ອົງການປົກຄອງນະຄອນຫຼວງວຽງຈັນ ຮ່ວມກັບ ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບວຽກງານການຫັນກໍາລັງລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມ ຢູ່ ນະຄອນຫຼວງວຽງຈັນ ໄລຍະ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2018 ໃນວັນທີ 19 ມິຖຸນາຜ່ານມາ, ໂດຍການເປັນປະທານຂອງ ທ່ານ ປອ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ຫົວໜ້າຄະນະຮັບຜິດຊອບວຽກງານການຫັນກໍາລັງລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມ ຢູ່ ນວ, ມີຄະນະພັກ-ຄະນະນໍາກົມກອງອ້ອມຂ້າງ ກະຊວງ ປກສ, ປກສ ນວ, ຫົວໜ້າພະແນກການອ້ອມຂ້າງ ນວ, ເຈົ້າເມືອງ, ພະນັກງານກໍ່ສ້າງຮາກຖານ ແລະ ຄະນະຮັບຜິດຊອບເຂົ້າຮ່ວມ.

ພັອ ຄໍາພອນ ເທບພະວົງ ຮອງຫົວໜ້າກອງບັນຊາການ ປກສ ນວ, ທັງເປັນຄະນະຮັບຜິດຊອບວຽກງານການຫັນກໍາລັງລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການຕິດພັນກັບການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ ນວ ກ່າວວ່າ: 6 ເດືອນຜ່ານມາ ຄະນະຮັບຜິດຊອບ ໄດ້ເອົາໃຈໃສ່ຈັ້ງຕັ້ງປະຕິບັດວຽກງານດັ່ງກ່າວດ້ວຍຄວາມຮັບຜິດຊອບສູງ ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງຂອງຕົນ; ເປັນຕົ້ນແມ່ນວຽກງານຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ຕິດພັນກັບການແກ້ໄຂປະກົດການຫຍໍ້ທໍ້ໃນນະຄອນຫຼວງວຽງຈັນ, ຄະນະຮັບຜິດຊອບໄດ້ສຸມໃສ່ຈັດສັນການສັນຈອນແອອັດ, ແກ້ໄຂອຸບັດຕິເຫດຕາມທ້ອງຖະໜົນ ໂດຍລົງກວດກາຕາມເສັ້ນທາງ 290 ຄັ້ງ, ຈັບຄວາມໄວລົດ, ກວດກາທາດເຫຼົ້າ, ຈັດສັນລະບຽບຕາມເສັ້ນທາງການຈອດລົດຊະຊາຍ ແລະ ພົບກໍລະນີຜູ້ລະເມີດກົດລະບຽບຈະລາຈອນ 8.812 ຄົນ ຍິງ 2.797 ຄົນ, ສຶກສາອົບຮົມ 3.897 ຄົນ ຍິງ 1.381 ຄົນ, ກັກທະບຽນລົດ 2.006 ໃບ, ບັດປະຈໍາຕົວ 211 ໃບ, ກັກລົດຜູ້ລະເມີດ 301 ຄັນ, ບໍ່ຖືເອກະສານ 213 ຄັນ, ດັດແປງສະພາບເຕັກນິກ 43 ຄັນ, ບໍ່ຕິດປ້າຍທະບຽບ 45 ຄັນ, ໄດ້ສະກັດກັ້ນ ແລະ ແກ້ໄຂກຸ່ມແກ້ງກວນເມືອງໄດ້ 3 ກຸ່ມ, ມີລົດຈັກ 39 ຄັນ, ລົດໃຫຍ່ 2 ຄັນ, ໄດ້ສຶກສາອົບຮົມ, ປະຕິບັດຕາມມາດຕະການບໍລິຫານ ແລະ ກົດໝາຍ; ພ້ອມນີ້, ຍັງໄດ້ລົງໂຄສະນາເຜີຍແຜ່ກົດລະບຽບຈະລາຈອນຢູ່ຕາມໂຮງຮຽນ, ບໍລິສັດ, ສໍານັກງານ-ອົງການ ໄດ້ 159 ຄັ້ງ, ມີຜູ້ເຂົ້າຮ່ວມຮັບຟັງ 7.464 ຄົນ ຍິງ 3.481 ຄົນ. ນອກນີ້, ຍັງໄດ້ໂຄສະນາຕາມສື່ສິ່ງພິມ ແລະ ວິທະຍຸອີກຈໍານວນໜຶ່ງ. ແຕ່ເຖິງຢ່າງໃດກໍຕາມ, ຍັງປາສະຈາກບໍ່ໄດ້ການເກີດອຸບັດຕິເຫດຍັງເກີດຂຶ້ນຢ່າງຕໍ່ເນື່ອງ, ເຊິ່ງ 6 ເດືອນຕົ້ນປີ ມີອຸບັດຕິເຫດເກີດຂຶ້ນທັງໝົດ 601 ເລື່ອງ, ຄົນໄດ້ຮັບບາດເຈັບເລັກໜ້ອຍ 156 ຄົນ, ບາດເຈັບສົມຄວນ 399 ຄົນ, ສາຫັດ 95 ຄົນ, ເສຍຊີວິດ 122 ຄົນ, ພາຫະນະເປ່ເພເລັກໜ້ອຍ 277 ຄັນ, ສົມຄວນ 885 ຄັນ, ໃຊ້ການບໍ່ໄດ້ 15 ຄັນ, ສາເຫດສ່ວນໃຫຍ່ແມ່ນການດື່ມສິ່ງມຶນເມົາແລ້ວຂັບລົດ, ປ່ຽນທິດທາງການສັນຈອນບໍ່ຮັບປະກັນຄວາມປອດໄພ ແລະ ແຊງຂຶ້ນໜ້າບໍ່ຮັບປະກັນ.

