ຄະນະຮັບຜິດຊອບສ້າງບັນດາຮ່າງດໍາລັດ ກະຊວງ ປກສ ຈັດກອງປະຊຸມທາບທາມຮ່າງດໍາລັດວ່າດ້ວຍ ວຽກງານປ້ອງກັນສູນກາງ ຂຶ້ນໃນວັນທີ 19 ມິຖຸນາ 2018, ໂດຍການເປັນປະທານຂອງ ພັອ ກຽງຄໍາ ອິນແພງທະວົງ ຮອງຫົວໜ້າຫ້ອງວ່າການ ຄະນະຮັບຜິດຊອບສ້າງບັນດາຮ່າງດໍາລັດ ກະຊວງ ປກສ, ມີ ພັອ ຄໍາເຄື່ອງ ບຸນວິໄລ ຫົວໜ້າກອງບັນຊາການປ້ອງກັນສູນກາງ, ພ້ອມດ້ວຍບັນດາຄະນະພັກ-ຄະນະບັນຊາກົມ-ກອງອ້ອມຂ້າງກະຊວງ, ນັກວິທະຍາສາດ ແລະ ແຂກຮັບເຊີນເຂົ້າຮ່ວມ.

ພັອ ກຽງຄໍາ ອິນແພງທະວົງ ກ່າວວ່າ: ການຈັດກອງປະຊຸມທາບທາມໃນຄັ້ງນີ້ ເປັນການເປີດກວ້າງລະດົມຄວາມຄິດເຫັນໃສ່ຮ່າງດໍາລັດວ່າດ້ວຍ ວຽກງານປ້ອງກັນສູນກາງ ເພື່ອເຮັດໃຫ້ຮ່າງດໍາລັດສະບັບດັ່ງກ່າວມີເນື້ອໃນຄົບຖ້ວນ, ອຸດົມສົມບູນ, ຮັດກຸມ, ຖືກຕ້ອງສອດຄ່ອງຕາມລະບຽບຫຼັກການ, ມາດຕະການ, ສິດ ແລະ ໜ້າທີ່ຂອງກໍາລັງປ້ອງກັນສູນກາງ ເພາະດໍາລັດດັ່ງກ່າວແມ່ນມີຄວາມສໍາຄັນຫຼາຍເປັນດໍາລັດທີ່ເຮັດໜ້າທີ່ໃນການປ້ອງກັນການນໍາພັກ-ລັດ, ສໍານັກງານ-ອົງການສໍາຄັນຂອງສູນກາງພັກ ແລະ ລັດຖະບານ, ແຂກຂັ້ນສູງຂອງຕ່າງປະເທດທີ່ມີການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃຫ້ມີຄວາມປອດໄພຮອບດ້ານ ເຊິ່ງຮ່າງດໍາລັດສະບັບນີ້ ມີທັງໝົດ 11 ໝວດ, 50 ມາດຕາ; ສະນັ້ນ, ການເປີດ ກວ້າງລະດົມຄໍາຄິດເຫັນໃນຄັ້ງນີ້ ຮຽກຮ້ອງໃຫ້ບັນດາທ່ານເຂົ້າຮ່ວມກອງປະຊຸມ ຈົ່ງເອົາໃຈໃສ່ຄົ້ນຄວ້າກ່ຽວກັບໂຄງສ້າງ, ຂອບເຂດສິດ, ການສະໜອງອຸປະກອນຮັບໃຊ້ໃຫ້ແກ່ກໍາລັງເຂົ້າໃນວຽກງານດັ່ງກ່າວ, ກົນໄກການປະສານງານຮ່ວມມື ແລະ ບັນຫາອື່ນໆທີ່ສໍາຄັນ.

ພາຍຫຼັງສໍາເລັດກອງປະຊຸມທາບທາມຮ່າງດໍາລັດວ່າດ້ວຍ ວຽກງານປ້ອງກັນສູນກາງຄະນະຮັບຜິດຊອບ ຈະໄດ້ນໍາຮ່າງດໍາລັດດັ່ງກ່າວ ໄປຜ່ານຄະນະປະຈໍາ ກະຊວງ ປກສ ຕົກລົງ ເພື່ອນໍາໄປສະເໜີຕໍ່ ກະຊວງຍຸຕິທໍາ ອະນຸມັດ ແລ້ວນໍາຂຶ້ນໄປຜ່ານໃຫ້ທັນຕໍ່ກອງປະຊຸມສະໄໝສາມັນຂອງລັດຖະບານ ໃນເດືອນສິງຫານີ້.