເຊັ່ນ: ສະປາຕາ, ມີດ, ຄ້ອນຕ່ອງ ລວມໄປເຖິງ ປືນສັ້ນ ແລະອື່ນໆອີກ

ຫັຼງຈາກງານລ້ຽງຕ້ອນຮັບໝູ່ ທ່ີເຮືອນຂອງຕົນ ໃນຕອນແລງຂອງວັນທີ 21 ກໍລະກົດ 2017, ທ້າວ ຟ້າມຢຸ້ຍຈຸ້ງ ອາຍຸ 35 ປີ ຢູ່ເຂດ 12 ແລະ ອ້າຍ ຊື່ ທ້າວ ຟ້າມຢຸ້ຍແທ່ງ ອາຍຸ37 ປີ ພ້ອມດ້ວຍກຸ່ມໝູ່ ໄດ້ພ້ອມກັນອອກໄປກິນຕໍ່ທີ່ຮ້ານຄະລະໂອເກະ ກິ່ງຕອນ ເພື່ອກິນດື່ມມ່ວນຊື່ນ ເພາະລຶ້ງເຄີຍກັບ ເຈົ້າຂອງຮ້ານ, ກ່ອນໄປ ທ້າວ ຈຸ້ງ ໄດ້ໂທລະສັບຫາ ທ້າວ N.H.Xເພື່ອຈອງຫ້ອງຄາຣາໂອເກະ.

ຫຼັງຈາກທີ່ເຂົ້າໃຊ້ບໍລິການ ໃນສະຖານທີ່ດັ່ງກ່າວ ຫຼາຍຊົ່ວໂມງ, ໝູ່ທີ່ຂຶ້ນມາຫຼິ້ນນຳແຕ່ພາກໃຕ້ນັ້ນ ໄດ້ອອກເມືອກ່ອນ ເຫຼືອແຕ່ ທ້າວ ຈຸ້ງ, ທ້າວ ແທ່ງ ແລະ ທ້າວ ຫງວຽນດຶກບານ ອາຍຸ 40 ປີ ຢູ່ແຂວງບັກນິ້ງ ພ້ອມດ້ວຍໝູ່ອີກຄົນໜຶ່ງ ຊື່ ທ້າວ ມິ້ງ. ໃນຂະນະທີ່ ພວກກ່ຽວກຳລັງມ່ວນຊື່ນຢູ່ນັ້ນ ທ້າວ ບານ ແມ່ນທັງຮ້ອງເພງທັງເຕັ້ນ ຈົນເຮັດໃຫ້ພະນັກໂຊທີ່ເຮັດດ້ວຍແກ້ວ ແຕກ; ດັ່ງນັ້ນ, ທ້າວ ແທ່ງ ຈຶ່ງໄດ້ຮ້ອງພະນັກງານຂອງຮ້ານ ຂຶ້ນມາປະເມີນລາຄາ ເພື່ອຈະຊົດໃຊ້ຄ່າເສຍຫາຍໃຫ້ ແລະ ເບິ່ງແລ້ວຄືວ່າ ຈະລົມກັນໃຫ້ເຂົ້າໃຈ, ແຕ່ເລື່ອງມັນສຳພັດບໍ່ແລ້ວເທົ່ານັ້ນ.

ເຫດການຄາດຄະກຳ ເກີດຂຶ້ນທີ່ ຮ້ານຄະລະໂອເກະ ກິ່ງຕອນ
ເຫດການຄາດຄະກຳ ເກີດຂຶ້ນທີ່ ຮ້ານຄະລະໂອເກະ ກິ່ງຕອນ

