ໃນເດືອນກໍລະກົດທີ່ຜ່ານມາ, ການສັນຈອນໃນຂອບເຂດທົ່ວປະເທດ ແມ່ນມີຄວາມເປັນລະບຽບຮຽບຮ້ອຍດີ, ຜູ້ຂັບຂີ່ ກໍພ້ອມກັນປະຕິບັດກົດລະບຽບການສັນຈອນທີ່ວາງອອກໄດ້ເປັນຢ່າງດີ, ແຕ່ກົງກັນຂ້າມ ກໍຍັງມີຄວາມສັບສົນຢູ່ຕາມເທດສະບານຕົວເມືອງໃຫຍ່ ເປັນຕົ້ນຢູ່ນະຄອນຫຼວງວຽງຈັນ ສະຖານທີ່ຈອດລົດໃນຕົວເມືອງບໍ່ສາມາດຕອບສະໜອງໄດ້, ການກໍ່ສ້າງເຄຫາສະຖານບໍ່ໄດ້ຈັດສັນບ່ອນຈອດລົດ, ສ່ວນຫຼາຍຜູ້ໃຊ້ລົດ-ໃຊ້ຖະໜົນ ໄດ້ຈອດລົດ ລຽບຕາມແຄມທາງ, ເປັນເຫດເຮັດໃຫ້ລົດໜາແໜ້ນ, ອັ່ງອໍຕາມເສັ້ນທາງໃນໄລຍະໂມງໄປການ-ເລີກການ ແລະ ອີກຈໍານວນໜຶ່ງ ສະຕິໃນການເຄົາລົບກົດລະບຽບຈະລາຈອນຍັງບໍ່ທັນສູງ ເຊັ່ນ: ມີການລະເມີດຫຼາຍຄັ້ງ, ບໍ່ເຂັດຫຼາບບວກໃສ່ການບັງຄັບໃຊ້ກົດໝາຍຍັງບໍ່ທັນເຂັ້ມງວດ ຈຶ່ງເກີດມີການລ່ວງລະເມີດຫຼາຍຂຶ້ນ ເປັນສາເຫດທີ່ພາໃຫ້ເກີດອຸບັດຕິເຫດຕາມທ້ອງຖະໜົນຕາມມາ.

ພັທ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໃຫ້ຮູ້ວ່າ: ໃນເດືອນກໍລະກົດ 2018 ທົ່ວປະເທດມີອຸບັດຄິເຫດເກີດຂຶ້ນທັງໝົດ 380 ຄັ້ງ, ພາຫະນະເປ່ເພເລັກໜ້ອຍ 322 ຄັນ, ສົມຄວນ 355 ຄັນ, ໃຊ້ການບໍ່ໄດ້ 9 ຄັນ, ຄົນໄດ້ຮັບບາດເຈັບເລັກໜ້ອຍ 419 ຄົນ, ສົມຄວນ 207 ຄົນ, ສາຫັດ 60 ຄົນ ແລະ ເສຍຊີວິດ 56 ຄົນ, ທຽບໃສ່ເດືອນຜ່ານມາອຸບັດຕິເຫດຫຼຸດລົງ 23 ຄັ້ງ, ພາຫະນະເປ່ເພຫຼຸດລົງ 57 ຄັນ, ຄົນໄດ້ຮັບບາດເຈັບເພີ່ມຂຶ້ນ 94 ຄົນ ແລະ ຄົນເສຍຊີວິດເພີ່ມຂຶ້ນ 11 ຄົນ. ອຸບັດຕິເຫດທີ່ເກີດຂຶ້ນຫຼາຍກວ່າໝູ່ແມ່ນວັນສຸກ 92 ຄັ້ງ, ວັນເສົາ 98 ຄັ້ງ ແລະ ວັນ ອາທິດ 67 ຄັ້ງ. ເກີດຈາກການດື່ມເຫຼົ້າ 128 ຄັ້ງ, ຄວາມໄວເກີນ 91 ຄັ້ງ ແລະ ປ່ຽນທິດທາງເດີນ 25 ຄັ້ງ, ແຊງຂຶ້ນໜ້າບໍ່ຮັບປະກັນ 30 ຄັ້ງ, ບໍ່ປ່ອຍສິດ 45 ຄັ້ງ, ລ່ວງປ້າຍຫ້າມ 12 ຄັ້ງ.
