ໃນອາທິດຜ່ານມາ, ກອງບັນຊາການ ປກສ ແຂວງຄໍາມ່ວນ ໄດ້ຈັດພິທີປາຖະກະຖາ 3 ວັນປະຫວັດສາດ ຄື: ວັນວິ ລະກຳແຫກຄຸກຄັ້ງມະຫັດສະຈັນຂອງຜູ້ນຳແນວລາວຮັກຊາດ, ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງ ໄຫຫີນ ແຂວງຊຽງຂວາງ ແລະ ວັນຄ້າຍວັນເກີດປະທານໂຮ່ຈິມິນ; ໂດຍການເຂົ້າຮ່ວມ ແລະ ເປັນກຽດປາຖະກະຖາ ຂອງ ພັທ ພົມມາ ເດດຂຸນຟອງ ຮອງຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ, ມີບັນດາຫົວໜ້າພະແນກ, ຮອງພະແນກ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ 100 ກວ່າສະຫາຍ.
ພັທ ພົມມາ ເດດຂຸນຟອງ ປາຖະກະຖາໃຫ້ຮູ້ວ່າ: ໃນການປາຖະກະຖາຄັ້ງນີ້ເພື່ອໂຄສະນາສຶກສາອົບຮົມການເມືອງ -ແນວຄິດໃຫ້ພະນັກງານໃນທົ່ວກຳລັງໄດ້ຮັບຮູ້-ເຂົ້າໃຈ, ເຊື່ອມຊຶມ ແລະ ກຳແໜ້ນຢ່າງເລິກເຊິ່ງກ່ຽວກັບມູນເຊື້ອ ແລະ ວິລະກຳຕໍ່ສູ້ອັນພິລະອາດຫານຂອງກອງທັບ ໂດຍສະເພາະແມ່ນວິລະກຳອົງອາດກ້າຫານ ແລະ ຄວາມສະຫຼາດ ສະຫຼຽວຂອງກອງພັນທີ 2 ຜ່າວົງປິດລ້ອມຂອງສັດຕູສູ່ເຂດທີ່ໝັ້ນຂອງການປະຕິວັດເຂົ້າໃນພາລະກິດປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະໄໝ່ພ້ອມທັງປຸກລະດົມປະຊາຊົນທຸກຊັ້ນຄົນປະກອບສ່ວນຢ່າງຕັ້ງ ໜ້າໃນການກໍ່ສ້າງກຳລັງປ້ອງກັນຄວມສະຫງົບໃຫ້ນັບມື້ມີຄວາມເຕີບໃຫຍ່ເຂັ້ມແຂງ ເພື່ອປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດໃຫ້ກ້າວຂຶ້ນສູ່ສັງຄົມນິຍົມຢ່າງບໍ່ຢຸດຢັ້ງ.

ຈາກນັ້ນ, ທ່ານຍັງໄດ້ຜ່ານເອກະສານວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນ ແຂວງຊຽງຂວາງ ພາຍຫຼັງປະຕິບັດສັນຍາທາງດ້ານການທະຫານລະຫວ່າງຝາຍປະເທດລາວ ແລະ ຝ່າຍວຽງຈັນ ໃນວັນທີ 2 ພະຈິກ 1957 ຝ່າຍປະເທດລາວ ໄດ້ຄັດເລືອກເອົາກຳລັງທະຫານ 1.500 ຄົນ (ກອງພັນທີ 1 ແລະ ທີ 2) ເປັນຕົວແທນ ໃຫ້ກຳລັງປະຕິວັດເຂົ້າຮ່ວມປະສົມກັບກອງທັບລາຊະອານາຈັກລາວ ແລະ ກອງພັນທີ 2 ໄປຕັ້ງທັບຢູ່ທົ່ງໄຫຫີນ ຊຽງ ຂວາງ, ລັດຖະບານ ແລະ ກຳລັງທະຫານຝ່າຍວຽງຈັນ ໄດ້ຊອກທຸກວິທີສະກັດກັ້ນບໍ່ໃຫ້ກອງພັນທີ 2 ພົວພັນກັບປະ ຊາຊົນ ແລະ ໄດ້ໃຊ້ເງິນ-ຄຳຫວັງຊື້ຈ້າງຈອບອອຍແບ່ງແຍກພະນັກງານ-ນັກຮົບແຕ່ບໍ່ໄດ້ຮັບຜົນ, ພວກເຂົ້າຈິ່ງໄດ້ ປ່ຽນວິທີການໃໝ່ຄືນກໍ່ຄວາມກົດດັນທາງດ້ານເສດຖະກິດ ເຊັ່ນ: ຕັດ ແລະ ຫຼຸດຜ່ອນການເບີກຈ່າຍດ້ານສະບຽງ ອາຫານ, ບໍ່ຈ່າຍເງິນເດືອນ, ຢາປິ່ນປົວພະຍາດ, ຕັດເງິນ ແລະ ເຂົ້າກິນ ເຊິ່ງມັນໄດ້ສ້າງຄວາມຫຍຸ້ງຍາກໃຫ້ແກ່ ການເຄື່ອນໄຫວ ແລະ ການດຳລົງຊີວິດຂອງພະນັກງານນັກຮົບກອງພັນທີ 2 ຢ່າງຫຼວງຫຼາຍ. ຕໍ່ໜ້າສະພາບການຜັນແປໄປຢ່າງສັບສົນຂ້ຽວຂາດ, ຄະນະພັກ-ຄະນະບັນຊາ ຈິ່ງໄດ້ຂໍຄຳຊີ້ນຳຈາກສູນກາງອອກ ຄຳສັ່ງຕໍ່ສະພາບການທີ່ຫຍຸ້ງຍາກທີ່ສຸດ, ກອງພັນທີ 2 ຕ້ອງຕັດສິນໃຈບໍ່ໄປຮັບຊັ້ນຍົດຢ່າງເດັດຂາດຖ້າມີຫຍັງ ເກີດຂຶ້ນແມ່ນໃຫ້ໜີໄປທາງທິດຕາເວັນອອກເພື່ອຮັກສາກຳລັງ, ສະພາບການອັດຕະຄັດ ແລະ ເຄັ່ງຮ້ອນຄືແນວ ນັ້ນຄະນະພັກ-ຄະນະບັນຊາໄດ້ວາງແຜນໃຫ້ສັດຕູຫຼົງທິດແລ້ວ ໄດ້ເລັດລອດອອກຈາກວົງປິດລ້ອມໄປຫາພື້ນຖານ ປະຊາຊົນ. ຜ່ານໄລ ຍະການເຄື່ອນທັບຂອງກອງພັນທີ 2 ທີ່ໄດ້ສູ້ຮົບກັບສັດຕູທັງນ້ອຍ ແລະ ໃຫຍ່, ສຸດທ້າຍກອງ ພັນທີ 2 ຈິ່ງຜ່າວົງປິດລ້ອມທີ່ໜາແໜ້ນຂອງສັດຕູໄປສູ່ເຂດທີ່ໝັ້ນດ້ວຍຄວາມປອດໄພ.