ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານກໍ່ສ້າງຮາກຖານການເມືອງ ຢູ່ທີ່ສະໂມສອນກອງພັນໃຫຍ່ 101 ແຂວງໄຊສົມບູນ ໄດ້ຈັດຂຶ້ນໃນອາທິດຜ່ານມາ, ໂດຍການເປັນປະທານຂອງ ພົຈວ ວົງສອນ ອິນປານພິມ ຮອງຫົວ ໜ້າກົມໃຫຍ່ການເມືອງກອງທັບ, ມີ ພົຈວ ຄຳສາຍ ຈັນທະວົງ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກ ຖານກະຊວງ ປກສ, ເຈົ້າເມືອງ 5 ຕົວ ເມືອງ ແຂວງໄຊສົມບູນ ພ້ອມພະນັກງານອົງການຈັດຕັ້ງອ້ອມຂ້າງແຂວງ, ກອງພັນໃຫຍ່ 101 ແຂວງໄຊສົມບູນ ເຂົ້າຮ່ວມ.
ກອງປະຊຸມໄດ້ປຶກສາຫາລືກ່ຽວກັບວຽກງານກໍ່ສ້າງຮາກຖານການເມືອງໃນໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ນຳເອົາແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ນິຕິກຳຕ່າງໆຂອງຂັ້ນເທິງລົງສູ່ ທ້ອງຖິ່ນຮາກຖານເພື່ອໃຫ້ສະມາຊິກພັກ, ພະນັກງານ ແລະ ພໍ່-ແມ່ປະຊາຊົນບັນດາເຜົ່າຮັບຮູ້ເຂົ້າໃຈ, ເຊື່ອໝັ້ນຕໍ່ ການນຳພາຂອງພັກ, ມີແນວຄິດອຸ່ນອຽນທຸ່ນທ່ຽງ, ຮັບຮູ້ແຈ້ງຕໍ່ກົນອຸບາຍທຳລາຍມ້າງເພຂອງກຸ່ມຄົນບໍ່ດີ, ປະ ກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນກັນຄວາມສະຫງົບ ແລະ ພັດທະນາຊີວິດການ ເປັນຢູ່ໃຫ້ຫຼຸດ ພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ. ຄຽງຄູ່ກັບການປັບປຸງກຳລັງກອງພ້ອມທັງໄດ້ຈັດຕັ້ງຫັດແອບສີລະປະ ຍຸດ-ຍຸດທະວິທີໃຫ້ກຳລັງກອງຫຼອນທີ່ປະຈຳຕາມຈຸດຫຼ່ໍແຫຼມ, ສົມທົບກັບກຳລັງ ປກສ ວາງລະບຽບການຂອງບ້ານ ໃນການຄຸ້ມຄອງຄົນເຂົ້າ-ອອກ ກວດກາຂຶ້ນສຳມະໂນຄົວໃຫ້ເປັນປົກກະຕິ.
ໃນພິທີ, ພົຈວ ວົງສອນ ອິນປານພິມ ໄດ້ໃຫ້ທິດຊີ້ນຳຕໍ່ຄະນະພັກ-ຄະນະບັນຊາພະນັກງານ-ອົງການຈັດຕັ້ງທຸກ ພາກສ່ວນເອົາໃຈໃສ່ສືບຕໍ່ສຶກສາອົບຮົບການເມືອງ-ແນວຄິດໃຫ້ພະນັກງານ, ພໍ່-ແມ່ປະຊາຊົນມີແນວຄິດເຊື່ອ ໝັ້ນຕໍ່ອຸດົມການຂອງພັກ-ລັດຮັກສາມູນເຊື້ອອັນດີງາມຂອງຊາດ ກໍຄືກຳລັງໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວ ແຂງແຮງຂຶ້ນໄປຢ່າງບໍ່ຢຸດຢັ້ງ.