ເມືອງ ແລະ ແຂວງໄຊຍະບູລີ ໄດ້ຈັດພີທີປະກາດການຈັດຕັ້ງຂັ້ນຫົວໜ້າ, ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ; ຂຶ້ນໃນອາທິດຜ່ານມາ, ໂດຍການ ເປັນປະທານຂອງທ່ານ ຄຳສິງ ສໍລະສຸກ ເຈົ້າເມືອງໆ ໄຊຍະບູລີ, ມີຄະນະປະຈຳພັກ ເມືອງ, ກຳມະການ ພັກເມືອງ, ພະນັກງານຫຼັກແຫຼ່ງທົ່ວຫ້ອງການເຂົ້າ ຮ່ວມ.
ໃນພິທີ, ທ່ານ ນາງ ກັນດາ ວອນຄຳຕາ ຮອງຫົວໜ້າຫ້ອງການຄະນະຈັດຕັ້ງເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານ ເຈົ້າແຂວງໆໄຊຍະບູລີ ສະບັບເລກ ທີ 530, 531, 532/ຈຂ.ຊຍ, ລົງວັນທີ 4 ມິຖຸ ນາ 2018 ວ່າດ້ວຍການໂຍກ ຍ້າຍພະນັກງານໄປຢູ່ຂະແໜງການອື່ນ; ຕົກລົງໂຍກຍ້າຍ ທ່ານ ເສນ ພັນ ລັກ ກຳມະການພັກເມືອງ ຫົວໜ້າຫ້ອງ ການພາຍໃນເມືອງ ເປັນຫົວໜ້າອົງການກວດກາລັດເມືອງ ໄຊຍະບູລີ, ໂຍກຍ້າຍ ທ່ານ ນາງ ສົມຈັນ ບຸດດີ ກຳມະ ການພັກເມືອງ, ສະມາຊິກສະພາປະຊາຊົນ ແຂວງ, ຮອງຫົວໜ້າອົງການກວດກາລັດເມືອງເປັນຫົວໜ້າຫ້ອງການ ຄະນະຈັດຕັ້ງເມືອງ, ໂຍກຍ້າຍ ທ່ານ ນາງ ສຸກສະຫວັນ ປີ່ນຄຳ ກຳມະການພັກເມືອງ, ຫົວໜ້າຫ້ອງການຖະແຫຼງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ ເປັນຫົວໜ້າຫ້ອງການພາຍໃນ ເມືອງ.

ໃນພິທີ, ຍັງໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງໆ ໄຊຍະບູລີ ສະບັບເລກທີ 361/ຈມ.ຊຍ, ລົງວັນທີ 15 ມິຖຸນາ 2018 ວ່າດ້ວຍການໂຍກຍ້າຍພະນັກງານ ໄປຮັບໜ້າທີ່ໃໝ່ຢູ່ຂະແໜງການອື່ນ; ເຈົ້າເມືອງໆ ໄຊຍະບູລີ ຕົກລົງ ໂຍກຍ້າຍ ທ່ານ ອຸດົມໄຊ ອູ່ທອງຄຳ ຮອງຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ ເປັນຮອງຫົວໜ້າຄະນະ ໂຄສະນາອົບຮົມເມືອງ.
ໃນໂອກາດນີ້, ທ່ານ ຄໍາສິງ ສໍລະສຸກ ໄດ້ໂອ້ລົມເນັ້ນໃຫ້ຜູ້ທີ່ຖືກໂຍກຍ້າຍ ແລະ ຜູ້ທີ່ໄດ້ຮັບຕໍາແໜ່ງໃໝ່ຈົ່ງພ້ອມ ກັນສຸມທຸກສະຕິປັນຍາຄວາມຮູ້-ຄວາມສາມາດຂອງຕົນເຂົ້າໃນໜ້າທີ່ວຽກງານທີ່ການຈັດຕັ້ງພັກ-ລັດມອບໝາຍ ໃຫ້ມີຜົນສຳເລັດ.