ມື້ວານນີ້, ອົງການກວດສອບແຫ່ງລັດ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານສະພາບການຊາຍແດນ ລາວ-ກຳປູເຈຍ ເພື່ອໃຫ້ບັນດາຄະນະພັກ, ຄະນະນຳອົງການກວດສອບປະຈຳພາກກາງ, ຄະນະນຳຫ້ອງການ, ບັນດາກົມ, ສະຖາບັນຝຶກອົບຮົມ ພ້ອມດ້ວຍພະນັກງານຫຼັກແຫຼ່ງອ້ອມຂ້າງອົງການ ໄດ້ຮັບຮູ້ຄວາມເປັນມາທາງດ້ານປະຫວັດສາດແຫ່ງການພົວພັນ ລະຫວ່າງ ລາວ-ກຳປູເຈຍ ນັບແຕ່ໄລຍະການຕໍ່ສູ້ເພື່ອຄວາມເປັນເອກະລາດຈົນເຖິງປັດຈຸບັນ, ສະພາບການສຳຫຼວດປັກຫຼັກໝາຍຊາຍແດນ ແລະ ບັນຫາທີ່ເກີດຂຶ້ນທີ່ພົວພັນເຖິງຊາຍແດນລະຫວ່າງ ລາວ-ກຳປູເຈຍ; ໃຫ້ກຽດຂຶ້ນບັນຍາຍເອກະສານໂດຍ ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໂດຍມີ ທ່ານ ເຄນ ລໍວັນໄຊ ຮອງປະທານອົງການກວດສອບແຫ່ງລັດ ເຂົ້າຮ່ວມຮັບຟັງ ພ້ອມດ້ວຍພະນັກງານຫຼັກແຫຼ່ງທົ່ວອົງການກວດສອບແຫ່ງລັດ.

ທ່ານ ແສງເພັດ ຮຸ່ງບຸນຍວງ ເຜີຍແຜ່ໃຫ້ຮູ້ວ່າ: ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍ ລ້ວນແຕ່ຕັ້ງຢູ່ແຫຼມອິນດູຈີນ, ມີຊາຍແດນຮ່ວມກັນຍາວ 535 ກິໂລແມັດ, ເປັນປະເທດບ້ານໃກ້ເຮືອນຄຽງ, ບ້ານພີ່ເມືອງນ້ອງ, ບ້ານແກ່ວເຮືອນດອງນຳກັນພ້ອມກັນຮ່ວມຊົມໃຊ້ແມ່ນໍ້າລຳເຊ, ພູຜາປ່າດົງ, ດິນດອນຕອນຫຍ້າເພື່ອດຳລົງຊີວິດ ແລະ ດຳເນີນການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານມາແຕ່ດົນນານ. ແຕ່ມາໃນເດືອນກຸມພາ 2017 ໄດ້ເກີດຄວາມເຄັ່ງຕຶງຂຶ້ນຢູ່ບໍລິເວນແກ້ງຕໍມໍຄອຍ-ຫ້ວຍຕະເງົາ ເຊິ່ງທາງຝ່າຍລາວ ໄດ້ກວດເຫັນການກໍ່ສ້າງເສັ້ນທາງຂອງຝ່າຍກຳປູເຈຍຢູ່ບໍລິເວນດັ່ງກ່າວ ຝ່າຍລາວໄດ້ສົ່ງໜັງສືທັກທ້ວງ ແລະ ໄດ້ພົບປະຫາລືກັນແຕ່ລະດັບທ້ອງຖິ່ນຫາສູນກາງ ແລະ ຜ່ານກົນໄກການຮ່ວມມືຕ່າງໆ ເພື່ອສະເໜີໃຫ້ຝ່າຍກຳປູເຈຍຢຸດຕິການກໍ່ສ້າງເສັ້ນທາງດັ່ງກ່າວ ແລະ ຖອນກຳລັງອອກຈາກບໍລິເວນນັ້ນ ເພື່ອຮັກສາສະພາບເດີມໄວ້ຈົນກວ່າຈະສຳເລັດການສຳຫຼວດ ແລະ ປັກຫຼັກໝາຍຊາຍແດນ.

ການແກ້ໄຂບັນຫາລະຫວ່າງຊາຍແດນ ລາວ-ກຳປູເຈຍ ຖືວ່າເປັນບັນຫາລະອຽດອ່ອນ, ຫຼ່ໍແຫຼມ, ທ້າທາຍ ທັນເປັນການທົດສອບຕໍ່ຄວາມທໍລະຫົດອົດທົນໃນການຮັກສາຜົນປະໂຫຍດຂອງຊາດ. ເຊິ່ງພັກ-ລັດເຮົາໄດ້ພະຍາຍາມແກ້ໄຂໂດຍສັນຕິວິທີຄຽງຄູ່ກັບການປຸກລະດົມໃຫ້ພະນັກງານສະມາຊິກພັກ, ປະຊາຊົນບັນດາເຜົ່າ ໂດຍສະເພາະແມ່ນແຂວງ ແລະ ທ້ອງຖິ່ນທີ່ມີຊາຍແດນຕິດຈອດກັບກຳປູເຈຍ ແລະ ພາກສ່ວນທີ່ກ່ຽວຂ້ອງເປັນເຈົ້າການສືບຕໍ່ຮັກສາການພົວພັນຮ່ວມມືກັນແບບບ້ານໃກ້ເຮືອນຄຽງທີ່ດີ ຕາມແນວທາງນະໂຍບາຍຂອງພັກ-ລັດເຮົາ, ພ້ອມກັນນີ້ ກໍເປັນການເພີ່ມສະຕິລະວັງຕົວຕໍ່ການໂຄສະນາແບ່ງແຍກຄວາມສາມັກຄີ, ເດັດດ່ຽວປົກປັກຮັກສາເຂດນ້ຳແດນດິນພວກເຮົາໄວ້ໃຫ້ໝັ້ນຄົງ.

ກອງປະຊຸມຄັ້ງນີ້, ຍັງໄດ້ເຜີຍແຜ່ມະຕິວ່າດ້ວຍ ການແກ້ໄຂພະຍາດອາດຍາສິດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ສະບັບເລກທີ 022/ຄບສພ, ລົງວັນທີ 13 ມັງກອນ 2017 ແລະ ບົດແນະນຳກ່ຽວກັບ ການດຳເນີນຄະດີການສໍ້ລາດບັງຫຼວງ ສະບັບເລກທີ 27/ອກສ, ລົງວັນທີ 30 ມັງກອນ 2018 ເພື່ອໃຫ້ພະນັກງານໄດ້ຮັບຮູ້, ເຂົ້າໃຈ, ກຳແໜ້ນກ່ຽວກັບໜ້າທີ່, ຂອບເຂດສິດ, ຂັ້ນຕອນ ແລະ ວິທີການດຳເນີນຄະດີການສໍ້ລາດບັງຫຼວງ ໃຫ້ມີຄວາມເປັນເອກະພາບ, ຖືກຕ້ອງສອດຄ່ອງກັບກົດໝາຍ ແລະ ລະບຽບການຕ່າງໆທີ່ກຳນົດໄວ້, ເຜີຍແຜ່ໂດຍ ທ່ານ ເຄນ ລໍວັນໄຊ.