ໃນກອງປະຊຸມ, ທ່ານ ແກ້ວ ພິລາວັນ ອາໄພລາດ ຮອງເຈົ້າຄອງ ນວ, ຮອງຫົວໜ້າຄະນະຮັບຜິດຊອບວຽກງານ ຍັງໄດ້ຜ່ານບົດສະຫຼຸບການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ຕາມ 4 ຂົງເຂດ. ໃນໄລຍະ 6 ເດືອນຜ່ານມາ, ຄະນະຮັບຜິດຊອບໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງເກັບກຳຂໍ້ມູນ ແລະ ຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຕາມເສັ້ນທາງຕ່າງໆ ເປັນຕົ້ນແມ່ນຖະໜົນສຸພານຸວົງ ໄລຍະທີ 1 ( ສະໜາມບິນວັດໄຕ-ສວນເຈົ້າຟ້າງຸ່ມ ) ປັດຈຸບັນແມ່ນສາມາດແກ້ໄຂໄດ້ເກືອບທັງໝົດ, ຖະໜົນສຸພານຸວົງ ໄລຍະທີ 2 (ສະໜາມບິນວັດໄຕ- 4 ແຍກສີໄຄ) ສາມາດແກ້ໄຂສຳເລັດ 100%, ຖະໜົນລ້ານຊ້າງ ສາມາດແກ້ໄຂໄດ້ໂດຍພື້ນຖານ, ສຳລັບເມືອງໄຊເສດຖາ ມີ 5 ຖະໜົນສາຍຫຼັກ: ກຳລັງປະຕິບັດ 2 ເສັ້ນຄື ຖະໜົນທາດຫຼວງ ( ແຕ່ວົງວຽນທາດຫຼວງ-ຂົວທາດຫຼວງ ), ຖະໜົນກຳແພງເມືອງ, ປັດຈຸບັນແມ່ນໄດ້ລົງເກັບກຳ ແລະ ອອກແບບຖະໜົນສຳເລັດແລ້ວ 100%, ເມືອງຈັນທະບູລີ ມີ 5 ຖະໜົນສາຍຫຼັກ: ກຳລັງລົງປະຕິບັດ 2 ເສັ້ນຄື ຖະໜົນລ້ານສ້າງ, ຖະໜົນເສດຖາທິລາດໄດ້ລົງເກັບກຳຂໍ້ມູນສຳເລັດ 100%, ເມືອງສີໂຄດຕະບອງ ມີ 4 ຖະໜົນສາຍຫຼັກ: ກຳລັງລົງປະຕິບັດ 2 ເສັ້ນຄື ຖະໜົນສຸພານຸວົງ, ຖະໜົນ 13 ເໜືອ ( ສາມແຍກສີໄຄ-ສາມແຍກໜອງບຶກ ) ຮອດປັດຈຸບັນໄດ້ລົງເຮັດບົດບັນທຶກກັບເຈົ້າຂອງເທີບໄດ້ 95% ແລະ ໄດ້ຮື້ຖອນແລ້ວ 15%. ນອກນັ້ນ, ຄະນະຮັບຜິດຊອບ ໄດ້ປະສານສົມທົບກັບບັນດາເມືອງ ລົງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ຕາມຕະຫຼາດ, ຮ້ານຄ້າຕາມສາຍທາງຕ່າງໆຢູ່ ນວ ເປັນຕົ້ນແມ່ນການຂາຍເຄື່ອງຊະຊາຍຕາມຮົ້ວຕະຫຼາດ-ແຄມທາງ, ຈັດສັນສະຖານທີ່ຈອດລົດຂອງຕະຫຼາດ, ຈັດສັນບ່ອນຈອດລໍ້ບໍລິການໃຫ້ເປັນລະບຽບ, ຈັດສັນສະຖານທີ່ຖິ້ມຂີ້ເຫຍື້ອຄືນໃໝ່ກວດກາ ແລະ ແນະນຳເຈົ້າຂອງຕະຫຼາດສ້ອມແປງຮົ້ວຄືນໃໝ່, ກວດກາປະຕິບັດການເປີດ-ປິດຕະຫຼາດໃຫ້ຖືກໂມງ ແລະ ຄວບຄຸມການຂາຍສິນຄ້າໃຫ້ໄດ້ມາດຕະຖານ.