ສຳລັບຄົນທີ່ຮັກໝາເປັນຊີວິດຈິດໃຈ ໄລຍະເວລາທີ່ດີທີ່ສຸດເມື່ອເຮົາກັບເຖິງເຮືອນ ໝາຂອງທ່ານຈະມາຖ້າຕ້ອນຮັບພ້ອມກັບສະແດງທ່າທາງດີໃຈ ເຊັ່ນ: ການກະດິກຫາງໄປມາ, ການດົມຮ່າງກາຍຂອງທ່ານດ້ວຍຄວາມກະຕືລືລົ້ນ ຫຼື ການເລຍ ກໍລ້ວນແຕ່ເຮັດໃຫ້ເຈົ້າຂອງເຊັ່ນເຮົາຮູ້ສຶກມີຄວາມສຸກຕາມໄປນຳ ແຕ່ທ່ານເຄີຍສົງໄສບໍ່ວ່າເປັນຫຍັງໝາຈຶ່ງຕ້ອງເລຍທ່ານ, ມື້ນີ້ເຮົາຈະພາທ່ານໄປເບິ່ງເຫດຜົນທີ່ເປັນໄປໄດ້ວ່າ ເປັນຫຍັງໝາເຂົາຈຶ່ງເລຍທ່ານ.

1. ສະແດງຄວາມຮັກ
ການເລຍເປັນວິທີໜຶ່ງໃນວິທີບອກຮັກຂອງໝາຂອງທ່ານ ເຊິ່ງໝາເປັນສັດທີ່ຂຶ້ນຊື່ວ່າມັກສະແດງຄວາມຮັກໂດຍທຳມະຊາດ ແລະ ມີຫຼາຍວິທີທີ່ພວກມັນເລືອກປະຕິບັດ ເມື່ອໝາເລຍທ່ານ ສະໝອງຈະລັ່ງສານເອນໂນຟີນ ຫຼື ຮໍໂມນຄວາມສຸກ ເຊິ່ງສານຊະນິດນີ້ຈະເຮັດໃຫ້ໝາຮູ້ສຶກຜ່ອນຄາຍ ແລະ ເຮັດໃຫ້ຮູ້ສຶກດີຂຶ້ນ; ຫາກໃຫ້ປຽບທຽບ ມັນກໍ່ຈະຄ້າຍຄືກັບຄວາມຮູ້ສຶກເມື່ອເດັກຖືກພໍ່ແມ່ກອດ ຫຼື ຫອມ ແຕ່ໃນບາງກໍລະນີໝາຂອງທ່ານອາດເລຍເພື່ອໃຫ້ກຳລັງໃຈເມື່ອທ່ານປ່ວຍ ຫຼື ມີຄວາມໂສກເສົ້າ.

2. ຕ້ອງການສື່ສານ
ຢ່າງທີ່ຮູ້ດີແລ້ວວ່າ ມະນຸດສາມາດສື່ສານກັນໂດຍໃຊ້ວິທີເວົ້າ, ໃຊ້ສຽງ ຫຼື ພາສາກາຍ. ດັ່ງນັ້ນ, ເມື່ອທ່ານໄດ້ຍິນໝາຂອງທ່ານເຫົ່າ ຫຼື ເຫັນແລ້ວແກວ່ງຫາງ ບາງເທື່ອອາດເປັນຍ້ອນພວກມັນພະຍາຍາມບອກ ຫຼື ເຕືອນບາງຢ່າງກັບທ່ານ ແລະ ການເລຍນັ້ນກໍເປັນຮູບແບບໜຶ່ງຂອງການສື່ສານ. ພວກມັນກຳລັງບອກວ່າ ຕ້ອງການບາງຢ່າງຈາກທ່ານ ເຊັ່ນ: ອາຫານ, ນ້ຳ, ການຫຼິ້ນນຳ ແລະອື່ນໆ ແຕ່ບໍ່ວ່າຈະເປັນຄວາມຕ້ອງການຫຍັງນັ້ນ ທ່ານຄວນໃຊ້ເວລາຮຽນຮູ້ໝາຂອງທ່ານ ເພື່ອໃຫ້ເຂົາໃຈວ່າ ເຂົາຕ້ອງການສື່ສານຫຍັງກັບທ່ານ.

