ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ແລະ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ( ສສ ຫວຽດນາມ ) ໄດ້ຈັດພິທີພົບປະສອງຝ່າຍ ໃນວັນທີ 19 ມິຖຸນາ 2018, ເພື່ອສືບຕໍ່ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ຮ່ວມມືກັນຮອບດ້ານໃຫ້ແໜ້ນແຟ້ນຍິ່ງຂຶ້ນ; ຝ່າຍລາວນໍາໂດຍ ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະ ແລະ ທ່ານ ນາງ ດັ້ງ ຖິຫງ໋ອກທິ້ງ ຮອງປະທານປະເທດແຫ່ງ ສສ ຫວຽດນາມ ພ້ອມຄະນະເຂົ້າຮ່ວມ.

ໃນພິທີພົບປະທັງສອງຝ່າຍໄດ້ສະແດງຄວາມເພິ່ງພໍໃຈຕໍ່ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ ພ້ອມທັງຕີລາຄາສູງຕໍ່ການແລກປ່ຽນການຢ້ຽມຢາມຂອງ ຄະນະຜູ້ແທນທັງສອງປະເທດໃນທຸກລະດັບ ເພື່ອຊຸກຍູ້ສົ່ງເສີມສາຍພົວພັນຮ່ວມມືສອງຝ່າຍ ແລະ ຮ່ວມກັນປຶກສາຫາລືແກ້ໄຂບັນຫາທີ່ຍັງຄ້າງໄດ້ທັນການ ເຮັດໃຫ້ໂຄງການຮ່ວມມື-ການລົງທຶນທີ່ຍັງຄ້າງຄາສາມາດຈັດຕັ້ງປະຕິບັດໄດ້ຕາມແຜນການ; ພິເສດໃນປີ 2017 ຜ່ານມານີ້ ທັງສອງປະເທດໄດ້ຮ່ວມກັນຈັດກິດຈະກໍາເຄື່ອນໄຫວສະເຫຼີມສະຫຼອງປີສາມັກຄີມິດຕະພາບຢ່າງເປັນຂະບວນການຟົດຟື້ນ ນັບແຕ່ສູນກາງລົງຮອດທ້ອງຖິ່ນ.

ໃນຕໍ່ໜ້າ, ທັງສອງຝ່າຍເຫັນດີສືບຕໍ່ຫາວິທີອັນເໝາະສົມໃນການສຶກສາອົບຮົມມູນເຊື້ອຄວາມສາມັກຄີພິເສດ ລາວ-ຫວຽດນາມ ໃນຖັນແຖວພະນັກງານ ແລະ ປະຊາຊົນສອງປະເທດ ໂດຍສະເພາະແມ່ນຊາວໜຸ່ມ-ເຍົາວະຊົນຂອງສອງປະເທດ, ສືບຕໍ່ເພີ່ມທະວີຮ່ວມມືຢ່າງແໜ້ນແຟ້ນກ່ຽວກັບ ວຽກງານຊາຍແດນສອງປະເທດໃນການຮັກສາຄວາມສະຫງົບ, ສະກັດກັ້ນການຕ້ານອາດຊະຍາກໍາຂ້າມຊາດ, ການຄ້າມະນຸດ, ຂົນສົ່ງຢາເສບຕິດຂ້າມແດນ, ຄ້າຂາຍເຖື່ອນ, ການລັກລອບຂຸດຄົ້ນຊັບພະຍາກອນທໍາມະຊາດຢູ່ບໍລິເວນຊາຍແດນ ເພື່ອບໍ່ໃຫ້ຄົນບໍ່ດີມາມ້າງເພຄວາມສະຫງົບສຸກຂອງສອງຊາດ ແລະ ເຮັດໃຫ້ຊາຍແດນສອງປະເທດກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ມີການພັດທະນາຢ່າງຮອບດ້ານ ແລະ ຍືນຍົງ.

ໃນໂອກາດດັ່ງກ່າວ, ທ່ານ ນາງ ດັ້ງ ຖິຫງ໋ອກທິ້ງ ພ້ອມຄະນະ ກໍໄດ້ເຂົ້າຂໍ່ານັບທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສປປ ລາວ ເພື່ອລາຍງານຜົນສໍາເລັດໃນການພົບປະຮ່ວມມືສອງຝ່າຍ.

ທ່ານຮອງປະທານປະເທດ ສສ ຫວຽດນາມ ພ້ອມຄະນະ ຈະໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຈົນຮອດວັນທີ 22 ມິຖຸນາ 2018 ຈຶ່ງຈະສໍາເລັດ.