ໜ້າຫຼັກ Tags ນໍ້າຖ້ວມ

Tag: ນໍ້າຖ້ວມ

ຍີ່ປຸ່ນ ປະກາດເຕືອນລະວັງພາຍຸ 2 ລູກ ພັດຖະຫຼົ່ມ – ສ່ວນ ອູແກຣນ ປະເຊີນນໍ້າຖ້ວມຄັ້ງໃຫຍ່

ຂ່າວຕ່າງປະເທດລາຍງານ ໃນວັນທີ 20 ສິງຫານີ້ວ່າ: ຍີ່ປຸ່ນ ປະກາດເຕືອນໃຫ້ປະຊາຊົນລະວັງພາຍຸ 2 ລູກ ທີ່ກຳລັງເຄື່ອນທີ່ເຂົ້າສູ່ແຄມຝັ່ງ ທາງທິດຕາເວັນຕົກສຽງໃຕ້ຂອງປະເທດ ໂດຍພາຍຸລູກທຳອິດ ຊື່ວ່າ ພາຍຸໄຕ້ຝຸ່ນຊູລິກ ທີ່ກຳລັງເຄື່ອນທີ່ດ້ວຍຄວາມໄວ 20 ກິໂລແມັດຕໍ່ຊົ່ວໂມງ ໂດຍມີການຄາດຄະເນວ່າ: ຈະເຂົ້າໃກ້ເກາະຄິວຊູ ແລະ ອາມາມິ ໃນຕອນສວຍຂອງວັນທີ 21 ສິງຫານີ້. ສ່ວນພາຍຸອີກລູກໜຶ່ງ ຊື່ວ່າ...

ນາຍົກລັດຖະມົນຕີ ຢ້ຽມຢາມຜູ້ຖືກຜົນກະທົບໄພນໍ້າຖ້ວມ ຢູ່ແຂວງຄຳມ່ວນ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມປະຊາຊົນທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ຢູ່ແຂວງຄໍາມ່ວນ ໃນວັນທີ 2 ສິງຫາ 2018 ໃຫ້ການຕ້ອນຮັບໂດຍ ທ່ານ ໂອໄດ ສຸດາພອນ ເຈົ້າແຂວງໆຄຳມ່ວນ ພ້ອມດ້ວຍຄະນະ. ທ່ານ ໂອໄດ ສຸດາພອນ ໄດ້ລາຍງານສະພາບນໍ້າຖ້ວມຢູ່ບັນດາເມືອງຂອງແຂວງຄຳມ່ວນ ເຊິ່ງເລີ່ມແຕ່ກາງເດືອນກໍລະກົດເປັນຕົ້ນມາ ຝົນຕົກຕິດຕໍ່ກັນຫຼາຍວັນຈົນຮອດທ້າຍເດືອນກໍລະກົດ ເຮັດໃຫ້ນໍ້າເຊບັ້ງໄຟມີລະດັບສູງຂຶ້ນຈົນລົ້ນຝັ່ງແລ້ວໄຫຼເຂົ້າຖ້ວມທີ່ຢູ່ອາໄສ,...

11 ວັນ ພົບຜູ້ເສຍຊີວິດຈາກໄພນໍ້າຖ້ວມ ຢູ່ເມືອງສະໜາມໄຊ 23 ສົບ

ວັນທີ 3 ສິງຫາ 2018, ຄະນະຮັບຜິດຊອບຊ່ວຍເຫຼືອກູ້ໄພພິບັດນໍ້າຖ້ວມ ທີ່ເມືອງສະໜາມໄຊ ແຂວງອັດຕະປື ໄດ້ຖະແຫຼງສະຖານະການກອບກູ້ຜູ້ປະສົບໄພ ແລະ ສູນຫາຍຈາກໄພພິບັດນໍ້າຖ້ວມ, ເຊິ່ງດຳເນີນການຊອກຫາມາແຕ່ກາງຄືນຂອງວັນທີ 23 ກໍລະກົດ 2018 ມາຮອດມື້ທີ່ 11 ຂອງການຄົ້ນຫາ ສາມາດກອບກູ້ຜູ້ເສຍຊີວິດໄດ້ທັງໝົດ 23 ສົບ, ເປັນຍິງ 6 ສົບ ແລະ...

ທ່ານນາຍົກລັດຖະມົນຕີ ລົງຕິດຕາມສະພາບນໍ້າຖ້ວມ ຢູ່ ແຂວງອັດຕະປື

ພາຍຫຼັງໄດ້ຮັບຂ່າວຢູ່ເມືອງສະໜາມໄຊ ແຂວງອັດຕະປື ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມກະທັນຫັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ປິດກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນກໍລະກົດ 2018. ໂດຍທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ຮີບຮ້ອນເດີນທາງໄປແຂວງດັ່ງກ່າວ ໃນຕອນເຊົ້າຂອງວັນທີ 24 ກໍລະກົດ 2018, ພາຍຫຼັງເດີນທາງມາຮອດເມືອງສະໜາມໄຊ ກໍໄດ້ຮັບການຕ້ອນຮັບຈາກທ່ານ ເລັດ ໄຊຍະພອນ ເຈົ້າແຂວງໆອັດຕະປື ພ້ອມດ້ວຍຄະນະ. ທ່ານ ອຸ່ນຫຼ້າ...