ເພາະວ່າ ໃນຂະນະທີ່ທັງ 2 ຝ່າຍ ກຳລັງຕົກລົງກັນຢູ່ນັ້ນ, ບັງເອີນມີໄວລຸ້ນ ປະມານ 5-6 ຄົນ ເຊິ່ງແມ່ນພະນັກງານພາຍໃນຮ້ານ ມາລຸມເວົ້າສຽດສີ, ຮ້າຍດ່າ ວ່າ: “ ກະຈອກ! ຊິເຂົ້າຮ້ານເຮັດຫຍັງ ”; ເຖິງວ່າທາງເບື້ອງ ທ້າວ ແທ່ງ ໄດ້ອ່ອນຍອມຈ່າຍຄ່າເສຍຫາຍແລ້ວ, ແຕ່ກຸ່ມໄວລຸ້ນດັ່ງກ່າວ ກໍຍັງບໍ່ເຊົາເວົ້າຮ້າຍດ່າ, ສຸດທ້າຍ ທັງ 2 ຝ່າຍ ແມ່ນເກີດຜິດຖຽງກັນ ຂັ້ນຮຸນແຮງ; ຈາກນັ້ນ, ທັງ 2 ຝ່າຍ ຈຶ່ງໄດ້ແຕກແຍກກັນໄປ ແລ້ວຝ່າຍຂອງ ທ້າວ ແທ່ງ ກໍພາກັນໄປກິນເບຍຮ້ອງເພງຄືເກົ່າ. ແຕ່ວ່າ ໃນຂະນະທີ່ ທ້າວ ບານ ໄປຫ້ອງນ້ຳ ກັບມາຮອດປະຕູເຂົ້າຫ້ອງ ກໍປະກົດມີ ທ້າວ X ເຈົ້າຂອງຮ້ານ ຈັບປືນສັ້ນມາ 2 ກະບອກ ( ໃນນັ້ນກະບອກໜຶ່ງແມ່ນ ຍິງດ້ວຍລູກຫວ່ານ ) ແລະ ຄົນກໍ່ເຫດອື່ນໆ ອີກປະມານ 30 ຄົນ ໃນມືແມ່ນຈັບ ສະປາຕາ, ຄ້ອນຕ່ອງ, ມີດປາຍແຫຼມຊະນິດອື່ນ ຫຸ້ມເຂົ້າຫ້ອງທີ່ພວກ ທ້າວ ແທ່ງ ໃຊ້ບໍລິການຢູ່ນັ້ນ, ແຕ່ໃນຂະນະນ້ັນ ແມ່ນມີພຽງ ທ້າວ ຈຸ້ງ ແລະ ທ້າວ ບານ ທີ່ຫາກໍເຂົ້າມາ, ສ່ວນ ທ້າວ ມິ້ງ ແມ່ນອອກໄປລົມໂທລະສັບຢູ່ທາງນອກ.

ຫຼັງຈາກນັ້ນ, ທ້າວ ຈຸ້ງ ແລະ ທ້າວ ບານ ໄດ້ແລ່ນໜີອອກຫ້ອງຂຶ້ນໄປຊັ້ນເທິງ, ກຸ່ມດັ່ງກ່າວ ຈຶ່ງພາກັນຈັບອາວຸດໄລ່ຕາມຂຶ້ນໄປ ແລະ ພວກກ່ຽວກໍໄດ້ລົງມືໃຊ້ມີດແທງ ທ້າວ ບານ ຈຳນວນຫຼາຍບາດຕາມຕົນຕົວ ແລະ ຖືກທຸບຕີຕາມບໍລິເວນຫົວ; ເມື່ອເຫັນເປັນແນວນັ້ນ, ທ້າວ ຈຸ້ງ ໄດ້ແລ່ນໜີຕາຍລົງມາ ກໍມາພົບກັບ ທ້າວ X, ເຊິ່ງ ທ້າວ X ໄດ້ໃຊ້ປືນຍິງໃສ່ ທ້າວ ຈຸ້ງ ແຕ່ຍັງໂຊກດີ ທີ່ລູກປືນພຽງແຕ່ສຽດບ່າໄຫຼ່ຂອງ ທ້າວ ຈຸ້ງ.

( ຕິດຕາມຕອນຕໍ່ໄປ… )