ກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມສະຫຼຸບການປະຕິບັດແຜນການແກ້ໄຂປະກົດການຫຍໍ້ທໍ້ ປະຈໍາ 6 ເດືອນ ຕົ້ນປີ ແລະ ວາງທິດທາງ 6 ເດືອນ ທ້າຍປີ 2019 ຂຶ້ນໃນວັນທີ 5 ກໍລະກົດ ຜ່ານມາ, ເຂົ້າຮ່ວມໂດຍ ພົຈວ ນີລະວົງ ເຈືອງຕະວະລາດ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ, ມີຄະນະພັກ-ຄະນະກອງບັນຊາການ, ຫົວໜ້າ-ຮອງຫ້ອງ, ກົມ-ກອງ, ຄ້າຍ, ກອງບັນຊາການ ປກສ ເມືອງ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ພັທ ສອນວິໄລ ຕຸລາທອງ ຫົວໜ້າຫ້ອງຕຳຫຼວດ ກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ຜ່ານແຜນການສືບຕໍ່ເຄື່ອນໄຫວແກ້ໄຂປະກົດການຫຍໍ້ທໍ້ທົ່ວແຂວງອຸດົມໄຊ ປະຈຳ 6 ເດືອນທ້າຍປີ 2019 ໂດຍຍົກໃຫ້ເຫັນສະ ພາບທີ່ພົວພັນເຖິງວຽກງານຮັກສາຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ. ຜ່ານການລົງ ກວດກາແກ້ໄຂໃນ 6 ເດືອນຜ່ານມາ ຍັງມີບຸກຄົນ ແລະ ກຸ່ມຄົນບໍ່ດີຈຳນວນໜຶ່ງ ຍັງສືບຕໍ່ກໍ່ອາຊະຍາກຳປະເພດຕ່າງໆຢູ່ຫຼາຍພື້ນທີ່ ດ້ວຍຮູບການ ແລະ ວິທີການທີ່ເລິກແລບແນບນຽນ ແລະ ບັງອາດເປີດແປນກວ່າເກົ່າເຊັ່ນ: ບັນຫາການລັກລອບປູກຝິ່ນ, ລັກລອບຄ້າຂາຍ, ເສບຢາເສບຕິດ, ໂສເພນີ, ສາສະໜາ, ຄາດຕະກໍາ, ຍັກຍອກສໍ້ໂກງ, ຄ້າມະນຸດ, ຂີ້ລັກງັດແງະ, ອຸບັດຕິເຫດຕາມທ້ອງຖະໜົນ, ບັນຫາລົດເຖື່ອນ ແລະບັນຫາອື່ນໆ, ເຊິ່ງສ້າງຄວາມເສຍຫາຍແກ່ວັດຖຸສິ່ງຂອງ, ຊີວິດ ແລະ ສຸຂະພາບຢ່າງຫຼວງຫຼາຍ.

ຈາກບັນຫາດັ່ງກ່າວ, ຄະນະພັກ-ຄະນະກອງບັນຊາການ ໄດ້ເອົາໃຈໃສ່ແກ້ໄຂບັນຫາ, ໄດ້ສົມທົບກັບກອງບັນ ຊາການ ປກສ 7 ເມືອງ ແລະ ຊີ້ນຳກຳລັງ ປກສ ດຳເນີນບັນດາວິທີການວິຊາສະເພາະ, ຄົ້ນຄວ້າຊອກຮູ້ບັນດາເປົ້າ ໝາຍ, ກວດກາຊັນລະສູດ, ສຸມໃສ່ມ້າງ ແລະ ແກ້ໄຂເປົ້າໝາຍຕໍ່ຜູ້ທີ່ກະທຳຜິດລະບຽບກົດໝາຍຂອງບ້ານ ເມືອງ, ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຄຳສັ່ງ, ຂໍ້ຫ້າມຕ່າງໆໃຫ້ເປັນຮູບປະທຳ, ເອົາໃຈໃສ່ປັບປຸງຕາໜ່າງສືບຂ່າວໃຫ້ມີຄຸນນະພາບ, ສາມາດກຳແໜ້ນເປົ້າໝາຍຖືກຕ້ອງ, ຊັດເຈນ ແລະ ແກ້ໄຂໃຫ້ຮັບປະກັນ 3 ຄາດໝາຍ ຄື: ດ້ານວິຊາສະເພາະ, ລະບຽບກົດໝາຍ ແລະ ດ້ານການເມືອງ.

ໃນກອງປະຊຸມ ພົຈວ ນີລະວົງ ເຈືອງຕະວະລາດ ໄດ້ຊີ້ນໍາໃຫ້ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນເອົາໃຈໃສ່ຕໍ່ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ພະນັກງານ-ນັກຮົບຢ່າງເປັນປົກກະຕິຕໍ່ເນື່ອງ, ສ້າງຄວາມສາ ມັກຄີພາຍໃນຢ່າງແໜ້ນແຟ້ນ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ, ແບບແຜນວິທີ່ນຳພາໃຫ້ສອດຄ່ອງກັບຕົວຈິງ ແລະ ປັດຈຸບັນ, ເອົາໃຈໃສ່ສຳຫຼວດກວດກາເປັນປົກກະຕິ ພ້ອມທັງແນະນຳວິທີ່, ຮູບການ, ທິດທາງ, ເຕັກນິກ ແລະ ແບບແຜນຂອງການປະຕິບັດວຽກງານແຕ່ລະຂັ້ນໃຫ້ມີປະສິດທິຜົນ, ຊັດເຈນ, ຖືກຕ້ອງ ແລະ ວ່ອງໄວຂຶ້ນ ເພື່ອພ້ອມກັນປ້ອງກັນສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ເປັນຕົ້ນແມ່ນບັນຫາຢາເສບຕິດປະເພດຕ່າງໆ, ການຜະລິດ, ການລັກລອບປູກຝິ່ນ, ບັນຫາໂສເພນີ, ສາສະໜາ, ປຸ້ນຈີ່ ຊິງຊັບ, ອຸບັດຕິເຫດ ແລະ ບັນຫາອື່ນໆ ໃຫ້ນັບມື້ຫຼຸດໜ້ອຍຖອຍລົງເປັນກ້າວໆ.