ນະຄອນຫຼວງວຽງຈັນ ເສຍຊີວິດ 19 ຄົນ, ສະຫັວນນະເຂດ ເສຍຊີວິດ 12 ຄົນ, ຈໍາປາສັກ 7 ຄົນ, ບໍລິຄໍາໄຊ 4 ຄົນ, ບໍ່ແກ້ວ, ຫຼວງພະບາງ, ຄໍາມ່ວນ ແລະ ແຂວງໄຊສົມບູນ ແຂວງລະ 2 ຄົນ, ອຸດົມໄຊ, ຫຼວງນໍ້າທາ, ໄຊຍະບູລີ, ຫົວພັນ ແລະ ເຊກອງ ແຂວງລະ 1 ຄົນ.
ພາຫະນະທີ່ຮ່ວມເກີດອຸບັດຕິເຫດ ສ່ວນຫຼາຍແມ່ນລົດຈັກຕໍາກັນ 100 ກວ່າຄັ້ງ, ເສຍຊີວິດ 20 ຄົນ, ລົດຈັກຕໍາລົດໃຫຍ່ 40 ຄັ້ງ ເສຍຊີວິດ 16 ຄົນ, ລົດຍົນຕໍາກັນ 80 ຄັ້ງ ເສຍຊີວິດ 4 ຄົນ, ລົດຍົນຕໍາລົດ ບັນທຸກ 19 ຄັ້ງ ເສຍຊີວິດ 3 ຄົນ, ລົດຍົນປີ້ນເອງເສຍຊີວິດ 2 ຄົນ, ລົດ ຈັກລົ້ມເອງ ເສຍຊີວິດ 3 ຄົນ, ລົດຈັກ ຕໍາລົດບັນທຸກເສຍຊີວິດ 2 ຄົນ, ລົດ ຈັກຕໍາຄົນຍ່າງເສຍຊີວິດ 1 ຄົນ, ລົດ ຍົນຕໍາຄົນຍ່າງເສຍຊີວິດ 1 ຄົນ.
ທ່ານຮອງຫົວໜ້າກົມໃຫ້ຮູ້ຕື່ມວ່າ: ໃນຕໍ່ໜ້າ, ກົມຕໍາຫຼວດຈະຈອນ ຈະໄດ້ສຸມໃສ່ພະແພກຈະລາຈອນບັນດາແຂວງສືບຕໍ່ເຮັດໜ້າທີ່ວິຊາສະເພາະ ເພື່ອສະກັດກັ້ນອຸບັດຕິເຫດໃຫ້ຫຼຸດລົງ ສຸມໃສ່ໂຄສະນາລະບຽບການສັນຈອນໃຫ້ຜູ້ຂັບຂີ່ທຸກຊັ້ນຄົນໃນສັງຄົມ ຮັບຮູ້ກົດລະບຽບການສັນຈອນ ແລະ ໂຄສະນາດ້ວຍຮູບແບບອື່ນໆ, ສືບຕໍ່ກວດກາການບັງຄົບໃຊ້ກົດໝາຍການຈະລາຈອນ ຕາມເສັ້ນທາງຫຼວງແຫ່ງຊາດ ອໍານວຍຄວາມສະດວກໃຫ້ຂະບວນລົດຂົນສົ່ງພິເສດ ທັງຕິດຕາມສະພາບການສັນຈອນ, ການລະບາຍການສັນຈອນ ແລະ ປະຈໍາຈຸດ, ປະຈໍາປ້ອມຂອງກໍາລັງຕໍາຫຼວດຈະລາຈອນ ແລະອື່ນໆ.ພ້ອມນັ້ນ, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ໄດ້ຮຽກຮ້ອງມາຍັງຜູ້ໃຊ້ລົດ-ໃຊ້ຖະໜົນ ທຸກຊັ້ນຄົນໃນສັງຄົມພ້ອມໃຈກັນປະຕິບັດກົດລະບຽບການສັນຈອນທີ່ງວາງອອກໃຫ້ເຂັ້ມງວດ ເພື່ອເຮັດໃຫ້ບັນຍາກາດການຂັບຂີ່ຫຼຸດຜ່ອນການເກີດອຸບັດຕິເຫດ.