ກອງປະຊຸມສຳມະນາວຽກງານຕ້ານອາຊະຍາກຳສັດປ່າ ແລະ ປ່າໄມ້ໃຫ້ຕຳຫຼວດສິ່ງແວດລ້ອມ 5 ແຂວງພາກເໜືອ ໄດ້ຈັດຂຶ້ນໃນວັນທີ 18 ມິຖຸນາ 2018 ທີ່ແຂວງອຸດົມໄຊ, ໂດຍການເປັນປະທານຂອງ ພັອ ປອ ເພັງສະຫວັນ ທິບພະ ວົງໄຊ ຮອງຫົວໜ້າກົມໃຫຍ່ຕຳຫຼວດກະຊວງ ປກສ, ຜູ້ຊີ້ນຳວຽກງານຕຳຫຼວດສິ່ງແວດລ້ອມ, ພັທ ຄໍາແຮ ກັນທະນີ ຮອງຫົວໜ້າກອງບັນຊາການ, ຜູ້ຊີ້ນຳວຽກງານຕຳຫຼວດ ປກສ ແຂວງອຸດົມໄຊ ແລະ ພັທ ປອ ຄຳແຝງ ວັນດີໄຊ ຫົວໜ້າກົມຕຳຫຼວດສິ່ງແວດລ້ອມກົມໃຫຍ່ຕຳຫຼວດກະຊວງປ້ອງກັນຄວາມສະຫງົບ, ມີບັນດາຄະນະພັກ, ຄະນະ ຫ້ອງ, ຜູ້ຊີ້ນໍາ, ຫົວໜ້າ-ຮອງພະແນກຕະຫຼອດຮອດພະນັກງານວິຊາການຕຳຫຼວດສິ່ງແວດລ້ອມຈາກ 5 ແຂວງ ພາກເໜືອ ຄື: ປກສ ແຂວງອຸດົມໄຊ, ຜົ້ງສາລີ, ຫຼວງນໍ້າທາ, ບໍ່ແກ້ວ ແລະ ຫຼວງພະບາງເຂົ້າຮ່ວມ.

ພັອ ປອ ເພັງສະຫວັນ ທິບພະວົງໄຊ ກ່າວວ່າ: ການສຳມະນາວຽກງານຕ້ານອາຊະຍາກຳສັດປ່າ ແລະ ປ່າໄມ້; ໃນນີ້, ຮຽກຮ້ອງໃຫ້ຄູຝຶກ, ຄະນະຮັບຜິດຊອບຕະຫຼອດຮອດນັກສຳມະນາກອນທຸກສະຫາຍເອົາໃຈໃສ່ໃນການຍົກສູງຄວາມ ຮັບຜິດຊອບ, ອົດທົນພະຍາຍາມໃນການສິດສອນ, ເຜີຍແຜ່, ຜັນຂະຫຍາຍ ແລະ ກຳແໜ້ນບັນດາເນື້ອໃນບົດ ຮຽນກໍຄືນິຕິກຳຕ່າງໆໃຫ້ມີປະສິດທິຜົນສູງກວ່າເກົ່າຕື່ມອີກ; ໂດຍລວມແລ້ວວຽກງານຕຳຫຼວດສິ່ງແວດລ້ອມນັບ ແຕ່ການປະກາດສ້າງຕັ້ງຢ່າງເປັນທາງການແມ່ນມີສິດ, ຂອບເຂດ, ພາລະບົດບາດ ແລະ ໜ້າທີ່-ທີ່ສຳຄັນຫຼາຍ; ເຊິ່ງແມ່ນວຽກງານໜຶ່ງທີ່ຈະຕ້ອງໄດ້ເອົາໃຈໃສ່ເຄື່ອນໄຫວຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ແລະ ເປັນປົກກະຕິ, ໃຫ້ຖື ເອົາການໂຄສະນາເຜີຍແຜ່ເປັນບັນຫາຕົ້ນຕໍເພື່ອເຮັດໃຫ້ ທົ່ວສັງຄົມ, ທຸກຂົງເຂດວຽກງານ, ກິດຈະການຕ່າງໆ ໄດ້ຮັບຮູ້-ເຂົ້າໃຈ ແລະ ມີສ່ວນຮ່ວມໃນທາງບວກ.
ກອງປະຊຸມສຳມະນາວຽກງານຕ້ານອາຊະຍາກຳສັດປ່າ ແລະ ປ່າໄມ້ ຕຳຫຼວດສິ່ງແວດລ້ອມ 5 ແຂວງ ພາກເໜືອ ຄັ້ງນີ້ເປັນຄັ້ງທຳອິດ ແລະ ຈະດຳເນີນໄປເປັນເວລາ 3 ວັນ ຈຶ່ງຈະສຳເລັດຈຸດປະສົງ ກໍເພື່ອສ້າງຄວາມເຂົ້າໃຈກຽ່ວ ກັບການຈັດຕັ້ງປະຕິບັດວຽກງານອາຊະຍາກຳສິ່ງແວດລ້ອມ, ໂດຍສະເພາະໃນຂົງເຂດອາຊະຍາກຳສັດປ່າ ແລະ ປ່າໄມ້ ເປັນການເຜີຍແຜ່ເອກະສານພາລະບົດບາດ ແລະ ໜ້າທີ່ຂອງຕຳຫຼວດສິ່ງແວດລ້ອມແຕ່ລະຂັ້ນ ພ້ອມກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງ, ການຈັດຕັ້ງປະຕິບັດສົນທິສັນຍາສາກົນວ່າ ດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພືດທີ່ໃກ້ສູນພັນລະດັບຊາດໃນກອບການຮ່ວມມືລາວເວັນ ແລະ ເພື່ອເປັນການປຶກສາຫາລືແລກປ່ຽນບົດຮຽນ ລະຫວ່າງກົມກັບພະແນກຕຳຫຼວດສິ່ງແວດລ້ອມ ແລະ ພາກ ສ່ວນກຽ່ວຂ້ອງຂັ້ນທ້ອງຖິ່ນ.