ເຈົ້າໜ້າທີ່ ປກສ ແຂວງຈຳປາສັກ ກັກຕົວ ທ້າວ ໄຊວິໄລ ອາຍຸ 50 ປີ ອາຊີບຄ້າຂາຍ ຢູ່ບ້ານສາຍນ້ຳເງິນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຄາລົດເກັງໂຕໂຢຕ້າ ສີດຳ ຢູ່ດ່ານຫຼັກ 44 ເມືອງຊະນະສົມບູນ ພ້ອມຂອງກາງຢາເສບຕິດ ປະເພດຢາໄອສ໌ ໜັກ 8 ກິໂລກຼາມ ໃນວັນທີ 21 ພຶດສະພາ 2018 ໃນຂະນະຜູ້ກ່ຽວກຳລັງນຳສົ່ງຢາເສບຕິດດັ່ງກ່າວມາຈາກ ແຂວງສະຫວັນນະເຂດ ໄປດຳເນີນຄະດີ.

ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ໄດ້ເປີດເຜີຍໃຫ້ຮູ້ວ່າ: ໃນວັນທີ 21 ພຶດສະພາທີ່ຜ່ານມາ ໄດ້ຮັບລາຍງານວ່າ: ມີລົດເກັງສີດຳ ຂົນຢາໄອສ໌ຫຼາຍກິໂລກຼາມ ມຸ່ງໜ້າອອກໄປນະຄອນປາກເຊ ຈຶ່ງໄດ້ຈັດຕັ້ງພະນັກງານວິຊາສະເພາະຕິດຕາມລົດເປົ້າໝາຍຢູ່ຈຸດກວດກາ ດ່ານຫຼັກ 44 ເມືອງຊະນະສົມບູນ ແຂວງຈຳປາສັກ ພົບລົດຕ້ອງສົງໃສ ຢີ່ຫໍ້ໂຕໂຢຕ້າ ສີດຳ ບໍ່ມີປ້າຍທະບຽນ ຂັບຂີ່ມາແຕ່ເສັ້ນທາງສະຫວັນນະເຂດ ຈຶ່ງກວດຄົ້ນລົດພົບຂອງກາງປະເພດ ຢາໄອສ໌ ໜັກ 8 ກິໂລກຼາມ ປືນສັ້ນ 1 ກະບອກ, ແມັກປືນ 2 ແມັກ, ລູກປືນ 24 ລູກ, ວັດຖຸຄ້າຍຄືຄຳປະເພດສາຍແຂນ 1 ເສັ້ນ, ແຫວນ 1 ວົງ, ວັດຖຸຄ້າຍຄືທອງນາກປະເພດສາຍສ້ອຍ 1 ເສັ້ນ, ໂທລະສັບມືຖື 8 ເຄື່ອງ, ໜັງສືຜ່ານແດນ 1 ຫົວ ແລະ ເຄື່ອງຂອງກາງອີກຈຳນວນໜຶ່ງ ຈຶ່ງໄດ່ກັກຕົວຜູ້ຂັບຂີ່ໄປສອບສວນ.

ປັດຈຸບັນຄະດີດັ່ງກ່າວຢູ່ໃນຂັ້ນຕອນການສືບສວນ-ສອບສວນ ຂະຫຍາຍຜົນຫາພັກພວກຜູ້ຮ່ວມຂະບວນການ ແລະ ທີ່ມາຂອງຢາເສບຕິດ ປະເພດຢາໄອສ໌ ພ້ອມທັງຂຶ້ນບັນຊີເປົ້າໝາຍຕິດຕາມຕົວໄປດຳເນີນຄະດີເຕີມອີກ.