ຂ່າວຕ່າງປະເທດລາຍງານ ໃນວັນທີ 20 ສິງຫານີ້ວ່າ: ຍີ່ປຸ່ນ ປະກາດເຕືອນໃຫ້ປະຊາຊົນລະວັງພາຍຸ 2 ລູກ ທີ່ກຳລັງເຄື່ອນທີ່ເຂົ້າສູ່ແຄມຝັ່ງ ທາງທິດຕາເວັນຕົກສຽງໃຕ້ຂອງປະເທດ ໂດຍພາຍຸລູກທຳອິດ ຊື່ວ່າ ພາຍຸໄຕ້ຝຸ່ນຊູລິກ ທີ່ກຳລັງເຄື່ອນທີ່ດ້ວຍຄວາມໄວ 20 ກິໂລແມັດຕໍ່ຊົ່ວໂມງ

ໂດຍມີການຄາດຄະເນວ່າ: ຈະເຂົ້າໃກ້ເກາະຄິວຊູ ແລະ ອາມາມິ ໃນຕອນສວຍຂອງວັນທີ 21 ສິງຫານີ້.

ສ່ວນພາຍຸອີກລູກໜຶ່ງ ຊື່ວ່າ ຊິມາຣອນ ເປັນພາຍຸໂຊນຮ້ອນທີ່ມີຄວາມຮຸນແຮງ ກຳລັງເຄື່ອນທີ່ຢູ່ໃນມະຫາສະໝຸດປາຊີຟິກ ດ້ວຍຄວາມໄວ 15 ກິໂລແມັດຕໍ່ຊົ່ວໂມງ ຄາດວ່າຈະເຄື່ອນທີ່ເຂົ້າສູ່ແຄມຝັ່ງຍີ່ປຸ່ນ ໃນລັກສະນະດຽວກັນກັບ ພາຍຸຊູລິກ.

ຂະນະດຽວກັນ, ຝົນທີ່ຕົກລົງມາຢ່າງໜັກ ເຮັດໃຫ້ນະຄອນຫຼວງຄຽບ ຂອງອູແກຣນ ຕ້ອງປະເຊີນກັບນໍ້າຖ້ວມຄັ້ງໃຫຍ່, ການຈະລາຈອນບໍ່ສາມາດສັນຈອນໄດ້, ລົດຍົນຫຼາຍຄັນຈົມຢູ່ໃຕ້ນໍ້າ ເນື່ອງຈາກລະດັບນໍ້າໃນບາງພື້ນທີ່ສູງເຖິງ 1 ແມັດ.

ນອກຈາກນີ້, ອາຄານບ້ານເຮືອນຈຳນວນຫຼາຍ ໄດ້ຮັບຄວາມເສຍຫາຍຈາກນໍ້າຖ້ວມ, ຮ້ານສັບພະສິນຄ້າບາງແຫ່ງຖືກນໍ້າຖ້ວມຂັງ ຈົນລູກຄ້າທີ່ມາຊື້ເຄື່ອງຕ້ອງຕິດຢູ່ຂ້າງໃນ. ແນວໃນກໍຕາມ, ຍັງບໍ່ມີລາຍງານຜູ້ເສຍຊີວິດ ຫຼື ຜູ້ໄດ້ຮັບບາດເຈັບເທື່ອ.