3. ຮຽກຮ້ອງຄວາມສົນໃຈ
ໝາເປັນສັດທີ່ຕ້ອງການຄວາມຮັກຈຶ່ງເປັນເຫດຜົນທີ່ວ່າ ເປັນຫຍັງພວກມັນຈຶ່ງຕ້ອງຮຽກຮ້ອງຄວາມສົນໃຈ. ໝາຈະເຫົ່າ, ແກວ່ງຫາງ ແລະ ເອົາຕົວມາຖູຮ່າງກາຍຂອງທ່ານ, ເຕັ້ນຂຶ້ນໃສ່ລຳຕົວ ແລະ ເລຍໜ້າຂອງທ່ານ ໂດຍສະເພາະເມື່ອທ່ານກຳລັງສົນໃຈຢ່າງອື່ນ. ດັ່ງນັ້ນ, ເມື່ອໝາຂອງທ່ານຮູ້ສຶກຖືກເມີນເສີຍ ແລະ ບໍ່ໄດ້ຮັບຄວາມຮັກ ພວກມັນກໍຈະສະແດງທ່າທີດັ່ງກ່າວ ເຊິ່ງທ່ານສາມາດສະແດງໃຫ້ໝາຂອງທ່ານເຫັນວ່າ ທ່ານຮັກໂດຍໃຊ້ວິທີລູບຫົວລູບໂຕ, ເກົາທ້ອງ, ໃຫ້ເຂົ້າໜົມ ແລະອື່ນໆ.

4. ສະແດງຄວາມອ່ອນໂຍນ
ສຳລັບສັດທີ່ຢູ່ຮ່ວມກັນຫຼາຍໂຕການເລຍນັ້ນເປັນການສະແດງຄວາມອ່ອນນ້ອມຕໍ່ຫົວໜ້າຝູງ ໃນບາງຄັ້ງການທີ່ໝາຂອງທ່ານເລຍເຈົ້າຂອງນັ້ນ ກໍຍ້ອນຕ້ອງການບອກວ່າເຂົາເຊື່ອຟັງ ແລະ ເຄົາລົບທ່ານ ລວມເຖິງເປັນການຢ້ຳເຕືອນວ່າ ທ່ານເປັນຫົວໜ້າ. ແນວໃດກໍຕາມ, ໝາອາດເຮັດແບບນີ້ກັບສະມາຊິກຄົນອື່ນໆໃນເຮືອນ ຫຼື ຄົນອື່ນໆທີ່ເຂົາຮັກ ແລະ ເຄົາລົບ.

5. ເພື່ອສຳຫຼວດ
ການທີ່ໝາເລຍເຈົ້າຂອງນັ້ນ ອາດເປັນເພາະສັນຊາດຕະຍານຄວາມເປັນນັກລ່າທີ່ຍັງຄົງມີຢູ່ໃນຕົວ ຫາກເບິ່ງກັບໄປສະໄໝທີ່ໝາຢູ່ໃນປ່າ ພວກມັນຕ້ອງເອົາຕົວລອດໂດຍໃຊ້ທັກສະການດົມກິ່ນ ແລະ ທັກສະການຊິມເພື່ອສຳຫຼວດສະຖານທີ່ໃໝ່ໆ, ການລະບຸຕົວຕົນຂອງຄົນບໍ່ວ່າຈະເປັນສິ່ງທີ່ເຄື່ອນໄຫວໄດ້ ຫຼື ບໍ່ໄດ້ ຖ້າເວົ້າແບບງ່າຍໆ ກໍຄືໝາເລຍ ເພື່ອແຍກ ແລະ ຈື່ຈຳສິ່ງຕ່າງໆອ້ອມຮອບຕົວພວກມັນ.

6. ຄິດວ່າທ່ານມັກ
ຖ້າທ່ານສະແດງອອກວ່າ ມັກຂະນະທີ່ໝາເລຍ. ມັນກໍຈະສັນນິຖານວ່າ ທ່ານເພີດເພີນກັບສິ່ງທີ່ມັນເຮັດ. ໝາຈຶ່ງເລຍທ່ານ, ເລຍແລ້ວເລຍອີກ ໂດຍອາດເຮັດກັບທ່ານ ຫຼື ຄົນຮອບຂ້າງ; ໃນທາງກັບກັນ ຫາກທ່ານສະແດງທ່າທີ່ວ່າ ບໍ່ມັກໃຫ້ໝາເລຍ ໝາກໍຈະເລີ່ມເຂົ້າໃຈວ່າ ທ່ານບໍ່ພໍໃຈ ແລະ ຢຸດພຶດຕິກຳດັ່ງກ່າວນີ້; ແນວໃດກໍຕາມ, ນັ້ນບໍ່ໄດ້ໝາຍຄວາມວ່າ ໝາຈະຢຸດເຮັດແນວນັ້ນກັບຄົນອື່ນ ແຕ່ໝາຈະເຂົ້າໃຈວ່າ ໃຜມັກ ແລະ ບໍ່ມັກໃຫ້ເລຍເທົ່ານັ້ນ.